ການຂຶ້ນທະບຽນທີ່ດິນ ເຊກອງ ຄືບຄານ
ການຂຶ້ນ ທະບຽນ ທີ່ດິນ ໃຫ້ ປະຊາຊົນ ຢູ່ແຂວງ ເຊກອງ ເປັນໄປ ຢ່າງ ຊັກຊ້າ ຫລາຍ.
-
2013-06-25 -
-
-
Your browser doesn’t support HTML5 audio
ການ ຂຶ້ນທະບຽນ ທີ່ດິນ ໃຫ້ ປະຊາຊົນ ຢູ່ ແຂວງເຊກອງ ຖືວ່າ ດໍາເນີນໄປ ຢ່າງ ລ່າຊ້າ. ມາເຖິງ ປັດຈຸບັນ ເຮັດໄດ້ພຽງ 3% ຂອງ ແຜນການ ທີ່ ໄດ້ວາງອອກ. ຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຂອງລາວ. ເຈົ້າໜ້າທີ່ ເວົ້າວ່າ:
"ພາກຣັຖ ພວກເຮົາ ຈະກໍານົດ ມີການ ວາງແຜນກັນ ລະອຽດ ດ໋ຽວພວກເຮົາ ກໍຢູ່ໃນ ຣະຍະ ການພັທນາ ປັບປຸງ ໄປເລື້ອຍ ກໍບໍ່ທັນ ວ່າເພິ່ນສິ ແລ້ວ ເວລາໃດ໋ ເພິ່ນກໍເຮັດ ໄປເລື້ອຍໆ".
ນາງເວົ້າ ຕໍ່ໄປວ່າ ແຜນການ ຈັດຕັ້ງ ປະຕິບັດ ຂອງ ແຂວງເຊກອງ ໃນ 1 ປີ ຈະໄດ້ຂຶ້ນ ທະບຽນ ທີ່ດິນ ໃຫ້ໄດ້ ທັງໝົດ 4,490 ຕອນ ໂດຍສະເພາະ ໃນເມືອງ ທ່າແຕງ ແລະ ເມືອງລະມາມ ເພື່ອໃຫ້ ມີຄວາມຊັດເຈນ ໃນການ ນໍາໃຊ້ ທີ່ດິນ ຂອງ ປະຊາຊົນ. ແຕ່ວ່າສາມາດ ຂຶ້ນທະບຽນ ໄດ້ ພຽງແຕ່ 140 ຕອນ ເທົ່ານັ້ນ.
ນາງວ່າ ການລ່າຊ້າ ທີ່ວ່ານັ້ນ ແມ່ນຍ້ອນ ປະຊາຊົນ ບາງບ່ອນ ບໍ່ໃຫ້ ຄວາມ ຮ່ວມມື ແລະ ການລົງໄປ ເບິ່ງພື້ນທີ່ ຕົວຈິງ ກໍລໍາບາກ. ນາງເວົ້າຕື່ມ ອີກວ່າ ການທີ່ ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຕ້ອງການ ໃຫ້ ແຂວງ ເຊກອງ ຂຶ້ນທະບຽນ ທີ່ດິນ ນັ້ນ ກໍຍ້ອນວ່າ ປັດຈຸບັນ ມີຄວາມຂັດແຍ່ງ ໃນເຣື່ອງ ທີ່ດິນ ຍ້ອນຄວາມ ບໍ່ຊັດເຈນ ຂອງ ການຈັດສັນ ທີ່ດິນ ເພາະປູກ ແລະ ຫາຢູ່ຫາກິນ ຂອງ ປະຊາຊົນ ແລະ ຍ້ອນການ ໃຫ້ ສັມປະທານ ແກ່ ບໍຣິສັດ ເອກກະຊົນ ຢ່າງ ຫລວງຫລາຍ ເພື່ອ ປູກພືດ ອຸດສາຫະກັມ ແລະ ຂຸດຄົ້ນ ບໍ່ແຮ່.