ສັມປະທານເຊົ່າທີ່ດິນເປັນ ບັນຫາ ຕ້ອງແກ້ໄຂ
2014.08.08
ການໃຫ້ ສັມປະທານ ແລະ ເຊົ່າທີ່ດິນ ໃນ ທົ່ວປະເທດ ເກີດມີບັນຫາ ຫລາຍຢ່າງ ເປັນຕົ້ນ ການລ່ວງລໍ້າ ເຂົ້າໄປ ກວມເອົາ ທີ່ດິນ ປ່າ ສງວນ ແລະ ປ່າປົກປ້ອງ ຂອງຣັດ ຍິ່ງໄປ ກ່ວານັ້ນ ຍັງໄປກວມ ເອົາທີ່ດິນ ເຂດຢູ່ ອາໄສຂອງ ຊາວບ້ານ ແລະ ທົ່ງໄຮ່ນາ ອັນເຮັດໃຫ້ ມີຜູ້ໄດ້ຮັບ ຜົນກະທົບ ຕ້ອງຮວມກັນ ສົ່ງ ຄໍາຮ້ອງທຸກ ເຖິງອໍານາດ ການປົກຄອງ ທ້ອງຖິ່ນ. ຕາມຄໍາ ເວົ້າຂອງ ທ່ານ ສີສວາດ ວິທະໄຊ ຮອງ ຣັຖມົນຕຣີ ກະຊວງ ຊັພຍາກອນ ແລະ ສິ່ງແວດລ້ອມ ເນື່ອງ ໃນໂອກາດ ເປີດກອງປະຊຸມ ເວິກຊ໊ອພ ລະຫ່ວາງ ວັນທີ່ 7 ຫາ 8 ສິງຫາ ນີ້.
ທ່ານວ່າ ບັນຫາ ທີ່ກ່າວມານີ້ ຣັຖບານ ຈະຕ້ອງແກ້ໄຂ. ປັດຈຸບັນ ເຈົ້າໜ້າທີ່ ຮັບຜິດຊອບ ນະໂຍບາຍ ທີ່ດິນ ແຫ່ງຊາຕ ກໍາລັງ ຮ່າງກົດ ໝາຍ ຊຶ່ງຄາດວ່່າ ຮ່ວມທັງການ ແກ້ໄຂ ບັນຫາ ຂັດແຍ້ງ ທີ່ດິນ ທີ່ເກີດຂຶ້ນ. ບັນຫາ ການຂັດແຍ້ງ ທີ່ດິນ ທີ່ມີມາ ຫລາຍປີນີ້ ໄດ້ສ້າງ ຄວາມບໍ່ສງົບຂຶ້ນ ໃນສັງຄົມ. ການອະນຸມັດ ໃຫ້ ສັມປະທານ ແລະ ໃຫ້ ເຊົ່າທີ່ດິນ ຫລາຍ ກໍຣະນີ ທັບຊ້ອນກັນ. ຄືວ່າ ທີ່ດິນ ຕອນດຽວ ຖືກ ອະນຸມັດ ໃຫ້ 2 ໂຄງການ ໂດຍ ເຈົ້າໜ້າທີ່ ອໍານາດ ການປົກຄອງ ແຕກຕ່າງ ກັນ.
ການໃຫ້ ສັມປະທານ ທີ່ດິນ ເພື່ອຂຸດຄົ້ນ ບໍ່ແຮ່ ກໍເຊັ່ນກັນ ບໍ່ແຈ້ງຂາວ ຮອບດ້ານ. ເມື່ອເກີດ ບັນຫາແລ້ວ ກໍແກ້ຍາກ. ຜ່ານມາ ເຈົ້າໜ້າທີ່ ຮັບຜິດຊອບ ໃນການ ອະນຸມັດ ສັມປະທານ ທີ່ດິນ ບໍ່ໄດ້ ປະເມີນຄ່າ ຂອງ ຊັພຍາກອນ ທີ່ມີຢູ່ ໃນພື້ນທີ່ ເປັນຕົ້ນ ປ່າ ທັມມະຊາດ ນານາ ຊີວະພັນ. ບັນຫາ ທີ່ເກີດຂຶ້ນ ທັງໝົດນີ້ ຍ້ອນຂາດ ຣະບຽບການ ຊີ້ນໍາ ນະໂຍບາຍ ບໍ່ແຈ້ງ, ການຈັດຕັ້ງ ຣະບຽບກົດໝາຍ ການໃຫ້ ສັມປະທານ ແລະ ເຊົ່າທີ່ດິນ ບໍ່ໄດ້ ເຕັມສ່ວນ.