ມ.ຫີນບູນ ຂ.ຄໍາມ່ວນ ຂາດຄຣູສອນ
2017.09.05
ໃນການເປີດສົກຮຽນປີ 2017-18 ໃນວັນທີ 1 ກັນຍາ ນີ້ ເມືອງຫິນບູນ ແຂວງຄຳມ່ວນ ຍັງຂາດ ຄຣູ-ອາຈານສອນ ສໍາລັບທຸກຊັ້ນ ເຮັດໃຫ້ ໂຮງຮຽນຫຼາຍໆແຫ່ງ ບໍ່ມີຄວາມພ້ອມ ຢ່າງເຕັມທີ່ເປັນຕົ້ນ ຢູ່ໃນເຂດຊົນນະບົດຮ່າງໄກ ທີ່ບໍ່ມີຄຣູສອນຂອງຣັຖ ພຽງພໍກັບ ຄວາມຕ້ອງການ.
ປັດຈຸບັນ ໂຮງຮຽນບາງແຫ່ງ ມີແຕ່ຄຣູອາສາສມັກ ພຽງຄົນດຽວ ສອນເດັກນ້ອຍນັກຮຽນ 30 ຫາ 40 ຄົນ. ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາ ທິການແລະກິລາ ເມືອງຫີນບູນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 5 ກັນຍາ ນີ້ວ່າ:
"ກໍຄວາມຈິງກະຂາດຢູ່ຫັ້ນແຫລະ ນາຍຄຣູຫັ້ນ ຄັນວ່າໄລ່ ກະບໍ່ພໍອີ່ຫລີ ກໍມີຫລາຍໂຮງຮຽນ ທີ່ຍັງຂາດນໍ ຕາມຄິດໄລ່ ນີ້ 19 ຄົນພຸ້ນຫຼະ ອະນຸບານ ຫັ້ນໜະ ແລ້ວປະຖົມ ນີ້ 13 ຄົນ ເນື່ອງຈາກ ວ່າມັນກໍມີ ຜູ້ໂຍກຍ້າຍແນ່ ໂຍກຍ້າຍໄປຕ່າງເມືອງແນ່ ແລ້ວກໍສ່ວນວ່າ ມັທຍົມ ຕາມ ຄິດໄລ່ ຂອງໄທເຮົານີ້ ຍັງບໍ່ພໍຢູ່ 62 ຄົນ ໄລ່ຕາມ ລາຍວິຊາຕ່າງໆ ຊໍ່າພຸ້ນແຫລ້ວ".
ທ່ານກ່າວວ່າ ປັດຈຸບັນ ເມືອງຫີນບູນນີ້ຕ້ອງການ ຄຣູສອນ ຕື່ມອີກ 94 ຄົນ ຊຶ່ງໃນນັ້ນ ຕ້ອງມີຄຣູສອນ ອະນຸບານ 19 ຄົນ, ຄຣູປະຖົມ 13 ຄົນ ແລະ ຄຣູ-ອາຈານ ມັທຍົມ 62 ຄົນ.
ສາເຫດທີ່ເຮັດໃຫ້ ບໍ່ມີຄຣູ-ອາຈານ ພຽງພໍນັ້ນ ກໍຍ້ອນວ່າ ຄຣູ-ອາຈານ ຈໍານວນນຶ່ງ ໄດ້ໂຍກຍ້າຍ ອອກໄປສອນ ຢູ່ຕ່າງເມືອງ ຕ່າງແຂວງ ເຮັດໃຫ້ມີ ການສັບຊ້ອນ ຄຣູອາສາສມັກ ເຂົ້າມາສອນແທນ ແຕ່ກໍຍັງບໍ່ພຽງພໍ ເປັນຕົ້ນ ໂຮງຮຽນປະຖົມ ບ້ານກວດກະຈາ ແລະໂຮງຮຽນ ປະຖົມ ບ້ານວຽງທອງ.
ເມືອງຫິນບູນ ມີໂຮງຮຽນ ທັງໝົດ 150 ແຫ່ງ. ໃນນັ້ນມີໂຮງຮຽນ ລ້ຽງເດັກ ແລະ ອະນຸບານ 29 ແຫ່ງ,ໂຮງຮຽນ ປະຖົມ 98 ແຫ່ງ, ໂຮງຮຽນມັທຍົມຕົ້ນ 16 ແຫ່ງ ແລະໂຮງຮຽນ ມັທຍົມສົມບູນ 7 ແຫ່ງ. ມີນັກຮຽນທັງໝົດ ປະມານ 20 ພັນຄົນ ແລະ ມີຄຣູ-ອາຈານ ສັງກັດຣັຖ 508 ຄົນ ແລະຄຣູອາສາສມັກ 94 ຄົນ ແຕ່ກໍຍັງບໍ່ ພຽງພໍຢູ່ດີ.
ທ່ານເວົ້າວ່າ ໃນແຕ່ລະປີ ມີພະນັກງານ-ຣັຖກອນ ອອກບໍານານ 4 ພັນຄົນ ແລະທາງກະຊວງ ສຶກສາທິການ ແລະກິລາ ກໍມີແຜນເພີ້ມ ໂຄຕາບັນຈຸ ຄຣູອາສາສມັກ ທີ່ສອນມາໄດ້ ຫຼາຍປີແລ້ວນັ້ນ ເຂົ້າເປັນພະນັກງານ ຣັຖກອນ ຊຶ່ງໃນປັດຈຸບັນ ມີຄູອາສາສມັກ ທັງໝົດ ໃນທົ່ວປະເທສ ຈໍານວນ 16 ພັນຄົນ.
ສໍາລັບປີ 2018 ທີ່ຈະມາເຖິງນີ້ ຣັຖບາລ ມີແຜນທີ່ຈະຮັບເອົາ ພະນັກງານ-ຣັຖກອນ ໃໝ່ພຽງ 3 ພັນຄົນ ຍ້ອນບໍ່ມີ ງົບປະມານ ພຽງພໍ ຊຶ່ງໃນຊຸມປີ ທີ່ຜ່ານໆມາ ໄດ້ຮັບເອົາປີນຶ່ງ ເຖິງ 5 ພັນຄົນ.