ເຈົ້າແຂວງຄໍາແພງສໍາປະທານ ທີ່ດິນ

ມະນີຈັນ
2015.07.09
F-trans ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ຫລວງພຣະບາງ
RFA/NY

ກ່ອນທີ່ ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງ ຫລວງພຣະບາງ ຈະຖືກ ສັບຊ້ອນ, ມາຮັບ ຕໍາແໜ່ງ ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ, ທ່ານ ໄດ້ ເຊັນ ອະນຸມັດ ເອົາ ເຂດອ້ອມ ຮອບ ຕາດ ກວາງຊີ, ໃຫ້ ບໍຣິສັດ ເອກກະຊົນຈີນ ສໍາປະທານ ແລະ ອອກ ຄໍາສັ່ງ ຈັບ ນາງ ຈັນທະພອນ, ທີີ່ ເອົາ ຂໍ້ຕົກລົງ ຂອງ ທ່ານ ອອກມາ ເຜີຍແພ່ ທາງ ເຟສບຸກ.

ເຈົ້າໜ້າທີ່ ແຂວງ ຫລວງ ພຣະບາງ ຜູ້ທີ່ ບໍ່ປະສົງ ອອກຊື່ ທ່ານນຶ່ງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ, ທ່ານ ຄໍາແພງ ໄຊສົມແພງ ເຄີຍມີ ໂຄງການ ທີ່ ຈະເອົາ ດິນ ແລະ ຕຶກ ຫ້ອງການ ຂອງ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ, ໃຫ້ ບໍຣິສັດ ພັນທະມິດ ກໍ່ສ້າງ ສໍາປະທານ ເພື່ອ ສ້າງ ໂຮງແຮມ 5 ດາວ, ແຕ່ ໂຄງການ ນັ້ນ ຖືກໂຈະ ໄວ້ ກ່ອນ, ເນື່ອງຈາກ ວ່າ ຫລາຍ ຜແນກການ ບໍ່ເຫັນດີ ນໍາ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ກໍ ປະຕິເສດ ວ່າ ເຣື້ອງນີ້ ບໍ່ເປັນ ຄວາມຈິງ, ດັ່ງ ທ່ານ ຟ້າສະນັ່ນ ທໍາມະວົງ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ຫລວງ ພຣະບາງ ກ່າວວ່າ:

"ຊິມາ ເຊົ່າເຮັດ ໂຮງແຮມ ໄດ້ ແນວໃດ ຫ້ອງການ ຜແນກ ໂຍທາ ທິການ ແລະ ຂົນສົ່ງ, ບໍ່ມີ, ບໍ່ມີດອກ ອັນນີ້ ເຊົ່າ ອັນນີ້ ເປັນ ເຮັດ ໂຮງແຮມ ເຮົາເປັນ ຫົວໜ້າ ຜແນກ ໂຍທາ ຢູ່ນີ້ ໄດ້ 20 ປາຍປີ ບໍ່ ໄດ້ຍິນ ຈັກເທື່ອເດີ ອັນນີ້ ເດີ".

ແຫລ່ງຂ່າວ ທ້ອງຖີ່ນ ຣາຍງານ ວ່າ ນັບແຕ່ ເຂົ້າມາ ຮັບ ຕໍາແໜ່ງ ເປັນ ເຈົ້າແຂວງ ຫລວງ ພຣະບາງ, ທ່ານ ຄໍາແພງ ໄຊສົມແພງ ໄດ້ ອະນຸມັດ ໃຫ້ ບໍຣິສັດ ເອກກະຊົນ ເຂົ້າມາ ສໍາປະທານ ທີ່ດິນ ຫຼາຍບ່ອຍ ເຊັ່ນ: ເອົາ ໂຮງໝໍ ແຂວງ ຢູ່ ໃຈກາງ ເມືອງ ໃຫ້ ຕ່າງ ປະເທດ ສໍາປະທານ ເຮັດ ໂຮງແຮມ ອະມັນຕະກະ, ເອົາ ຄຸກ ມະໂນ ຫລື ບ່ອນ ກັກຂັງ ນັກໂທດ ໃຫ້ ເອກກະຊົນ ສໍາປະທານ ເຮັດ ໂຮງແຮມ, ເອົາ ໂຮງຮຽນ ວິຈິດສິນ ໃຫ້ ເອກກະຊົນ ສໍາປະທານ ເປັນ ໂຮງແຮມ, ເອົາ ຕລາດ ດາລາ ໃຫ້ ບໍຣິສັດ ພັນທະມິດ ກໍ່ສ້າງ ສໍາປະທານ, ເອົາ ເຂດ ຜາມໄຊ ທີ່ ໃຊ້ຈັດ ບຸນຊ່ວງ ເຮືອ ປະຈໍາ ປີ ແລະ ໂຮງ ແຊກ ແລະ ເຂດ ຫາງ ເດີ່ນຍົນ ໃຫ້ ບໍຣິສັດ ສີສັກ ກໍ່ສ້າງ ສໍາປະທານ, ແລະ ເອົາ ເດີ່ນ ທາດຫລວງ ຢູ່ ແຂວງ ຫລວງ ພຣະບາງ ໃຫ້ ບໍຣິສັດ ດວງປະເສີດ ສໍາປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.