ເຂດການຄ້າອຸດສາຫະກັມ ແຫ່ງໃໝ່ ຂ.ຄໍາມ່ວນ

ເຂດບໍຣິເວນ ຂົວມິຕພາບ ລາວ-ໄທ ແຫ່ງທີ 3
ເຂດບໍຣິເວນ ຂົວມິຕພາບ ລາວ-ໄທ ແຫ່ງທີ 3 (RFA)

0:00 / 0:00

ແຂວງ ຄໍາມ່ວນ ສ້າງ ເຂດ ການຄ້າ ອຸດສາຫະກັມ ຈຸດສຸມ ລັງຄັງ ຢູ່ ເມືອງ ບົວລະພາ ຫລັງຈາກ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ຄໍາມ່ວນ ແລະ ຫ້ອງການ ປົກຄອງ ແຂວງ ໄດ້ມີການ ຫາຣື ກ່ຽວກັບ ແຜນການ ນັ້ນ ເມື່ອ ວັນທີ 24 ພຶສພາ 2014 ແລະ ຂະນະນີ້ ກໍກໍາລັງ ລົງສໍາຫຣວດ ພື້ນທີ່ ຕົວຈິງ ເພື່ອ ຕຣຽມສ້າງ ໂຄງຮ່າງ ພື້ນຖານ ຕໍ່ໄປ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ຄໍາມ່ວນ:

"ມັນ ເປັນເຂດ ການຄ້າ ຊາຍແດນ ຣະຫວ່າງ ລາວ-ວຽດ ກໍາລັງ ສໍາຫຣວດ ຢູ່ ຍັງບໍ່ທັນ ລະອຽດ ເນາະ ມີແຜນວ່າ ຊິເຮັດ ປີນີ້ ແຕ່ ຜູ້ລົງທຶນ ຍັງບໍ່ທັນ ໄດ້ ວາງແຜນ ລະອຽດ".

ທ່ານວ່າ ໃນ ເບື້ອງຕົ້ນ ຍັງບໍ່ມີ ຣາຍ ຣະອຽດ ຄັກແນ່ວ່າ ການ ສໍາຫຣວດ ພື້ນທີ່ ບ່ອນ ຈະສ້າງນັ້ນ ຈະເອົາ ແຕ່ດິນ ຂອງຣັຖ ຫລື ຈະກວມ ເອົາດິນ ປະຊາຊົນ ນໍາ ຊຶ່ງ ຕາມແຜນການ ເຂດ ດັ່ງກ່າວ ຈະ ໃຊ້ເນື້ອທີ່ ທັງໝົດ 633 ເຮັກຕາ ໃນເຂດ ບ້ານທົ່ງຊານ ແລະ ບ້ານລັງຄັງ ໂດຍ ໃຫ້ ນັກລົງທຶນ ໃນລາວ ເປັນຜູ້ ສໍາປະທານ ແລະ ພັທນາ ໂດຍກົງ.

ໃນ ອະນາຄົດ ເຂດ ການຄ້າ ອຸດສາຫະກັມ ລັງຄັງ ຈະເປັນເຂດ ການຄ້າ ຊາຍແດນ ລາວ-ວຽດນາມ ທີ່ ສໍາຄັນ ອີກແຫ່ງໜຶ່ງ ໃນແຂວງ ຄໍາມ່ວນ ແລະ ຈະເປັນ ທາງຜ່ານ ແລະ ສາງພັກ ສິນຄ້າ ໄປມາ ຣະຫວ່າງ 3 ປະເທດ ລາວ ວຽດນາມ ແລະໄທ.

ພ້ອມດຽວກັນ ກໍຈະກາຍ ເປັນເຂດ ເສຖກິດ ແຫ່ງທີ່ 3 ໃນ ແຂວງນີ້ ຕໍ່ຈາກ ເຂດ ເສຖກິດ ສະເພາະ ຂົວ ມິຕພາບ ລາວ-ໄທ ແລະ ເຂດ ເສຖກິດ ພິເສດ ພູຂຽວ ໃນເມືອງ ທ່າແຂກ. ໜັງສືພິມ ທ້ອງຖິ່ນ ຂອງລາວ ຣາຍງານ ວ່າ ປັຈຈຸບັນ ໄດ້ມີການ ປະກາດ ຫ້າມ ຊື້ຂາຍ ທີ່ດິນ ໃນພື້ນທີ່ ບ່ອນຈະສ້າງ ເຂດ ການຄ້າ ອຸດສາຫະກັມ ຈຸດສຸມ ລັງຄັງ ນັ້ນແລ້ວ.