ບັດເຄຣດິຕ JCB ເປີດໃຊ້ໃນລາວ

ບັດເຄຣດິຕ JCB ຂອງ ຍີ່ປຸ່ນ ໄດ້ເປີດໃຊ້ ຄັ້ງ ທຳອິດ ໃນລາວ ໂດຍ ທະນາຄານ ພົງສວັນ.

ບັດເຄຣດິຕ JCB ເປີດໃຊ້ໃນລາວ RFA

 

ທະນາຄານພົງສວັນ ຊື່ງເປັນທະນາຄານ ການຄ້າ ເອກຊົນ ລາຍໃຫຍ່ໃນລາວ ຮ່ວມກັບຕົວແທນ ບັດເຄຣດິຕ JCB ສາກົນ ໄດ້ປະກາດ ການລິເລີ້ມ ໃຊ້ບັດເຄຣດີຕ JCB ຢ່າງເປັນທາງ ການ ໃນລາວ ໃນອາທິດນີ້.

ຈາກການປະກາດ ດັ່ງກ່າວ ທະນາຄານ ພົງສວັນ ສາມາດອອກບັດນີ້ ໃຫ້ລູກຄ້າ ໃນລາວ ໃຊ້ຊື້ສີ່ງຂອງ ໃນເຄືອຂ່າຍ ການຄ້າກວ່າ 24 ລ້ານ ແຫ່ງໃນທົ່ວໂລກ ໄດ້. ລາວ ເປັນປະເທດ ທີສາມ ໃນການໃຊ້ບັດ ດັ່ງກ່າວ ໃນປະເທດ ລຸ່ມແມ່ນ້ຳຂອງ ຕໍ່ຈາກ ໄທ ແລະ ວຽດນາມ.

ໃນຄຳປາສັຍ ໃນພິທີເລີ້ມເປີດ ການໃຊ້ບັດນີ້ ໃນມື້ວັນທີ 5 ກຸມພາ ຜ່ານມາ ຍານາງ ແສງດາວ ຜູ້ຈັດການ ທະນາຄານ ພົງສວັນ ກ່າວວ່າ ພວກເຮົາ ມີຄວາມພາກພູມໃຈ ທີ່ໄດ້ເປັນ ສະມາຊິກ ຂອງບັດເຄຣດິຕ JCB ຂອງຍີ່ປຸ່ນ ແລະ ກໍເປັນ ທະນາຄານ ແຫ່ງທຳອິດ ໃນລາວ ທີ່ໄດ້ເປີດໃຊ້ ບັດນີ້ ໃຫ້ແກ່ລູກຄ້າ. ນາງວ່າ ບັດເຄຣດິຕ ຍີ່ປຸ່ນ ຈະຊ່ອຍໃຫ້ລູກຄ້າ ຊາວລາວ ມີຄວາມສະດວກ ຫລາຍຂື້ນ ໃນການຊື້ ສີ່ງຂອງ ຈ່າຍຫນີ້ສີນ ແລະ ຢຶມເງີນ ໃນການຂຍາຍ ທຸຣະກິດ ປະເພດຕ່າງໆ.

ໃນຂນະດຽວກັນຕົວແທນ ຈາກ ບໍຣິສັດ JCB ຂອງຍີ່ປຸ່ນ ທ່ານ ກິທີ ຮິຊະ ອີມະດະ ກ່າວວ່າ ມັນມີຄວາມ ສຳຄັນ ຢ່າງຍີ່ງ ສຳລັບ ບໍຣິສັດ ທີ່ໄດ້ລາວ ເປັນ ສະມາຊິກ ເພາະລາວ ເປັນຈຸດ ສຳຄັນ ທາງດ້ານເສຖກິດ ໃນເຂດປະເທດ ລຸ່ມ ແມ່ນ້ຳຂອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org