ຈີນ ເພີ້ມສໍາປະທານທີ່ດິນ
2015.01.06

ປັຈຈຸບັນ ມີ ນັກລົງທຶນ ຈີນ ພາກັນມາ ສັມປະທານ ທີ່ດິນ ເຂດ ຈັດສັນ ອຸດສາຫະກັມ ເມືອງ ໄຊເສດຖາ ນະຄອນ ຫຼວງວຽງຈັນ ເພື່ອ ລົງທຶນ ສ້າງໂຮງຈັກ ໂຮງງານ ປະເພດ ຕ່າງໆ ທີ່ ເຫັນວ່າ ມີຄວາມ ຈໍາເປັນໃນ ອະນາຄົດ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
“ຈີນ ມາລົງທຶນ ເຮັດເປັນເຂດ ຈັດສັນ ຫັ້ນນະ ເຂດ ຈັດສັນ ອຸດ ສາຫະກັມ ອຸດສາຫະກັມ ດ້ານ ການຄ້າ ແມ່ນຫຍັງ ເປິດເຮັດ ໂຮງຈັກ ໂຮງງານ ຫັ້ນນະ ເພາະວ່າ ຖນົນແຖວນັ້ນ ມັນດີໝົດ ເດເນາະ”.
ເຈົ້າໜ້າທີ່ ກ່າວຕໍ່ວ່າ ສໍາລັບ ຣາຄາ ຄ່າ ສັມປະທານ ທີ່ດິນ ຢູ່ ໂຄງການ ນັ້ນ ສເລັ່ຽ ຣາຄາ 40 ດອນລ່າ ສະຫະຣັຖ ຕໍ່ 1 ຕະ ຣາງແມັດ ຊຶ່ງບໍ່ສູງ ຄືກັບ ເຂດ ເສຖກິດ ບຶງ ທາດຫລວງ ແລະວ່າ ໂຄງການນີ້ ໄດ້ຮັບ ສັມປະທານ ຈາກ ທາງການ ລາວ ໃນຣະຍະ 50 ປີ ດິນ ທັງໝົດ ແມ່ນດິນ ຂອງ ຣັຖ ແຕ່ ຍັງບໍ່ມີ ຂໍ້ມູນ ຣາຍ ຣະອຽດ ຂອງ ເນື້ອທີ່ ທັງໝົດ.
ນາງ ກ່າວວ່າ ທຸກມື້ນີ້ ໂຄງການ ດັ່ງກ່າວ ຍັງ ເປິດກວ້າງ ຮັບເອົາ ນັກລົງທຶນ ຢູ່ ບໍ່ພຽງແຕ່ ນັກລົງທຶນ ຈີນ ເທົ່ານັ້ນ ຍັງມີ ນັກລົງທຶນ ປະເທດ ຕ່າງໆ ໃຫ້ ຄວາມສົນໃຈ ຢູ່ ເລື່ອຍໆ ແລະໄດ້ ຕິດຕໍ່ ມາແລ້ວ ແຕ່ຍັງບໍ່ ຮູ້ວ່າຈະ ເຣີ້ມ ສ້າງສາ ພັທນາ ເມື່ອໃດ ກັນແທ້.
ຢ່າງໃດ ກໍຕາມ ໂຄງການ ເຂດຈັດສັນ ອຸດສາຫະກັມ ແຫ່ງນີ້ ເປັນອີກ ໂຄງການ ນຶ່ງ ໃນ ນະຄອນ ຫລວງ ວຽງຈັນ ທີ່ ເປັນຈຸດ ສົນໃຈ ຂອງ ນັກລັງທຶນ ຈີນ ເທົ່ານັ້ນ ທັ້ງໆທີ່ວ່າ ກ່ອນໜ້ານີ້ ກໍໄດ້ເຂົ້າມາ ລົົງທຶນ ຫລາຍແລ້ວ ຢູ່ເຂດ ບຶງ ທາດຫລວງ ເປັນຕົ້ນ ໂຄງການ ສ້າງຄອນໂດ ຂນາດໃຫ່ຍ.
ທາງການລາວ ຍັງຄົງ ດຶງດຸດ ໃຫ້ ຕ່າງປະເທດ ເຂົ້າມາ ລົງທຶນ ຢູ່ ນະຄອນ ຫລວງ ວຽງຈັນ ເພີ້ມຕຶ່ມ ກ່ອນຈະ ເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໃນວັນທີ 31 ທັນວາ 2015 ນີ້.