ຣາຍຮັບຮົ່ວໄຫລຍ້ອນຂາດ ຄວາມ ໂປ່ງໄສ

ສິດນີ
2014.08.01
F-Lien ດຣ.ລຽນ ທີແກ້ວ ຣັຖມົນຕຣີກະຊວງການເງີນ ສປປລາວ
LPDR

 

ດຣ. ລຽນ ທີແກ້ວ ຣັຖມົນຕຣີ ກະຊວງ ການເງີນ ສປປລາວ ໃຫ້ ເຫດຜົລ ກ່ຽວກັບ ການຂາດດູນ ງົປມານ ຫລື ຣາຍຮັບ ຂອງຊາດ ກໍຍ້ອນ ເຈົ້າຫນ້າທີ່ ການເງີນ ຂາດ ຄວາມໂປ່ງໄສ ຂາດ ຈັນຍາ ບັນ ໃນການ ທຳງານ ດ້ວຍການຊ່ອຍ ບໍຣິສັດ ຫລີກລຽງ ການເສັຽ ພາສີ ໃຫ້ຣັດ.

ດຣ ລຽນ ໄດ້ກ່າວ ຕອບຄຳຖາມ ຂອງ ສະມາຊິກ ສະພາ ທ່ານນື່ງ ໃນ ກອງປະຊຸມ ສະພາ ທີ່ ຜ່ານມານີ້ ກ່ຽວກັບ ບັນຫາ ການຂາດ ດູນ ງົປມານ ແລະ ຣາຍຮັບ ຂອງ ຣັຖບານ ດ້ວຍການ ຍອມຮັບ ວ່າ ເຈົ້າຫນ້າທີ່ ການເງີນ ຂອງລາວ ມີສ່ວນພົວພັນ ໃນການເຮັດ ໃຫ້ ງົປມານ ຂອງ ຣັຖບານ ຮົ່ວໄຫລ.

ທ່ານວ່າ ເຈົ້າຫນ້າທີ່ ການເງີນ ບາງຄົນ ໄດ້ສົມຮູ້ ຮ່ວມຄິດ ກັບກຸ່ມ ບໍຣິສັດ ແລະ ກຸ່ມການຄ້າ ຕ່າງໆໃນລາວ ດ້ວຍການ ເຮັດບັນຊີ ຣາຍໄດ້ ທີ່ບໍ່ຖືກຕ້ອງ ຫຼື ຂາດທຶນ ໃນການ ດຳເນີນ ທຸຣະກິດ ໃນ ລາວ ເພື່ອເຮັດໃຫ້ ການເສັຽພາສີ ຣາຍໄດ້ ຂອງ ບໍຣິສັດ ຕ່ຳກວ່າ ອັດຕຣາ ທີ່ ທາງການ ກຳນົດໄວ້.

ທ່ານລຽນ ຍັງບອກອີກວ່າ ການເກັບ ພາສີຣາຍໄດ້ ດ້ວຍການໃຊ້ ເທັກໂນໂລຈີ ທີ່ ທັນສມັຍ ຮ່ວມດ້ວຍ ຣະບົບ SMART CARD ຈະຊ່ອຍ ຫລຸດຜ່ອນ ບັນຫາການ ຮົ່ວໄຫລ ດັ່ງກ່າວ ໃຫ້ຫນ້ອຍລົງ. ທ່ານວ່າ ໃນຣະຍະ 9 ເດືອນ ຂອງປີ 2013-2014 ຫນ່ວຍງານ ເກັບພາສີ ອາກອນ ຂອງ ຣັຖບານ ສາມາດ ເກັບພາສີ ຣາຍຮັບໄດ້ ພຽງ ແຕ່ 15.14 ພັນ ຕື້ກີບ ເທົ່ານັ້ນ ເທົ່າກັບ 60 ສ່ວນຮ້ອຍ ຂອງແຜນການ ທັງຫມົດ ໃນ ແຕ່ລະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.