ການບິນລາວໂຈະຖ້ຽວບິນ ໄປຈີນ, ເກົາຫລີໃຕ້
2020.03.02
ສາຍການບິນລາວ ໂຈະຖ້ຽວບິນໄປຈີນ ແລະ ເກົາຫລີໃຕ້ ລວມທັງໝົດ 9 ຖ້ຽວ ນັບແຕ່ມື້ວັນທີ່ 1 ມິນາ 2020 ນີ້ເປັນຕົ້ນໄປຈົນເຖິງທ້າຍ ເດືອນພຶສພາປີນີ້ ຍ້ອນໄດ້ຮັບຜົນກະທົບ ຈາກການຣະບາດຂອງໂຣຄ COVID-19. ໃນເມື່ອບໍ່ມີຖ້ຽວບິນຄືແນວນັ້ນ ພະນັກງານສາຍການ ບິນດັ່ງກ່າວກໍຖືກພັກການ, ດ່ັງເຈົ້າໜ້າທີ່ສາຍການບິນລາວ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ໄດ້ກ່າວກັບວິທຍຸເອເຊັຽເສຣີ ເມື່ອວັນທີ່ 2 ມິນາ ນີ້ວ່າ:
“ໂດຍສະເພາະຈຸດບິນຈັງສິນີ້ ເມື່ອບໍ່ມີຖ້ຽວບິນ ເຮົາກໍຕ້ອງໄດ້ພັກແຫຼະ ກະຫລາຍເປັນເຄິ່ງນຶ່ງພຸ້ນແຫຼະ ກໍຈະບໍໄດ້ຮັບເງິນເດືອນຫ່ັນແຫຼະ ສາມເດືອນ ແມ່ນໄລຍະເວລາ ທີ່ເຮົາຄາດວ່າມັນຈະມີບັນຫາ ຣາຍຮັບຂອງບໍຣິສັດຈະບໍສາມາດຄຸ້ມຣາຍຈ່າຍ ແຕ່ບໍໄດ້ ໝາຍຄວາມວ່າໝົດ ທຸກຄົນ ທີ່ວ່າພັກງານຕໍ່ເນື່ອງສາມເດືອນ ບໍ່ແມ່ນຈັ່ງຊັ່ນເຮົາຈະຜັດປ່ຽນກັນເຮັດ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ສນາມບິນຫລວງພະບາງ ກ່າວວ່າ ທາງສາຍການບິນລາວ ໄດ້ສັ່ງໃຫ້ພະນັກງານພັກວຽກຊົ່ວຄາວ ໂດຍທີ່ບໍ່ໄດ້ຮັບ ເງິນເດືອນ:
“ຕາມໃຈສມັກຂອງຂ້າເຈົ້າ ບໍ່ໄດ້ຮັບເງິນເດືອນເດ໋ເນາະ ຈົນວ່າສະພາບປົກກະຕິ ກໍຈະໄດ້ມາເຮັດວຽກຄືເກົ່າ ຄັນເຮັດເງິນເດືອນ ກໍຈະໄດ້ ຫລຸດຫັ່ນແຫລະ ບໍມີຣາຍຮັບເດ໋.”
ໂຮງແຮມ ແລະບ້ານພັກໂດຍສະເພາະ ຢູ່ນະຄອນຫລວງພະບາງ ແລະເມືອງວັງວຽງ ກໍໄດ້ຮັບຜົລກະທົບ ຈາກການໂຈະຖ້ຽວບິນນັ້ນ, ດັ່ງ ພະນັກງານບ້ານພັກແຫ່ງນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວກັບວິທຍຸເອເຊັຽ ເສຣີ ເມື່ອສາມມື້ກ່ອນນີ້ວ່າ:
”ຫລາຍໆໂຮງແຮມ ກໍຕ້ອງໄດ້ຮັບຜົລກະທົບແນ່ຫັ້ນແຫລະ ທຸກມື້ນີ້ ອັນທາງນອກມັນກະງຽບເຫງົາຢູ່ ແຕ່ວ່າມື້ນີ້ເຮົາມີສອງຫ້ອງ ທີ່ຈະເຂົ້າມາ ເກົາຫລີ ຫ້ອງລະສອງຄົນ ເກົາຫລີມາທ່ຽວໜ້ອຍລົງ ມີແຕ່ຢູໂຣບ."
ປັດຈຸບັນ ສາຍການບິນລາວ ຍັງມີຖ້ຽວບິນໄປບາງກອກ ແລະຊຽງໃໝ່ຂອງໄທ, ໄປກຸງຮ່າໂນ້ຍ ແລະນະຄອນໂຮຈິມິນ ວຽດນາມ ແລະ ຊຽມຣຽບ ຂອງກໍາພູຊາເທົ່ານັ້ນ.