ຊາວເມືອງຄໍາເກີດ ແຂວງບໍຣິຄຳໄຊ ທີ່ຖືກນໍ້າຖ້ວມ ໃນປີ 2011 ຈາກລົມພາຍຸ ນົກເຕັນແລະໄຮມາ ເວົ້າວ່າຫລັງຈາກຖືກນໍ້າຖ້ວມໃນປີນັ້ນ ຊາວບ້ານບໍ່ເຄີຍໄດ້ ຮັບຄວາມຊ່ອຍເຫລືອ ຈາກທາງການ ແລະເມຶ່ອຊາວບ້ານ ຈະສົ່ງຫນັງສີືໄປຫາ ທາງແຂວງກັບຖືກຫ້າມບໍ່ໃຫ້ສົ່ງ ຍ້ອນ ບໍ່ຢາກໃຫ້ເປັນເຣຶ້ອງໃຫຍ່:
"2011 ພວກເຮົາກໍໄດ້ໄປສເນີລາຍງານເນາະ ເມືອງຄໍາເກີດເຮົາກໍຍັງບໍ່ທັນໄດ້ ຈາກນັ້ນມາ ເມື່ອໄປທວງຖາມເອົາເພີ່ນກໍວ່າ ຕົວນີ້ຢ່າສະ ຂັ້ນເມືອງໃຫ້ຢ່າບໍ່ໃຫ້ທວງບໍ່ໃຫ້ຫາແລ້ວ ຢູ່ເມືອງ ອື່ນໆເຂົາລະຊ່ອຍ ແລ້ວ ແຕ່ເມືອງເຮົາບໍ່ໄດ້ຊ່ອຍ ເຂົາວ່າຕົວນີ້ມັນບໍ່ແມ່ນນໍ້າຖ້ວມ ບໍ່ ແມ່ນຄົນຊີ່ເຮັດໄດ້ ອັນນີ້ກໍທັມມະຊາດ ທັມມະຊາດເຊົາສະ ປະຊາຊົນບໍ່ໃຫ້ເວົ້າ".
ຊາວບ້ານຄົນນີ້ເວົ້າຕໍ່ໄປວ່າ ໃນປີ 2011 ນັ້ນຊາວບ້ານທີ່ເມືອງຄໍາເກີດໄດ້ ຮັບແຈ້ງວ່າ ໂຄງການເຂື່ອນນໍ້າເທີນສອງໄດ້ໃຫ້ເງີນຊ່ອຍເຫລືອ ປະມານ 50 ພັນໂດລາ ມາທາງແຂວງແລ້ວ ແລະແຂວງກໍໄດ້ແຈກຢາຍ ໃຫ້ເມືອງແລ້ວ ນາຍບ້ານໃນຫມູ່ບ້ານຕ່າງໆກໍໄດ້ ເກັບກໍາຂໍ້ມູນ ສົ່ງໄປໃຫ້ເມືອງເພື່ອຂໍການຊ່ອຍເຫລືອ ແຕ່ກັບບໍ່ໄດ້ຮັບການຊ່ອຍເຫລືອໃດໆ ເມຶ່ອຊາວບ້ານຈະສົ່ງຫນັງສືໄປຫາແຂວງ ເຈົ້າຫນ້າທີ່ເມືອງກໍ ຫ້າມບໍ່ໃຫ້ ສົ່ງ. ຊາວເມືອງ ຄໍາເກີດອີກຄົນນື່ງເວົ້າວ່າ:
"ເຈົ້າຫນ້າທີ່ທາງສວັດດີການແຂວງ ກໍລົງມາເກັບກໍາຂໍ້ມູນ ທາງເມືອງກໍເຫັນວ່າມາເອົາຂໍ້ມູນນະ ແມ່ນຫຍັງຈັ່ງວ່າກໍບໍ່ຮູ້ນໍາເພີ່ນ ເພີ່ນມາເກັບ ກໍາຂໍ້ມູນ ແຕ່ວ່າທາງເມືອງສົ່ງໃຫ້ແຂວງ ບໍຫລືວ່າບໍ່ສົ່ງ ກໍບໍ່ຮູ້".
ວິທຍຸເອເຊັຽເສຣີໄດ້ຕິດຕໍ່ ຂໍຄວາມກະຈ່່າງແຈ້ງກ່ຽວກັບເຣື້ອງນີ້ ກັບເຈົ້າຫນ້າທີ່ເມືອງ ແຕ່ບໍ່ໄດ້ຮັບຄໍາຕອບ. ໃນປີ 2011 ຫລັງຈາກພາຍຸນົກ ເຕັນແລະໄຮມາ ມີປະຊາຊົນໄດ້ຮັບຜົລກະທົບຫລາຍກວ່າ 82 ພັນຫລັງຄາເຮືອນໃນຈໍານວນ 96 ເມືອງ ໃນ 12 ແຂວງຂອງລາວ. ເນື້່ອທີ່ ການກະເສດກວ່າ 64 ພັນເຮັກຕາ ໄດ້ຮັບຄວາມເສັຽຫາຍ.