ຂ.ຄໍາມ່ວນກໍາລັງຂຍາຍຕົວ

ຈໍາປາທອງ
2014.08.19
ແຂວງຄໍາມ່ວນ
Wikimedia/Prince Roy

 

ເຈົ້າໜ້າທີ່ ເມືອຄູນຄໍາ ແຂວງ ຄໍາມ່ວນ ຂອງລາວ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ຢູ່ເມືອງນີ້ ມີ ຊາວວຽດນາມ ພາກັນມາ ເຮັດວຽກ ເປັນ ກັມມະກອນ ເປັນຈໍານວນ ຫຼວງຫຼາຍ ໃນໂຄງການ ກໍ່ສ້າງ ຕ່າງໆ. ສ່ວນວ່າ ເຂົ້າມາ ຄ້າຂາຍ ຫລື ລົງທຶນເຮັດ ທຸຣະກິດ ນັ້ນ ບໍ່ສູ້ມີ ຫຼາຍ ພໍເທົ່າໃດ:

"ສ່ວນຫລາຍ ກະເປັນ ແຮງງານ ເປັນຊ່າງ ເປັນຫຍັງ ຊື່ໆນະ ມາກໍ່ສ້າງ ຕ່າງໆຫັ້ນ ແຕ່ເປັນລົງທຶນ ເປັນ ບໍຣິສັດ ແມ່ນຫຍັງ ບໍ່ຄ່ອຍມີ ດອກ".

ທ່ານກ່າວ ຕໍ່ໄປວ່າ ພວກຄົນງານ ວຽດນາມ ທີ່ເຂົ້າມານັ້ນ ສ່ວນໃຫຍ່ ມາຖືກ ຕ້ອງຕາມ ກົດໝາຍ. ພວກເຂົາເຂົ້າ ມາເຮັດວຽກ ຢູ່ເມືອງ ນີ້ຫຼາຍ ຍ້ອນມີ ໂຄງການ ກໍ່ສ້າງຕ່າງໆ ຫລາຍຂຶ້ນ ແລະ ນາຍຈ້າງ ກໍເຫັນວ່າ ຄົນງານ ວຽດນາມ ມີຄວາມ ດຸໝັ່ນ ແລະ ສ່ວນໃຫຍ່ ມີສີມື ດີກວ່າ ຄົນງານລາວ ຢູ່ໃນ ແຂວງ ຄໍາມ່ວນ ນີ້.

ທ່ານວ່າ ປີໜ້ານີ້ ຢູ່ ເມືອງຄູນຄໍາ ຈະ ມີໂຄງການ ໃຫຽ່ ເກີດຂຶ້ນ ຄືໂຄງການ ກໍ່ສ້າງ ໂຮງງານ ຜລິດຊີມັງ ຂອງ ບໍຣິສັດ ຈີນ ຊຶ່ງ ອາດ ເປັນ ໄປໄດ້ ທີ່ຈະນໍາ ຄົນງານ ມາຈາກຈີນ ຫລື ວຽດນາມ ເຂົ້າມາ ເຮັດວຽກ.

ເມືອງຄູນຄໍາ ເປັນເມືອງໃໝ່ ຂອງ ແຂວງ ຄໍາມ່ວນ ຊຶ່ງ ໄດ້ເລີ່ມຕັ້ງ ມາເມື່ອປີ 2011. ປັດຈຸບັນ ມີພົລເມືອງ ປະມານ 18 ພັນຄົນ. ຢູ່ ພາຍໃນ ເມືອງ ມີການ ກໍ່ສ້າງ ໂຮງງານຕ່າງໆ ພໍ ສົມຄວນ ເປັນຕົ້ນ ໂຮງງານ ປຸງແຕ່ງໄມ້, ໂຮງງານ ຜລິດນໍ້າດື່ມ ໂຮງງານ ນໍ້າກ້ອນ ແລະ ໂຮງສີເຂົ້າ ຮວມກັນ ທັງໝົດ ປະມານ 100 ໂຮງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.