ດິນໃກ້ຕາດກວາງຊີກໍາລັງ ດັງ
2015.06.23
ຫລັງຈາກ ໄດ້ ຍິນ ຂ່າວວ່າ, ເຈົ້າແຂວງ ຫລວງພຣະບາງ ໄດ້ ອະນຸຍາດ ໃຫ້ ບໍຣິສັດ ອາໂຈ ກຣຸບ ຂອງ ຈີນ, ເປັນຜູ້ ສຳປະທານ ພັທນາ ເຂດ ບໍຣິເວນ ຕາດກວງຊີ ນັ້ນ, ນັກ ລົງທຶນ ກໍ ພາກັນ ໄປຊື້ ທີ່ດີນ ໃນ ບໍຣິເວນ ດັ່ງກ່າວ ເພື່ອ ເອົາໄວ້ ຂາຍ ຕໍ່ໃຫ້ ຈີນ.
ເຈົ້າໜ້າທີ່ ຫ້ອງການ ຖແລງ ຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງ ຫລວງພຣະບາງ ຜູ້ ບໍ່ ປະສົງອອກ ຊື່ ກ່າວຕໍ່ ເອເຊັຽ ເສຣີ ວ່າ: ເຈົ້າແຂວງ ຫລວງພຣະບາງ ທ່ານ ຄຳແພງ ໄຊສົມແພງ ໄດ້ ໃຫ້ ສໍາປະທານ ເຂດ ອ້ອມແອ້ມ ຕາດກວາງຊີ ທີ່ ກວມເອົາ 3 ບ້ານ ເພື່ອ ເປັນບ່ອນ ຕາກ ອາກາດ, ໃນ ເວລາ ດຽວກັນ ກໍມີ ນາຍທຶນ ຜູ້ທີ່ ໃກ້ຊິດ ກັບ ເຈົ້າແຂວງ, ໄດ້ ພາກັນ ໄປຊື້ ທີ່ດິນ ໃນເຂດ ດັ່ງກ່າວ ໄວ້ຫລາຍ 100 ເຮັກຕາ ເພື່ອ ເອົາໄວ້ ຂາຍ ໃຫ້ ນັກ ລົງທຶນ ຈີນ.
ຊາວ ຫລວງພຣະບາງ ກໍ ສະແດງ ຄວາມ ເປັນຫ່ວງ ວ່າ, ຖ້າໃຫ້ ບໍຣິສັດ ຈີນ ມາ ສໍາປະທານ ແລ້ວ, ສິນຄ້າ ຕ່າງໆ ກໍ ຈະແພງ ຂຶ້ນ. ດັ່ງ ຊາວບ້ານ ຜູ້ ບໍ່ປະສົງ ອອກຊື່ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ຂ້າພະເຈົ້າ ຢາກ ຖາມວ່າ ເງິນ ນັກ ທ່ອງທ່ຽວ ເຂົ້າມາ ໃນລາວ ເງິນນັ້ນ ເອົາ ໄປໃສໝົດ ເປັນຫຍັງ ຄື ບໍ່ເອົາມາ ພັທນາ ຈັດການ ບໍຣິຫານ, ເງິນ ສ່ວນນີ້ ຂ້າພະເຈົ້າ ຢາກ ຝາກ ບອກ ຄົນລາວ ໝົດ ທຸກຄົນ ນ່າ ເອີ ຖ້າວ່າ, ສໍາປະທານ ເປັນ ຂອງຈີນ ແລ້ວ ນະ ສະຖານທີ່ ຂາຍຂອງ ແຖວ ບໍຣິເວນ ຕາດ ກວາງຊີ ເນາະ ມັນຕ້ອງ ແພງ ຢູ່ແລ້ວ ເນາະ".
ຕາດກວາງຊີ ເປັນ ແຫລ່ງ ທ່ອງທ່ຽວ ທີ່ ນິຍົມ ກັນ ທັງ ຄົນລາວ ແລະ ຄົນ ຕ່າງ ປະເທດ, ຊຶ່ງ ໃນ ແຕ່ລະມື້ ມີ ນັກທ່ອງທ່ຽວ ເຂົ້າມາ ຊົມຫລາຍ 100 ຄົນ. ຄ່າ ບໍຣິການ ເຂົ້າ ທ່ຽວຊົມ ຕາດ ກວາງຊີ ແມ່ນ 10,000 ກີບ ສໍາລັບ ນັກ ທ່ອງທ່ຽວ ລາວ, ສ່ວນ ນັກ ທ່ອງທ່ຽວ ຕ່າງ ປະເທດເທດ ແມ່ນ 20,000 ກີບ. ແຕ່ ໃນ ອະນາຄົດ ຍັງບໍ່ ແນ່ວ່າ ຣາຄາ ດັ່ງກ່າວ ຈະຍັງ ຄືເກົ່າ ຫລືບໍ.