ລາວຮັບເງິນກູ້ຈາກຍີ່ປຸ່ນ
2014.01.14

ໂດຍຜ່ານທາງອົງການຊ່ອຍເຫລືອໃຈກ໊າ ຣັຖບານຍີ່ປຸ່ນ ໄດ້ອະນຸມັດ ເງິນກູ້ໃຫ້ແກ່ ສປປລາວ 95.44 ລ້ານໂດລາ ສະຫະຣັດ ເພື່ອໃຊ້ໃນ ການປັບປຸງ ສນາມບີນວັດໃຕ ແລະໃນໂຄງການຫລຸດຜ່ອນຄວາມທຸກ ຍາກໃນລາວ ຫລາຍໂຄງການ.
ເງິນກູ້ສ່ວນໃຫຍ່ ຈະໃຊ້ໃນການຂຍາຍ ຕຶກຜູ້ໂດຍສານ ທີ່ສນາມບີນ ນານາຊາດວັດໃຕ ມີພຽງແຕ່ 5 ລ້ານໂດລາ ເທົ່ານັ້ນທີ່ຈະໃຊ້ໃນໂຄງ ການ ຫລຸດຜ່ອນ ຄວາມທຸກ ຍາກຂອງຊາວລາວ.
ຂໍ້ຕົກລົງດັ່ງກ່າວ ໄດ້ລົງນາມກັນ ໃນມື້ວັນສຸກ ຜ່ານມາ ທີ່ນະຄອນ ຫລວງວຽງຈັນ ຣະຫວ່າງ ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີ ກະ ຊວງການເງິນ ສປປລາວ ກັບ ຕົວແທນອົງການໃຈກ໊າ ປະຈຳລາວ ທ່ານ ໂກຊີ ຕາເກະ.
ສນາມບິນວັດໃຕ ເປັນສນາມບິນນານາຊາດ ແຫ່ງທຳອິດ ທີ່ສຳຄັນ ໃນລາວ ເລີ້ມແຕ່ການກໍ່ສ້າງມາ ຣັຖບານລາວໄດ້ຮັບເງິນຈາກຫຼາຍປະເທດ ໃນການຍົກຣະດັບ ສນາມບິນດັ່ງກ່າວນີ້.
ໂຄງການຂຍາຍສນາມບິນ ແລະຕຶກອາຄານຜູ້ໂດຍສານ ກໍເພື່ອຮອງ ຮັບນັກທ່ອງທ່ຽວ ທີ່ຈະເພີ້ມຂຶ້ນໃນອະນາຄົດ ແລະ ເພື່ອຍົກຣະດັບຄວາມ ປອດພັຍ ໃນສນາມບິນ ແລະການເຂົ້າອອກ ຂອງຜູ້ໂດຍສານ ທັງຖ້ຽວບິນພາຍໃນແລະສາກົນ.