ເງິນກີບອ່ອນຄ່າສິນຄ້າ ກາຍເປັນແພງ
2020.06.24
ປັດຈຸບັນ ເງິນກິບຂອງລາວອ່ອນຄ່າລົງ ເຮັດໃຫ້ຣາຄາສິນຄ້າບາງປະເພດ ທີ່ນໍາເຂົ້າຈາກ ຕ່າງປະເທດ ເປັນຕົ້ນແມ່ນຈາກໄທຍ ເຊັ່ນນໍ້າປາ, ແປ້ງນົວ, ນໍ້າຕານ, ນົມ ແລະພືດພັກຕ່າງໆ ແພງຂຶ້ນ ຍ້ອນພວກພໍ່ຄ້າແມ່ຄ້າ ທີ່ຕ້ອງໄດ້ເອົາເງິນກີບ ໄປຊື້ສິນຄ້າດັ່ງກ່າວ ເປັນຈໍານວນຫຼາຍ ຂຶ້ນກວ່າເກົ່າ ແລະຈໍາເປັນຕ້ອງຂາຍ ໃນຣາຄາແພງຂຶ້ນ. ໃນເມື່ອຣາຄາສິນຄ້າແພງຂຶ້ນ ສິນຄ້ານັ້ນກໍຂາຍບໍ່ອອກ ແລະ ເໜົ່າເສັຍໄປ.
ຍົກຕົວຢ່າງ ຜັກກະລໍ່າປີ ຈາກທີ່ເຄີຍຮັບຊື້ມາ 30 ພັນກີບ ຕໍ່ໝື່ນ ຫລື 12 ກິໂລ ກໍຂຶ້ນມາເປັນ 90 ພັນກີບ, ໝາກນາວຈາກກິໂລລະ 5 ພັນກີບ ຂຶ້ນມາເປັນ 10 ພັນປາຍກີບ, ໝາກເດັ່ນ ຈາກປົກກະຕິ 15 ພັນກີບຕໍ່ 6 ກິໂລ ຂຶ້ນເປັນ 20 ພັນກີບ ເຮັດໃຫ້ປະຊາຊົນ ຜູ້ ບໍຣິໂພກ ໄດ້ຮັບຜົລກະທົບ ແລະຕ້ອງໄດ້ຊື້ສິນຄ້ານັ້ນໜ້ອຍລົງ ຍ້ອນຣະມັດຣະວັງ ໃນການໃຊ້ຈ່າຍປະຈໍາວັນ ແລະ ແມ່ຄ້າເອງກໍໄດ້ ຮັບຜົລກະທົບ ໄປຕາມໆກັນ, ອີງຕາມຄໍາເວົ້າຂອງແມ່ນຄ້າ ນາງນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ມິຖຸນາ ນີ້ວ່າ:
“ເຄື່ອງໃຊ້ຂອງສອຍ ເປັນເຄື່ອງໃຊ້ຊີວິດປະຈໍາວັນ ກະແພງຫລາຍ ເປັນແປ້ງນົວ ນ້າປາ ນໍ້າຕານ ນົມ ກະແພງໝົດທຸກຢ່າງ ໝາກນາວ ກະແພງ ໝາກເລັ່ນກະແພງ ກະລໍ່າກະແພງ ໝາກເຂືອ ກະແພງ ຜູ້ໃດຂາຍແພງ ພໍດີແຫລະ ບໍ່ມີໃຜມາຫາເລີຍ ໄປຊື້ເຄື່ອງເຂົາກໍບອກວ່າ ເງິນບາດຂຶ້ນເດ໊ ເຄື່ອງກະຂຶ້ນນໍາ.”
ແລະແມ່ຄ້າອີກຄົນນຶ່ງ ກໍເວົ້າວ່າ ປັດຈຸບັນ ສິນຄ້າບາງປະເພດ ມີຣາຄາແພງຂຶ້ນ. ຕົນຂາຍຊີ້ນໝູຢູ່ຕລາດ ປົກກະຕິ ຂາຍກິໂລນຶ່ງ 40 ພັນກີບ ຕາມຣາຄາທີ່ທາງການ ກໍາໜົດໃຫ້, ບາງເທື່ອຮັບຊື້ມາ ແພງ ກໍໄດ້ຂາຍໃນຣາຄາ ເກີນກໍາໜົດນັ້ນ. ໃນເມື່ອປະຊາຊົນບໍ່ກ້າຊື້ ຢ້ານຂາຍບໍ່ອອກ ກໍຕ້ອງໄດ້ຍອມຂາຍຂາດທຶນ ຍ້ອນຢ້ານຊີ້ນໝູເໜົ່າ ດັ່ງທີ່ນາງກ່າວວ່າ:
“ເຂົາເຈົ້າໃຫ້ຂາຍແຕ່ 40 ຊື້ມາໃນຣາຄາທໍ່ເກົ່າ ມີແຕ່ວ່າໝູມັນແພງ ມັນຂາຍບໍ່ໄດ້ ຂາຍກໍໄດ້ຂາຍຫລຸດຣາຄາລົງ ກະຂາດທຶນ ຂາຍບໍ່ອອກ ກະຂາຍ ຫລຸດລົງແຫຼະ ຂາຍ 35, 30 ແຫຼະ ດີກວ່າປະໃຫ້ ມັນເໜົ່າ ເຂົາເຈົ້າຜູ້ໃດກະຫາເງິນຍາກເດ໊ ບໍ່ມີຣາຍໄດ້.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ຊາວບ້ານທ່ານນຶ່ງເວົ້າວ່າ ປັດຈຸບັນ ຣາຄາສິນຄ້າບາງປະເພດແພງຂຶ້ນ ຊຶ່ງຕົນກໍເຂົ້າໃຈພວກພໍ່ຄ້າແມ່ຄ້າ ພວກເຂົາເຈົ້າ ຮັບຊື້ມາແພງ. ຣາຄາສິນຄ້າຂຶ້ນລົງຕາມຄ່າຂອງເງິນກີບ ເປັນຕົ້ນຣາຄາຊີ້ນໝູ ຈາກຣາຄາປົກກະຕິ ກິໂລນຶ່ງ 40 ພັນກີບ ກໍຂຶ້ນເປັນ 45 ພັນກີບ, ຣາຄານໍ້າປາ, ນໍ້າຊິອິວ ກໍແພງຂຶ້ນຈາກ 5 ພັນປາຍກີບ ເປັນປະ ມານ 10 ພັນປາຍກີບ:
“ເຂົາເຈົ້າກະຂຶ້ນຕາມເງິນຫັ້ນແຫຼະ ຢ່າງເຊັ່ນຊີ້ນໝູຂຶ້ນອີກ 45 ບັດນີ້ນໍ້າປາ ນໍ້າສະອິ້ວ ອິຫຍັງຂະເຈົ້າກະຂຶ້ນ 500-1000 ກີບແບບນີ້ຫັ້ນນະ ເພາະຢູ່ບ້ານເຮົາ ມັນບໍ່ມີເດ໋ ມັນນໍາເຂົ້າ ຜັກບົ່ວອາທິດ ທີ່ແລ້ວແພງ ອາທິດນີ້ລົງ ເຫລືອ 25.”
ປະຊາຊົນອີກທ່ານນຶ່ງ ກໍເວົ້າວ່າ ສິນຄ້າບາງປະເພດ ມີຣາຄາແພງຂຶ້ນ ແຕ່ກໍເປັນສິນຄ້າທີ່ນໍາເຂົ້າ ຈາກຕ່າງປະເທດເທົ່ານັ້ນເປັນຕົ້ນເຄື່ອງ ສໍາອາງ ຣາຄາແພງຂຶ້ນໜ້ອຍນຶ່ງ, ເສື້ອຜ້າຊຸດນຶ່ງ ກໍຂຶ້ນ ຈາກ 50-60 ພັນກີບ ເປັນ 80-90 ພັນກີບ ດັ່ງທີ່ທ່ານກ່າວວ່າ:
“ເຂົາເຈົ້າລະຄູນເງິນບ້ານ ຄືຊຸດຈັ່ງຊີ້ເນາະ 65 55 ດຽວນີ້ເກືອບ 85 90 ຊີ້ນ່າ ເພາະວ່າເຂົາເຈົ້າຄູນໃສ່ເງິນບາດ ຄັນຂຶ້ນກະສິແມ່ນພັນ 2 ພັນ ນີ້ແຫລະ.”
ເວົ້າເຖິງເງິນກີບອ່ອນຄ່າລົງ ເຈົ້າໜ້າທີ່ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າທ່ານນຶ່ງເວົ້າວ່າ ປັດຈຸບັນ ເງິນກີບອ່ອນຄ່າ ຫຼາຍ ເຮັດໃຫ້ເງິນບາດແຂງໂຕ ໝາຍຄວາມວ່າ ຕ້ອງໄດ້ ແລກຊື້ເງິນບາດ ໃນຣາຄາທີ່ສູງຂຶ້ນ, ເຮັດໃຫ້ສິນຄ້າບາງປະເພດ ທີ່ນໍາເຂົ້າຈາກ ປະເທດໄທ ແພງຂຶ້ນ, ແຕ່ມັນກໍມີແນວໂນ້ມ ເພິ່ມຂຶ້ນບໍ່ຫຼາຍ.
ແລະວ່າທາງການຈະປະຊຸມ ປຶກສາຫາລືກັນວ່າຈະແກ້ໄຂບັນຫານີ້ ໃນເບື້ອງຕົ້ນແນວໃດ, ຂນະນີ້ທາງການໄດ້ກໍາໜົດ ຣາຄາສິນຄ້າປະເພດ ຕ່າງໆໄວ້ແລ້ວ, ບໍ່ໃຫ້ຂາຍເກີນຣາຄາ, ຫາກກວດພົບ ເຫັນຜູ້ໃດບໍ່ປະຕິບັດຕາມ ກໍຈະຖືກປັບໃໝ ດັ່ງທີ່ທ່ານກ່າວວ່າ,
“ບັນດາຜູ້ນໍາສິນຄ້າ ເຂົ້າຈາກໄທ ກໍຖີບຂຶ້ນໂລດແຫຼະ ມັນກະວ່າໂອ໋ ອັດຕຣາແລກປ່ຽນຂຶ້ນ ແນວໂນ້ມມັນກະຂຶ້ນ ແຕ່ຂຶ້ນບໍ່ຫຼາຍດອກ ພວກເຮົາມີຣະບຽບ ໃນການຄຸ້ມຄອງ ຣາຄາແຕ່ວ່າ ພວກເຮົາ ຈະມີການປຶກສາຫາຣືກັນ ຕົ້ນເຫດປາຍເຫດ ສາເຫດ ມັນມາແຕ່ໃສເນາະ ເພື່ອຫາວິທີແກ້ຊ່ວຍກັນ ນີ້ແຫລະ.”
ປັດຈຸບັນ ເງິນກີບລາວ ອ່ອນຄ່າລົງຫລາຍກວ່າປີກາຍ. ອັດຕຣາແລກປ່ຽນຣະຫວ່າງເງິນກີບລາວ ແລະ ເງິນບາດໄທ ຢູ່ທີ່ປະມານ 315 ກີບ ຕໍ່ 1 ບາດ.