ຊາວຄໍາມ່ວນຮຽກຮ້ອງຂໍຄວາມ ເປັນທັມ

ສົມເນ
2014.08.06
f-default ຊາວຄໍາມ່ວນຮຽກຮ້ອງຂໍຄວາມ ເປັນທັມ
RFA

 

ຊາວບ້ານ ຢູ່ ແຂວງ ຄໍາມ່ວນ ທີ່ ເສັຽທີ່ດິນ ແລະ ບ້ານເຮືອນ ໃຫ້ ໂຄງການ ເຂດ ເສຖກິດ ພິເສດ ພູຂຽວ ມີຄວາມ ຂັດຂ້ອງ ກັງວົນໃຈ ຫລັງຈາກທີ່ ທາງ ໂຄງການ ໃຫ້ຄ່າຊົດເຊີຽ ແບບ ບໍ່ເປັນທັມ. ຊາວບ້ານ ຈຶ່ງໄດ້ຍົກ ບັນຫານີ້ ຜ່ານສາຍດ່ວນ ໃນລະຍະ ກອງປະຊຸມ ສະ ພາ ແຫ່ງຊາຕ ຊຸດທີ່ 7 ຄັ້ງທີ່ 7 ໃນເດືອນ ກໍຣະກະດາ ຜ່ານມາ ວ່າ ທາງໂຄງການ ໃຫ້ຄ່າ ຊົດເຊີຍ ພຽງແຕ່ ສໍາລັບ ປຸກສ້າງ ບ້ານ ເຮືອນ ເທົ່ານັ້ນ ສ່ວນທີ່ດິນ ທໍາມາ ຫາກິນ ນັ້ນ ບໍ່ໄດ້ເລີຍ. ຕາມຣາຍງານ ຂອງ ໜັງສືພິມ ທາງການລາວ.

ກ່ຽວກັບ ບັນຫານີ້ ເຈົ້າໜ້າທີ່ ກົມປົກຄອງ ທີ່ດິນ ກະຊວງ ຊັພຍາກອນ ແລະ ສິ່ງແວດລ້ອມ ທ່ານ ອາໂນໄທ ຈັນທະລາສີ ໃຫ້ຄໍາ ອະທິ ບາຍ ຢູ່ ກອງປະຊຸມ ພິເສດ ເມື່ອ ຕອບບັນຫາ ສາຍດ່ວນ ຂອງສະພາ ເມື່ອວັນຈັນ ວັນທີ່ 4 ສິງຫາ ນີ້ວ່າ ການໃຫ້ ຄ່າຊົດເຊີຍ ແມ່ນ ເປັນ ໄປຕາມ ຫລັກການ ອະນຸມັດ ຂອງ ເຈົ້າແຂວງ ຄໍາມ່ວນ. ທ່ານວ່າ ຕາມຣະບຽບ ຫລັກການ ທີ່ຕັ້ງຂຶ້ນ ໂດຍ ກັມມະການ ຮັບຜິດ ຊອບ ວຽກສະເພາະ ທີ່ຣະບຸ ໄວ້ວ່າ ທີ່ດິນ ເປົ່າວ່າງ ທີ່ ບໍ່ມີການ ຜລິດໃດໆ ຈະໄດ້ຮັບ ຄ່າຊົດເຊີຍ 10 ລ້ານກິບ ຕໍ່ 1 ເຮັກຕາ. ສໍາລັບ ທີ່ດິນ ປູກເຂົ້າ ຫລື ພືດລົ້ມລຸກ ຈະໄດ້ຮັບ ຄ່າຊົດເຊີຍ 34 ລ້ານກີບ ຕໍ່ 1 ເຮັກຕາ ສ່ວນບ້ານເຮືອນ ທີ່ຢູ່ອາສັຍ ແມ່ນອີງໃສ່ ການປະເມີນ ຣາຄາ ຂອງ ຄນະ ກັມມະການ ຮັບຜິດຊອບ. ເຈົ້າໜ້າທີ່ ບອກວ່າ ຖ້າ ປະຊາຊົນ ເຫັນວ່າ ການໃຫ້ ຄ່າຊົດເຊີຍ ບໍ່ຖືກຕ້ອງ ຕາມຫລັັກ ການ ທີ່ ກ່າວມາ ນີ້ແລ້ວ ພົລເມືອງລາວ ທຸກຄົນ ມີສິດຍື່ນ ຄໍາຮ້ອງທຸກ.

ຊາວບ້ານ ບອກວ່າ ເຂົາເຈົ້າ ບໍ່ກ້າ ເພາະຢ້ານເກີດ ມີເຣື້ອງບໍ່ດີ ຕາມມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.