ເມືອງຄໍາເກີດຕ້ອງການໂຮງຮຽນ

ໂຮງຮຽນ ຊັ້ນ ປະຖົມ ບ້ານ ນາເມືອງ ເມືອງ ຄໍາເກີດ ແຂວງ ບໍຣິຄໍາໄຊ ບໍ່ມີ ໂຮງຮຽນ ຫ້ອງຮຽນ ທີ່ ແໜ້ນໜາ ຖາວອນ ແລະ ຍັງຂາດ ອຸປກອນ ການຮຽນ ການສອນ.

ສປປລາວ ໄດ້ຮັບທຶນ ຊ່ອຍເຫລືອ ຈາກ ທະນາຄານ ໂລກ ເພື່ອການສຶກສາ ເດັກນ້ອຍ ໃນຊົນນະບົດ Citizen Journalist

ໂຮງຮຽນ ຊັ້ນ ປະຖົມ ບ້ານ ນາເມືອງ ເມືອງ ຄໍາເກີດ ແຂວງ ບໍຣິຄໍາໄຊ ບໍ່ມີ ໂຮງຮຽນ ຫ້ອງຮຽນ ທີ່ ແໜ້ນໜາ ຖາວອນ ແລະ ຍັງຂາດ ອຸປກອນ ການຮຽນ ການສອນ. ເຖິງວ່າ ບັນຫາ ດັ່ງກ່າວ ມີມາໄດ້ 2-3 ປີ ແລ້ວ, ແຕ່ກໍຍັງ ບໍ່ມີ ໜ່ວຍງານ ທີ່ ກ່ຽວຂ້ອງ ເຂົ້າມາ ໃຫ້ຄວາມ ຊ່ວຍເຫລືອ. ດັ່ງ ນາຍບ້ານ ນາເມືອງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ບໍ່ທັນມີ ເພີ່ນ ຊ່ວຍເຫລືອ ແຕ່ດົນ ໂຮງຮຽນ ມັນກໍ ຊຸດໂຊມ ຈັກໜ້ອຍ ແຕ່ກ່ອນ ຮຸ່ງແຈ້ງ ອົງການ, ບໍຣິສັດ, ຫລື ສ່ວນບຸກຄົນ ທີ່ ໃຫ້ການ ຊ່ວຍເຫລືອ ນັ້ນ ມາຊ່ວຍ ຮຸ່ງແຈ້ງ ເພິ່ນ ກໍມາຊ່ວຍ ເຮັດ ໂຮງຮຽນ ແຕ່ວ່າ ມັນເປ່ເພ ແລ້ວ".

ໂຮງຮຽນ ປະຖົມ ບ້ານນາເມືອງ ມີ ນັກຮຽນ ທັງໝົດ 150 ຄົນ ມີ ຫ້ອງຮຽນ 5 ຫ້ອງ ສ້າງຂຶ້ນ ແບບ ຊົ່ວຄາວ ຊຶ່ງ ປັດຈຸບັນ ມີ ສະພາບ ຊຸດໂຊມ ເພາະວ່າ ສ້າງມາ ຫຼາຍປີ ແລ້ວ ສະນັ້ນ ຊາວບ້ານ ຈຶ່ງຕ້ອງການ ສ້າງ ໂຮງຮຽນ ຂຶ້ນໃໝ່ ແບບ ຖາວອນ ແຕ່ວ່າ ຍັງຂາດແຄນ ອຸປກອນ ກໍ່ສ້າງ ເປັນຕົ້ນ ແມ່ນ ສັງກະສີ, ເຫລັກ ແລະ ຊິມັງ.

ນອກຈາກນີ້ ໃນ ຣະດູໜາວ ເດັກນ້ອຍ ຍັງຂາດແຄນ ເຄື່ອງ ກັນໜາວ ຍ້ອນວ່າ ຄອບຄົວ ເຂົາເຈົ້າ ທຸກຍາກ. ບັນຫາ ການ ຂາດແຄນ ໂຮງຮຽນ, ແລະ ຮວມທັງ ອຸປກອນ ການຮຽນ ການສອນ ບໍ່ພຽງແຕ່ ເກີດຂຶ້ນ ຢູ່ແຂວງ ບໍຣິຄໍາໄຊ ເທົ່ານັ້ນ ແຕ່ມີຢູ່ ເກືອບ ທຸກແຂວງ ຂອງ ປະເທດ ລາວ. ອີງຕາມ ຂໍ້ມູນ ຂອງ ກະຊວງ ສຶກສາ ທິການ ແລະ ກິລາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org