ນັກລົງທຶນຂຍາຍພື້ນທີ່ ກວມດິນ ຊາວບ້ານ
2017.09.14
ບໍຣິສັດ ນັກລົງທຶນ ຈີນແລະວຽດນາມ ທີ່ເຂົ້າມາ ສັມປະທານທີ່ດິນ ເພື່ອປູກກ້ວຍ ແລະ ຢາງພາຣາ ໃນຫລາຍເມືອງ ຢູ່ແຂວງສວັນນະເຂດ ຂະຫຍາຍພື້ນທີ່ ປູກຝັງ ຕາມລໍາພັງ ຊຶ່ງໄປກວມເອົາທີ່ດິນ ຂອງປະຊາຊົນ ໂດຍທີ່ອໍານາດ ການປົກຄອງ ທ້ອງຖິ່ນ ບໍ່ໄດ້ຮູ້ນໍາ. ຕາມການ ເປີດເຜີຍ ຂອງເຈົ້າໜ້າທີ່ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວຕໍ່ເອເຊັຽເສຣີ ໃນວັນທີ່ 13 ກັນຍາ ນີ້ວ່າ:
"ສວັນນະເຂດ ມັນຈະມີກໍຣະນີ ທີ່ວ່າ ຄືຣັຖເຮົາເອົາ ສັມປະທານ 50 ເຮັກຕາ ເຂົາເຈົ້າສິ ມັກຂະຫຍາຍດິນ ອອກຫັ້່ນນ່າ ເປັນ 52-53-54 ເຮັກຕາ ທີ່ນີ້ມັນຈະໄປຖືກທີ່ດິນ ປະຊາຊົນ ຫັ້ນນ່າ ກໍເປັນບັນຫານຶ່ງ ມັນເກີດຂຶ້ນຕລອດ ຈະເກີດຂື້ນຫລາຍໆຢູ່ ຄືເຮົາ ກະບໍ່ຮູ້ວ່າ ບໍຣິສັດ ຂະຫຍາຍພື້ນທີ່".
ທ່ານວ່າ ເຖິງປັດຈຸບັນນີ້ ກໍຍັງມີກໍຣະນີ ແບບນີ້ເກີດຂຶ້ນຢູ່, ເມື່ອເວລາໃດ ເຈົ້າໜ້າທີ່ຮູ້ຈັກ ກໍໄດ້ລົງໄປ ຕັກເຕືອນ, ບາງກໍຣະນີ ປະຊາຊົນ ຍິນຍອມເອງ ແຕ່ຢາກໄດ້ຄ່າ ຊົດເຊີຍຄືນ ເຈົ້າໜ້າທີ່ ກໍລົງໄປໄກ່ເກັ່ຽ. ກໍຣະນີທີ່ເຮັດໃຫ້ ບໍຣິສັດຂະຫຍາຍພື້ນທີ່ ປູກຝັງ ຕາມໃຈຕົນເອງໄດ້ ກໍຍ້ອນ ເຈົ້າໜ້າທີ່ບໍ່ ເອົາໃຈໃສ່ກັບ ວຽກງານ ດັ່ງທ່ານໄດ້ກ່າວ:
"ອາດຈະມີເຂົ້າໄປຮ່ວມຂະບວນການ ຄໍຣັບຊັ້ນກັນ ເກີດຂຶ້ນຫັ່ນນະ ບັນຫາເກີດຂຶ້ນກໍຢ່າ ທາງເມືອງເຮັດບໍ່ຮູ້ ທາງແຂວງ ກໍເຮັດບໍ່ຮູ້ ແລ້ວ ບັນຫາມັນ ກໍງຽບໄປເລີຍ ກໍຣະນີນຶ່ງ. ກໍຣະນີສອງ ຄືທາງເມືອງ ບໍ່ຮູ້ວ່າ ບໍຣິສັດ ຂະຫຍາຍພື້ນທີ່ ເນື່ອງຈາກວ່າເພິ່ນ ບໍ່ມາກວດສອບ ການປະຕິບັດງານ ຂອງບໍຣິສັດ".
ຜ່ານມາ ເຈົ້າໜ້າທີ ຢູ່ແຂວງສວັນນະເຂດ ເຄີຍບອກວ່າ ກໍຣະນີການຂະຫຍາຍພື້ນທີ່ ໂດຍທີ່ອໍານາດ ການປົກຄອງທ້ອງຖິ່ນ ບໍ່ຮູ້ນໍານີ້ ເກີດຂຶ້ນຢູ່ເຂດ ເມືອງເຊໂປນ ຫລາຍໂດຍສະເພາະ ການສັມປະທານທີ່ດິນ ໃຫ້ບໍຣິສັດ ວຽດນາມ ກັບບໍຣິສັດຈີນ 10 ບໍຣິສັດ ເພື່ອປູກ ຢາງພາຣາ ໃນພື້ນທີ່ທັງໝົດ ປະມານ 5 ພັນເຮັກຕາ.