ທາງການລາວ ຍັງອອກໜັງສື ເດີນທາງ ຊັກຊ້າ
-
ໄຊຍາ
2023-12-01 -
-
-
Your browser doesn’t support HTML5 audio
ປັດຈຸບັນທາງາການລາວ ຍັງອອກໜັງສືເດີນທາງຜ່ານແດນ ຫຼື ພາສປອດ ຊ້າ ແລະ ໃຊ້ເວລາຫຼາຍເດືອນ ເຊິ່ງຫຼາຍຄົນທີ່ໄປດຳເນີນການຍື່ນເອກະສານ ເອງໂດຍບໍ່ໄດ້ຈ້າງນາຍໜ້າ ທີ່ຮັບແລ່ນເອກະສານ ໃຫ້ກໍຍັງຕ້ອງຖ້າລຽນຄີວດົນເປັນເດືອນ.
ຂະນະທີ່ຜົລຂອງກອງປະຊຸມ ສໄມສາມັນ ປະຈໍາເດືອນພຶສຈິກາ 2023 ຂອງຣັຖບານລາວ ໄດ້ຖແລງເຖິງວຽກງານຈຸດສຸມ ທີ່ຣັຖບານຈະແກ້ໄຂ ແລະປະຕິບັດໂຕຈິງໄວ້ 6 ວຽກເຊິ່ງນຶ່ງໃນນັ້ນຈະຮີບຮ້ອນ ແກ້ໄຂບັນຫາ ຫາງສຽງກ່ຽວກັບ ການອອກໜັງສືເດີນທາງ ຜ່ານແດນຊັກຊ້ານີ້ ນຳດ້ວຍພ້ອມນັ້ນກໍຈະຮີບຮ້ອນຄົ້ນຄ້ວາ ການອອກວິຊ້າໄລຍະຍາວ ສຳລັບບາງປະເທດ ເພື່ອດຶງດູດນັກທ່ອງທ່ຽວ ແຕ່ວິທີການ ແລະມາຕການຕ່າງໆ ທີ່ຣັຖບານລາວ ຈະແກ້ໄຂກ່ຽວກັບບັນຫາດັ່ງກ່າວນີ້ ຍັງບໍ່ທັນອອກມາເທື່ອ ຕ້ອງລໍຖ້າປີ 2024 ວ່າ ຣັຖບານຈະມີວິທີແກ້ໄຂແນວໃດ ໃຫ້ດີຂຶ້ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ພຶສຈິການີ້ວ່າ:
“ຍັງເລີຍຍັງເລີຍລະບຽບໃໝ່ ຂອງສະຖານທູດ ຫຼືວ່າຂອງກົງສຸນເພິ່ນ ຍັງບໍ່ທັນໄດ້ແຈ້ງມາເລີຍ ຖ້າເບິ່ງປີໜ້າເດີ້ ເພິ່ນຈະປະກາດອອກແນວດວ່າ ລະບຽບການເຮັດປ່ຽນລະບົບ ກັນຈັ່ງໃດຖ້າເຮັດຕາມລະບົບ ເພິ່ນນັ້ນແມ່ນຊ້າ ແຕ່ຖ້າມີເຮັດດ່ວນ ຈ້າງເຂົາເຈົ້າເຮັດໃຫ້ລາຄາ ກໍຈະສູງແດ່ກໍຈະໄດ້ໄວແດ່.”
ກ່ຽວກັບເຣື່ອງນີ້ ຊາວລາວຫຼາຍຄົນ ທີ່ໄປເຮັດໜັງສືເດີນທາງ ຜ່ານແດນດ້ວຍຕົນເອງ ໂດຍທີ່ບໍ່ຜ່ານນາຍໜ້າກໍຍັງພົບວ່າ ເຈົ້າໜ້າທີ່ຂອງຣັຖກໍຍັງດຳເນີນການ ຊັກຊ້າແລະຫຍຸ້ງຍາກຄືເກົ່າ ບໍ່ໄດ້ມີຫຍັງປ່ຽນແປງຫຼາຍຄົນ ຍັງລໍຖ້າເປັນເດືອນ.
ດັ່ງຊາວລາວ ໃນແຂວງສວັນນະເຂດກ່າວວ່າ ປັດຈຸບັນກໍຍັງຊັກຊ້າຫຍຸ້ງຍາກ ຄືເກົ່າຍ້ອນວ່າ ມີນາຍໜ້າຮັບແລ່ນເອກະສານເພີ່ມຂຶ້ນ ເຊິ່ງນາຍໜ້ານີ້ຈະລັດຄີວ ໃຫ້ຜູ້ທີ່ຕ້ອງການໄດ້ໜັງສື ຜ່ານແດນໄວໂດຍມີການເກັບໃນລາຄາ ທີ່ແພງກ່ວາປົກກະຕິ 2-3 ລ້ານກີບບໍ່ເກີນ 1 ສັປດາກໍໄດ້ໜັງສືເດີນທາງ ຜ່ານແດນບາງຄົນຢາກໄດ້ໄວ ກໍໄປຫາຢືມເງິນເປັນໜີ້ ເປັນສິນ ແລ້ວກໍໄປຫາເຮັດວຽກຢູ່ໄທຍ ມາໃຊ້ໜີ້ແທນ. ໂດຍຊາວລາວທ່ານນີ້ ກໍຢາກໃຫ້ພາກຣັຖແກ້ໄຂ ບັນຫານາຍໜ້າໃຫ້ໝົດໄປ ເພາະວ່າ ຫຼາຍຄົນກໍບໍ່ໄດ້ຢາກເສັຍເງິນແພງ ບໍ່ຢາກເປັນໜີ້ສິນ ແລະບໍ່ຢາກຖືກລັດຄີວ ຢາກໄດ້ໜັງສືເດີນທາງ ຜ່ານແດນທີ່ວ່ອງໄວ ແລະ ງ່າຍຂຶ້ນ.
“ໂອຍ ແຮງຊ້າຄືເກົ່າຫັ້ນແຫຼະ ໂຕຢ່າງວ່າເຮັດເອງນີ້ເປັນ 5-6 ເດືອນຈັ່ງໄດ້ສັມພາດຫັ້ນ ດຽວນີ້ມັນມີພວກນາຍໜ້າຫຼາຍ ດ່ວນກໍ 2-3 ລ້ານ ພຸ້ນແຫຼະ ແຕ່ວ່າມັນແພງ ຄົນບໍ່ມີເງິນເຂົາເຈົ້າກໍໄປກູ້ໄປຢືມແບບວ່າ ເປັນໜີ້ເປັນສິນຢາກຄຸ້ມຄອງ ແບບບໍ່ໃຫ້ມີນາຍໜ້ານ່າໃຫ້ປະຊາຊົນ ເຮັດເອງມັນງ່າຍໆ ຫັ້ນນ່າ.”
ຊາວລາວໃນແຂວງບໍ່ແກ້ວ ກ່າວວ່າປັດຈຸບັນນີ້ເວົ້າເຖິງ ເຣື່ອງໄປເຮັດພາສປອດເອງ ບໍ່ຜ່ານນາຍໜ້າກໍຍັງມີຄວາມຫຍຸ້ງຍາກ ຊັກຊ້າຄືເກົ່າ ທ່ານຄິດວ່າເປັນຍ້ອນເຈົ້າໜ້າທີ່ ພາກຣັຖ ແລະນາຍໜ້າ ຮ່ວມກັນຫາເງິນ ຈຶ່ງເຮັດໃຫ້ມີການລັດຄີວ ເກີດຂຶ້ນ.
“ພາສປອດຫຍຸ້ງຍາກເດ້ 3 ເດືອນນ່າຈັ່ງໄດ້ບາງເທື່ອກໍຮອດ 6 ເດືອນບາງເທື່ອເປັນປີກໍມີມັນກໍເປັນນຳແບບພະນັກງານ ນາຍໜ້າເຮັດໃຫ້ແຫຼະ ຖ້າວ່າເຮັດດ່ວນນ່າລ້ານ ສອງລ້ານ ກີບ. ຕົກຢູ່ພັນປາຍບາທ ສອງພັນບາທ ເຂົາກໍກິນເງິນຕ່າງຫາກ ຊີ້ນ່າ ຄັນມີເງິນໃຫ້ມັນກໍໄວ.”
ຊາວລາວແຂວງບໍ່ແກ້ວກ່າວຕື່ມວ່າ ຖ້າສຳລັບຊາວຄ້າຂາຍທີ່ຕ້ອງເດີນທາງ ໄປຊື້ເຄື່ອງຢູ່ໃນໄທຍ ເຂົາເຈົ້າພາກັນເຮັດໜັງສື ເດີນທາງງ່າຍຂຶ້ນ ເພາະເຮັດໜັງສືຜ່ານແດນຊົ່ວຄາວ ບໍ່ໄດ້ເຮັດພາສປອດ ເຊິ່ງກໍໄດ້ໄວເພາະສາມາດ ເຮັດໄດ້ຢູ່ໜ້າດ່ານເລີຍ ບໍ່ໄດ້ມີບັນຫາຫຍັງ.
“ດຽວນີ້ອັນຄັນໄປຊົ່ວຄາວນີ້ ມັນກໍໄວຢູ່ຊົ່ວຄາວນີ້ 3 ວັນເຂົາເຮັດຢູ່ ຕມ ເລີຍ ກໍໄວຢູ່ເຂົາເຮັດຢູ່ໜ້າດ່ານເລີຍ 10 ນາທີມັນກໍໄດ້ແລ້ວ.”
ຊາວລາວຫຼາຍຄົນ ກໍຍັງຈ້າງນາຍໜ້າ ແລ່ນເອກະສານ ລັດຄີວໃຫ້ ເພາະບໍ່ຢາກລໍຖ້າຄີວດົນ.
ດັ່ງຊາວລາວ ອີກທ່ານນຶ່ງກ່າວວ່າ ກໍໄດ້ຈ້າງນາຍໜ້າຮັບແລ່ນເອກະສານ ໃຫ້ກໍເສັຍແພງຫຼາຍ ລ້ານຢູ່ເຊິ່ງຕົນເອງຄິດວ່າ ນາຍໜ້າແຕ່ລະຄົນ ກໍລາຄາກໍຈະແຕກຕ່າງກັນໄປ.
“ເອື້ອຍເຮັດແລ້ວຕອນນັ້ນ ມີນາຍໜ້າຈອງຄິວຄັນແລ່ນ 3 ມື້ໄດ້ 5 ລ້ານ 6 ຄັນແລ່ນ 7 ມື້ໄດ້ແມ່ນອັນ 4 ລ້ານປາຍແລ່ນອັນ 14 ມື້ໄດ້ແມ່ນ 2 ລ້ານ 3 ຊ່ວງນີ້ມັນບໍ່ມີໃຜເຮັດຄືຊິບໍ່ຫຼາຍຕິ.”
ກ່ອນໜ້ານີ້ ອີງຕາມການຣາຍງານ ຂອງໜັງສືພີມລາວພັທນາ ໃນວັນທີ 09 ກຸມພາ 2023 ຜ່ານມາໄດ້ໂພສຜ່ານສື່ ສັງຄົມອ໋ອນລາຍວ່າ ຍັງມີນາຍໜ້າຮັບແລ່ນເອກະສານ ເຮັດໜັງສືເດີນທາງຜ່ານແດນ ແລະຍັງມີລາຄາລັດຄີວ ເຮັດໜັງສືຜ່ານແດນນຳດ້ວຍ.
ໃນເບື້ອງຕົ້ນຖ້າຈ່າຍ 2,000,000 ກີບໄດ້ສັມພາດພາຍໃນມື້ ແລະໄດ້ປື້ມຜ່ານແດນ ພາຍໃນ 3 ວັນ. ຖ້າຈ່າຍ 1,500,000 ກີບໄດ້ສັມພາດພາຍໃນມື້ ແລະໄດ້ໜັງສືຜ່ານແດນ ພາຍໃນ 7 ວັນ, ຖ້າຈ່າຍ 1,200,000 ກີບ ໄດ້ສັມພາດພາຍໃນມື້ ແລະໄດ້ໜັງສືຜ່ານແດນພາຍໃນ 10 ວັນ ແລະ ຖ້າຈ່າຍ 1,000,000 ກີບໄດ້ສັມພາດພາຍໃນມື້ ແລະໄດ້ໜັງສືຜ່ານແດນພາຍໃນ 21 ວັນ. ຖ້າບໍ່ຈ່າຍເຈົ້າໜ້າທີ່ຈະນັດສັມພາດໄວສຸດ 21 ວັນ ແລະ ຈະໄດ້ປື້ມຫຼັງສັມພາດ 21 ວັນ ລວມກັນແລ້ວໃຊ້ເວລາເດືອນປາຍ.
ທີ່ຜ່ານມາຣັຖບານລາວ ກໍມີພຽງແຕ່ແກ້ໄຂໂດຍເປີດໃຫ້ປະຊາຊົນ ທີ່ຕ້ອງການເຮັດໜັງສືຜ່ານແດນ ສາມາດຍື່ນເອກະສານ ຄຳຮ້ອງຂໍເຮັດໜັງສືຜ່ານແດນ ໄດ້ແຂວງໃຜແຂວງລາວ ຫຼື ແຂວງໃກ້ຄຽງ 6 ແຂວງ ຄື ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງຄຳມ່ວນ, ແຂວງສວັນນະເຂດ, ແຂວງຈຳປາສັກ ແລະ ນະຄອນຫຼວງວຽງຈັນ.
ແຕ່ການອອກໜັງສືຜ່ານແດນ ກໍຍັງມີຄວາມຊັກຊ້າຍ້ອນວ່າ ປື້ມໜັງສືຜ່ານແດນ ຈະສາມາດອອກໄດ້ພຽງແຫ່ງດຽວຄືກົມກົງສຸນ ກະຊວງການຕ່າງປະເທດເທົ່ານັ້ນ.
ນອກຈາກນີ້ໃນວັນທີ 13 ກຸມພາ 2023 ທີ່ຜ່ນມາທ່ານ ອຳໄພວັນ ຈັນທະວົງ ຫົວໜ້າ ຜແນກ ກົມກົງສຸນກະຊວງການຕ່າງປະເທດ ກໍໄດ້ຖແລງຂ່າວວ່າ ທາງການລາວກໍມີການແກ້ໄຂບັນຫາ ເພື່ອຫຼຸດຜ່ອນການອອກໜັງສືຜ່ານແດນ ທີ່ຊັກຊ້າໄປແລ້ວ ໂດຍໃຫ້ເຈົ້າໜ້າທີ່ເຮັດວຽກເກີນໂມງ ແລະໃນວັນທີ 20 ກຸຸມພາ 2023 ທາງກົມກົງສຸນ ກະຊວງການຕ່າງປະເທດ ເຣີ່ມທົດລອງນຳໃຊ້ລະບົບ ຈອງຄີວມື້ນັດສັມພາດທາງອ໋ອນລາຍນ໌, ແຕ່ກໍຍັງບໍ່ສາມາດອອກໜັງສືຜ່ານແດນໃຫ້ປະຊາຊົນລາວໄດ້ຕາມທີ່ຕ້ອງການເພາະມີປະຊາຊົນເຂົ້າຍື່ນຄຳຮ້ອງເຮັດໜັງ ສືຜ່ານແດນກັນຢ່າງຫຼວງຫຼາຍ ເຊິ່ງໃນທົ່ວປະເທດມີປະຊາຊົນ ມາຍື່ນຄຳຮ້ອງເຮັດໜັງສືຜ່ານແດນ ປະມານ 1,700–1,800 ຄົນຕໍ່ມື ແຕ່ທາງກົມກົງສຸນ ສາມາດອອກໜັງສືຜ່ານແດນໄດ້ພຽງ 1,200-1,300 ເຫຼັ້ມຕໍ່ມື້ເທົ່ານັ້ນ ສາເຫດສ່ວນນຶ່ງທີ່ທາງການລາວ ອອກໜັງສືຜ່ານແດນຊັກຊ້າ ດ້ວຍເຫດຜົລວ່າເຄື່ອງຈັກ ແລະອຸປະກອນນຳໃຊ້ເປ່ເພ ກຳລັງສ້ອມແປງ ແລະຕິດຕັ້ງໃໝ່.
ສ່ວນບັນຫາເຣື່ອງ ທີ່ມີນາຍໜ້າຮັບແລ່ນເອກະສານ ແລະລັດຄີວແລ້ວຮ່ວມມືກັບເຈົ້າໜ້າທີ່ ພາກຣັຖໃນການເຮັດປື້ມຜ່ານແດນນັ້ນ ທາງກົມກົງສຸນ ຈະມີການກວດກາຢ່າງເຂັ້ມງວດ ຖ້າຫາກພົບກໍຈະລົງໂທດຕາມກົດໝາຍທັນທີ. ບັນຫາດັ່ງກ່າວກໍຍັງບໍ່ໄດ້ຮັບການແກ້ໄຂ ໃຫ້ດີຂຶ້ນເທື່ອ ເຣື່ອງນາຍໜ້າກໍຍັງມິດງຽບເພາະປັດຈຸບັນ ມີນາຍໜ້າເກີດຂຶ້ນຄືເກົ່າ ແລະຊາວລາວທີ່ໄປເຮັດໜັງສືເດີນທາງ ຜ່ານແດນດ້ວຍຕົນເອງກໍຍັງລໍຖ້າດົນ ບໍ່ຕໍ່າກ່ວາ 3 ເດືອນເຊິ່ງຊາວລາວຢາກໃຫ້ແກ້ໄຂ ໃຫ້ສຳເຣັດ ເພາະຈະໄດ້ງ່າຍສະດວກວ່ອງໄວຂຶ້ນ ບໍ່ຕ້ອງເສັຍເງິນໃຫ້ນາຍໜ້າແພງ.