ການສໍາປະທານທີ່ສ້າງຜົນ ກະທົບ

ສິດນີ
2016.03.24
F-Rubber ພື້ນທີ່ປູກຢາງພາລາ ຢູ່ ສປປລາວ ທີ່ກໍາລັງຖືກດຸດຖິ້ມ
RFA

ທາງການ ກຳພູຊາ ລາວ ແລະ ພະມ້າ ໄດ້ໃຫ້ ສຳປະທານ ທີ່ດິນ ຫຼາຍສິບພັນ ເຮັກຕາ ທີ່ເອີ້ນວ່າ ສຳປະທານ ເພື່ອ ພັທນາ ເສຖກິຈ ຂອງ ປະເທດຊາດ ຊຶ່ງໃຫ້ ນັກລົງທຶນ ຕ່າງຊາດ ແລະ ພາຍໃນ ໃຊ້ປູກ ຢາງພາລາ ອ້ອຍ ແລະ ຕົ້ນໄມ້ ເສຖກິຈ ປະເພດຕ່າງໆ ຮ່ວມທັງ ການຂຸດຄົ້ນ ແລະ ສຳຣວດແຮ່ທາດ.

ໃນ ຈຸດປະສົງ ຂອງຣັຖບານ ກໍເພື່ອການ ພັທນາ ແລະ ສ້າງວຽກເຮັດ ງານທຳ ໃຫ້ ປະຊາຊົນ ຫລື ຣາຍໄດ້ ເຂົ້າຣັດ ແຕ່ ໃນສະພາບ ຄວາມເປັນຈິງ ແລ້ວ ການສຳປະທານ ດັ່ງກ່າວ ໄດ້ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ຢ່າງໃຫຽ່ຫຼວງ ຊາວບ້ານ ຖືກ ໂຍກຍ້າຍ ຈາກບ່ອນຢູ່ອາສັຍ ຫຼາຍແສນຄົນ ຮ່ວມທັງ ໄຮ່ນາຕາກ້າ ແລະ ຊັພຍາກອນ ທັມມະຊາດ ປະເພດອື່ນໆ ທີ່ ພວກເຂົາເຈົ້າ ອາສັຍ ລ້ຽງ ຄອບຄົວ ມາແຕ່ ດຶກດຳບັນ ກໍ ຖືກທຳລາຍ ໄປຫມົດ.

ຄາດວ່າ ພື້ນທີ່ກວ່າ 53 ພັນ ກິໂລແມັດ ມົນທົນ ໃນ ກຳພູຊາ ລາວ ແລະ ພະມ້າ ຖືກທາງການ ໃຫ້ ນັກລົງທຶນ ຕ່າງຊາດ ສຳປະທານ. ຣັຖບານ ກຳພູຊາ ບໍ່ໄດ້ເປີດເຜີຍ ຕົວເລກ ທີ່ ແນ່ນອນ ແຕ່ອົງການ ປົກປ້ອງ ສິດທິມະນຸດ ລີກາໂຮ ທີ່ ກຳພູຊາ ເວົ້າວ່າ ດິນ ໃນ ກຳພູຊາ ກວ່າ 21 ພັນກິໂລແມັດ ມົນທົນ ຖືກຣັຖບານ ໃຫ້ ສຳປະທານ ແກ່ ນັກລົງທຶນ ຕ່າງຊາດ ສ່ວນໃຫຍ່ ໃນການປູກ ຢາງພາລາ. ດິນສ່ວນໃຫຍ່ ຖືກໃຫ້ ສຳປະທານ ແກ່ ບໍຣິສັດ ຈີນ ວຽດນາມ ແລະ ບໍຣິສັດ ທ້ອງຖິ່ນ ຜູ້ທີ່ມີສ່ວນ ພົວພັນ ກັບ ອຳນາດ ການປົກຄອງ ໃນ ກຳພູຊາ.

ສຳລັບ ສປປລາວ ແລ້ວ ກໍ່ເຊັ່ນກັນ ດິນ ຫຼາຍແສນ ເຮັກຕາ ຖືກໃຫ້ ນັກລົງທຶນ ຈີນ ແລະ ວຽດນາມ ສຳປະທານ ປູກ ຢາງພາລາ ແລະ ອ້ອຍ ແລະ ປະຊາຊົນ ຫຼາຍພັນຄົນ ຖືກ ໂຍກຍ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.