ຄົນງານຕ່າງດ້າວມານໍາການ ລົງທຶນ

ອະວາຣີ
2016.02.15
F-Laos ສປປ ລາວ ອ້ອມຮອບດ້ວຍປະເທດ ເພື່ອນບ້ານ ທີ່ມີສັກກາຍພາບ ຫຼາຍກວ່າ
RFA

ນັກລົງທຶນ ຈາກ ປະເທດ ເພື່ອນບ້ານ ເປັນຕົ້ນ ໄທ ເຂົ້າມາລົງທຶນ ຢູ່ລາວ ຫຼາຍຂຶ້ນ ຫລັງຈາກ 10 ປະເທດ ອາຊຽນ ຮວມທັງ ສປປລາວ ໄດ້ເປີດ ປະຊາຄົມ ເສຖກິຈ ອາຊຽນ ຢ່າງ ເປັນທາງການ, ຕັ້ງແຕ່ ຕົ້ນປີ 2016 ເປັນຕົ້ນມາ.

ບໍຣິສັດ ນ້ອຍໃຫຽ່ ຂອງໄທ ເລີ້ມເຂົ້າມາ ຕັ້ງ ສຳນັກງານ ສາຂາ ຢູ່ລາວ, ແຕ່ຂະເຈົ້າ ຈະນຳເອົາ ພະນັກງານ ຂັ້ນ ຄວາມຮູ້ສູງ ຂອງຕົນເອງ ເຂົ້າມານໍາ ເຊັ່ນ: ນັບແຕ່ ຜູ້ຈັດການ ຂຶ້ນໄປ.

ເຈົ້າຫນ້າທີ່ ບໍຣິສັດ ຜລິຕພັນ ອາຫານ ສຳລັບ ເດັກນ້ອຍ ຈາກ ປະເທດໄທ ທີ່ກຳລັງ ເປີດຮັບສມັກ ຜູ້ຈັດການ ສາຂາ ຢູ່ລາວ ໃຫ້ ຣາຍລະອຽດ ຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 12 ກຸມພາ ນີ້ວ່າ:

"ຜູ້ເຮັດວຽກ ຕຳແຫນ່ງນີ້ ຈະໄປຄວບຄຸມ ຜູ້ແທນ ຈຳຫນ່າຍ ຢູ່ລາວ ແລະ ຕ້ອງ ໄປປະຊຸມ ຢູ່ໄທ ທຸກໆ ທ້າຍເດືອນ. ການເຮັດ ບົດຣາຍງານ ທັງຫມົດ ໃຊ້ ພາສາໄທ ແລະ ອັງກິດ, ທາງ ບໍຣິສັດ ຈຶ່ງຕ້ອງການ ຈ້າງຄົນໄທ ຫຼາຍກວ່າ".

ວິທຍຸ ເອເຊັຽເສຣີ ໄດ້ ສອບຖາມ ໄປຍັງ ບໍຣິສັດ ພລັງງານ ຂອງໄທ ຊຶ່ງເປັນອີກ ບໍຣິສັດ ນຶ່ງ ທີ່ກຳລັງ ເປິດຮັບສມັກ ເອົາຮອງ ຜູ້ອຳນວຍການ ບໍຣິຫານ ປະຈຳລາວ, ເຈົ້າຫນ້າທີ່ ເວົ້າວ່າ ຖ້າຫາກ ມີຄົນລາວ ສົນໃຈ ທາງ ບໍຣິສັດ ກໍເປີດ ໂອກາດ ໃຫ້ສມັກ ໄດ້ ແຕ່ຈາກ ປະສົພການ, ຜູ້ສມັກ ໃນຕຳແຫນ່ງ ບໍຣິຫານ ສ່ວນຫຼາຍ ຈະ ເປັນຄົນໄທ.

ເຖິງຢ່າງໃດ ກໍຕາມ ຢູ່ໂຮງງານ ລາວ ກໍມີຄົນລາວ ເຮັດວຽກ ຈຳນວນຫຼາຍຢູ່ ເຊັ່ນ: ເປັນ ວິສວະກອນ ແລະ ຄົນງານ ທົ່ວໆໄປ, ແຕ່ບໍ່ແມ່ນ ຕຳແຫນ່ງ ຜູ້ບໍຣິຫານ.

ອາຊຽນ ກາຍເປັນ ປະຊາຄົມ ເສຖກິຈ ອັນນຶ່ງ ອັນດຽວກັນ ຊຶ່ງແປວ່າ 10 ປະເທດ ສະມາຊິກ ສາມາດ ເຄື່ອນຍ້າຍ ສິນຄ້າ ການ ບໍຣິການ ການລົງທຶນ ແລະ ແຮງງານ ສີມື ໄດ້ຢ່າງ ເສຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.