ສາເຫດງົປມານຣັຖຂາດດູນ
2013.10.30

ຣັຖບານລາວໄດ້ອອກຄໍາສັ່ງ ໃຫ້ຫນ່ວຍງານຕ່າງໆຂອງຣັຖເຮັດວຽກ ໃຫ້ຫລາຍກວ່າເກົ່າໃນການແກ້ໄຂບັນຫາລາຍໄດ້ ຂອງຣັຖພາດເປົ້າ ຫມາຍທີ່ໄດ້ວາງໄວ້ດັ່ງ ບັນຫາການຮົ່ວໄຫລຂອງງົປມານ, ການຈັດ ສັນທີ່ດິນ, ອຸດສາຫະກັມໄມ້ທ່ອນ, ການເກັບພາສີຕ່່າງໆ ທັງຫມົດນີ້ ເປັນບັນຫາ ທີ່ສຳຄັນກວ່າບັນຫາອຶ່ນໆ.
ອົງການກວດກາ ແຫ່ງຣັຖ ໄດ້ເປີດເຜີຍຂໍ້ມູນ ກ່ຽວກັບການກວດກາ ການເກັບລາຍຮັບ ຂອງຣັຖບານ ໃນສົກງົປມານທີ່ຜ່ານມາ ໃນກອງ ປະຊຸມປະຈຳປີ ວ່າງຫລັງໆມານີ້ ທີ່ນະຄອນຫລວງວຽງຈັນ ວ່າການ ຮົ່ວໄຫລຂອງງົປມານຣັຖ ທີ່ໄດ້ຊຳເຮື້ອ ມາເປັນເວລາດົນນານ ເປັນ ບັນຫາທີ່ສຳຄັນ ທີ່ເຮັດໃຫ້ການເກັບງົປມານຣັຖພາດເປົ້າຫມາຍ.
ຄວາມຄືບຫນ້າໃນການແກ້ໄຂບັນຫາ ທີ່ສຳຄັນດັ່ງກ່າວຊັກຊ້າ ແລະ ຜ່ານຫລາຍຂັ້ນຕອນ ຈຶ່ງເຮັດໃຫ້ມີການຝ່າຝືນກົດຫມາຍ ຢູ່ຕລອດ. ບັນຫາອຶ່ນໆອີກທີ່ສຳຄັນ ທີ່ຣັຖບານລາວຕ້ອງແກ້ໄຂ ກໍແມ່ນບັນຫາ ການຂັດແຍ່ງທີ່ດິນ ບັນຫາການ ຄ້າຢາເສບຕິດ ແລະບັນຫາການໃຫ້ ສຳປະທານທີ່ດິນ ໃນໂຄງການພັທນາຂອງ ຣັຖບານ.
ຣັຖບານລາວຂາດງົປມານອັນມະຫາສານ ວ່າງຫລັງໆມານີ້ຍ້ອນການຮົ່ວໄຫລ ໃນການເກັບພາສີລາຍໄດ້ ຕິດຫນີ້ຫລາຍເກີນໄປການຂາດດູນ ການຄ້າ ແລະການສໍ້ຣາສບັງຫລວງ. ໃນແຕ່ລະປີ ຣັຖບານຕ້ອງໄດ້ຢຶມເງິນ ຈາກຕ່າງປະເທດ ເປັນຈຳນວນຫລວງຫລາຍ ເພຶ່ອມາໃຊ້ຫນີ້.