ທາງການລາວຂ່າວຂາຍ ຣົດ BENZ
2013.02.19

ຊາວລາວ ບໍ່ແນ່ໃຈ ໃນ ຈຸດປະສົງ ຂອງ ຣັຖບານ ທີ່ ອອກປະກາດ ຂາຍຣົດ ທີ່ ຊື້ມາໃຊ້ ຕອນເປີດ ກອງປະຊຸມ ອາແຊັມ.
ເມື່ອວັນທີ 13 ກຸມພາ 2013 ກະຊວງ ການເງິນ ຂອງລາວ ໄດ້ປະກາດ ຂາຍຣົດ ທີ່ຊື້ມາ ຮັບໃຊ້ ກອງປະຊຸມ ອາແຊັມ. ກ່ຽວກັບ ເຣື່ອງນີ້ ມີຊາວລາວ ບໍ່ແນ່ໃຈ ໃນຈຸດປະສົງ ອັນແທ້ຈິງ ຂອງຣັຖບານ ວ່າເພື່ອຫຍັງ ກັນແທ້ ເນື່ອງຈາກ ປະຊາຊົນ ທົ່ວໄປ ບໍ່ສາມາດຮູ້ ໄດ້ເຖິງທິດທາງ ດັ່ງກ່າວ:
"ຕົວນີ້ ກໍບໍ່ໝັ້ນໃຈ ບໍ່ໝັ້ນໃຈວ່າ ມັນຈະດີ ຫລືບໍ່ດີ ຕົວນີ້ເຮົາມັນ ບໍ່ຮູ້ກັບ ທິດທາງ ຂອງເພີ່ນ ສິເຮັດແນວໃດ ທິດທາງ ຂອງຣັຖບານ ເພິ່ນສິເຮັດ ແນວໃດ ເຮົາບໍ່ເຂົ້າໃຈ ຕົວນີ້ເຮົາ ບໍ່ໝັ້ນໃຈ ເພາະວ່າເຣື່ອງນີ້ ເຣື່ອງ ຂອງຣັຖບານ ເພີ່ນສິເຮັດ ຫຍັງ ປະຊາຊົນ ເຮົາບໍ່ໄດ້ ຮັບຮູ້ນໍາ ສຸດແລ້ວແຕ່ ເພິ່ນຈະ ຕັດສິນໃຈ".
ຣົດທີ່ວ່ານັ້ນ ແມ່ນຣົດ ລຸ້ນປີ 2012, ມີຣົດ Benz S Class ຣາຄາ 119 ພັນໂດລາ ສະຫະຣັດ, Benz E Class ຣາຄາ 89,240 ໂດລາ ແລະ Toyota Camry ຣາຄາ 46,920 ໂດລາ. ສໍາລັບ Benz S Class ລຸ້ນປີ 2004 ແມ່ນຂາຍ ອອກໝົດແລ້ວ. ກ່ຽວກັບ ເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ກົມຄຸ້ມຄອງ ຊັພສິນ ຂອງຣັດ ກະຊວງການເງິນ ເວົ້າວ່າ ການຂາຍຣົດ ອອກຕລາດນັ້ນ ແມ່ນເພື່ອ ເອົາເງິນເຂົ້າ ງົບປະມານຄືນ:
"ກໍຂາຍເອົາເງິນ ເຂົ້າ ງົບປະມານຄືນ ເພີ່ນໃຫ້ ຂາຍອອກໃຫ້ໝົດ ບໍ່ໃຫ້ເອົາໄປ ແຈກໃຫ້ໃຜ ຣາຄາຕົວນີ້ ແມ່ນເປັນຣາຄາ ລວມ ພາສີອາກອນ ໝົດ ມັນຕໍ່າກວ່າ ຣາຄາ ໃນທ້ອງຕລາດ ໜ່ອຍນຶ່ງ ເພິ່ນຕ້ອງຂາຍໄປ ຕາມທ້ອງຕລາດ ເພື່ອໃຫ້ມີ ການແຂ່ງຂັນ ຄັນຖ້າ ຂາຍ ເທົ່າກັບ ທ້ອງຕລາດ ກໍສິບໍ່ມີໃຜ ມາຊື້".
ທ່ານວ່າ ທີ່ຜ່ານມາ ພາຍຫລັງ ກອງປະຊຸມ ອາແຊັມແລ້ວ ທ່ານກໍໄດ້ຍິນ ຫາງສຽງວ່າ ທາງການ ຈະຍົກຣົດ ທັງໝົດ ໃຫ້ຜູ້ໃຫຍ່ ໃນກະຊວງ ແລະ ເຈົ້າໜ້າທີ່ ພິເສດ ຂອງຣັຖບານ, ຄວາມຈິງ ບໍ່ແມ່ນ ແນວນັ້ນ ເປັນນພຽງຄໍາເວົ້າ ຂອງກຸ່ມຄົນ ບໍ່ດີ ທີ່ຕ້ອງການ ໂຈມຕີ ຣັຖບານລາວ ຊື່ໆ.
ແຕ່ໜັງສືພິມ Vientiane Times ຂອງ ທາງການລາວ ສະບັບວັນທີ 14 ກຸມພາ 2013 ຣາຍງານວ່າ ເບື້ອງຕົ້ນ ຣັຖບານ ມີແຜນການ ທີ່ຈະ ເອົາຣົດນັ້ນ ໄວ້ໃຫ້ ເຈົ້າໜ້າທີ່ ແຕ່ເຫັນວ່າ ເປັນເຣື່ອງທີ່ບໍ່ ເໝາະສົມ ທີ່ຈະໃຊ້ ຣົດຫລູຫລາ ຣາຄາແພງ ຂະນະທີ່ ຮຽກຮ້ອງ ໃຫ້ ພະນັກງານຣັດ ບໍ່ໃຫ້ໃຊ້ ເຄື່ອງຂອງ ທີ່ຕ້ອງຕາ ເກີນໄປ ແລະ ໃຫ້ໃຊ້ ເງິນຫລວງ ຢ່າງປະຢັດ.