ຍີ່ປຸ່ນເພີ້ມລົງທຶນໃນລາວ
2014.02.13
ໃນປີ 2013 ມູນຄ່າການລົງທຶນ ຂອງຍີ່ປຸ່ນ ຢູ່ລາວ ມີເຖິງເກືອບ 406 ລ້ານ ໂດລາ ເພີ້ມຂຶ້ນ ຈາກ ປີ 2012 ເກືອບ 15 ສ່ວນຮ້ອຍ. ຕາມ ຣາຍງານຂອງ ອົງການຂ່າວຊິນຫົວ ທີ່ອ້າງຕາມຣາຍງານຂ່າວ ທ້ອງຖິ່ນ ໃນວັນພຸດນີ້.
ທ່ານ Motoyozhi Suzuki ນັກຊ່ຽວຊານ ຝ່າຍເສຖກິດ ແລະທີ່ປືກສາ ປະຈໍາຫ້ອງການຣັຖບານ ແລະກະຊວງແຜນການແລະການລົງທຶນ ກ່າວວ່າແນວ ໂນ້ມ ການລົງທຶນ ຂອງຍີ່ປຸ່ນໃນລາວ ມີຄວາມແຂງຂັນຂຶ້ນ. ທ່ານ Suzuki ກ່າວວ່າ ດ້ວຍການເຕີບໃຫ່ຽ ທີ່ເຂັ້ມແຂງ ຂອງ ເສຖກິດລາວ ນັກລົງທຶນ ຍີ່ປຸ່ນ ເຫັນວ່າ ລາວເປັນຖານການຜລິດ ແຫ່ງໃໝ່. ການປັບປຸງ ໂຄງຮ່າງພື້ນຖານ ແລະບັນດາກົດໝາຍ ແຮງງານ ຖືກ ເປັນຈຸດຂາຍຂອງລາວ.
ທ່ານຄິດວ່າພາຍໃນ 2 ປີຂ້າງໜ້າ ຍີ່ປຸ່ນ ຈະເປັນປະເທດທີ່ລົງທຶນຣາຍໃຫ່ຽອັນດັບ 4 ຮອງລົງມາຈາກຈີນ ວຽດນາມ ແລະ ໄທ. ການລົງທຶນ ຂອງປະເທດອື່ນ ແມ່ນສຸມໃສ່ທຸຣະກິດ ອະສັງຫາຣິມາຊັພ ສນາມກ໊ອຟ, ສ່ວນການລົງທຶນ ຍີ່ປຸ່ນ ຈະສຸມໃສ່ໂຮງງານປຸງແຕ່ງ ການບໍຣິການ ແລະ ກະສິກັມ ປ່າໄມ້. ທ່ານວ່າ ການລົງທຶນໂຮງງານປຸງແຕ່ງສ້າງໂອກາດ ວຽກງານໃຫ້ຄົນຫລາຍ ສົມມຸດວ່າ ເນື້ອທີ່ໂຮງງານ ປຸງແຕ່ງ 1 ເຮັກຕາ ຈະສ້າງວຽກເຮັດ ງານທໍາ ໃຫ້ ຄົນ ຫລາຍກວ່າເນື້ອທີ່ ກະສິກັມ 1 ເຮັກຕາ.
ໃນປີ 2009 ການລົງທຶນຂອງຍີ່ປຸ່ນໃນລາວມີ 27 ໂຄງການ ແຕ່ມາຮອດປີ 2013 ໄດ້ເພີ້ມຂຶ້ນເປັນ 60 ໂຄງການ. ຢູ່ປະເທດໄທ ມີບໍຣິສັດ ລົງທຶນ ຂອງ ຍີ່ປຸ່ນ ເຖິງ 7,000 ບໍຣິສັດ, ແຕ່ວ່າ ຫລັງຈາກ ເກີດພັຍນໍ້າຖ້ວມ ແລະ ສະຖານະພາບ ທາງການເມືອງ ທີ່ບໍ່ທ່ຽງໝັ້ນ ຂອງໄທ ຫລາຍ ບໍຣິສັດ ຂອງ ຍີ່ປຸ່ນ ຈຶ່ງສຶກສາ ຄວາມເປັນໄປໄດ້ ວ່າຈະແຍກຖານ ການຜລິດ ຈາກປະເທດໄທ ໄປລາວ.