ເຂດເສຖກິດສະເພາະທ່າແຂກ ຄຶກຄື້ນ
2014.05.28

ຕັ້ງແຕ່ ຕົ້ນປີ 2014 ນີ້ມາ ນັກລົງ ທຶນຈີນ ແລະ ວຽດນາມ ຈັບຈອງ ພື້ນທີ່ ໃນເຂດ ເສຖກິດ ສະເພາະ ຂົວ ມິຕພາບ ລາວ-ໄທ ທ່າແຂກ ນະຄອນພະນົມ ແຂວງ ຄໍາມ່ວນ ຢ່າງ ຫລວງຫລາຍ ເພື່ອຕຣຽມ ການລົງທຶນ ພາຍຫຼັງ ໄດ້ສົນໃຈ ມາດົນ ແລ້ວ. ດັ່ງ ເຈົ້າໜ້າທີ່ ແຂວງ ຄໍາມ່ວນ ກ່າວວ່າ:
"ຈອງຫຼາຍ ມີຈີນ ກັບ ວຽດນາມ ແຕ່ວ່າມັນ ເປັນການ ລົງທຶນໃໝ່ ມັນຍັງ ບໍ່ທັນໄດ້ ມີສິ່ງ ກໍ່ສ້າງ ຫລາຍ ກໍາລັງ ປັບປຸງ ສະຖານທີ່".
ທ່ານກ່າວ ຕໍ່ໄປວ່າ ນັກລົງທຶນ ຫລາຍຄົນ ທີ່ ເຂົ້າມາ ຈອງພື້ນທີ່ ແລ້ວນັ້ນ ຍັງ ບໍ່ຮູ້ວ່າ ພວກເຂົາ ຈະເຮັດຫຍັງ ແລະ ຈະລົງທຶນ ຫລາຍ ເທົ່າໃດ ຂະນະທີ່ ພື້ນທີ່ ໃນເຂດ ເສຖກິດ ສະເພາະ ນັ້ນ ເກືອບວ່າ ບໍ່ມີບ່ອນ ວ່າງ ທີ່ຈະໃຫ້ ຈັບຈອງ ແລ້ວ.
ແຕ່ສໍາລັບ ໂຄງການ ເຂດ ເສຖກິດ ພິເສດ ພູຂຽວ ໃນເມືອງ ທ່າແຂກ ທີ່ ຕັ້ງໄກ ຈາກຂົວ ມິຕພາບ ປະມານ 20 ຫລັກ ກິໂລແມັດ ນັ້ນ ຍັງມີພື້ນທີ່ ໃຫ້ຈັບຈອງ ຫລາຍ ຢູ່. ແຕ່ຍັງບໍ່ທັນ ມີໃຜສົນໃຈ ຫລາຍ ປານໃດ. ເຖິງເເມ່ນ ເຂດນັ້ນ ມີຄວາມພ້ອມ ທາງດ້ານ ນໍ້າປະປາ, ໄຟຟ້າ ແລະ ສິ່ງອໍານວຍ ຄວາມສະດວກ ອື່ນໆ ໃຫ້ແລ້ວ ກໍຕາມ: ທ່ານກ່າວຕື່ມ.
ເຂດ ເສຖກິດ ສະເພາະ ຂົວ ມິຕພາບ ລາວ-ໄທ ທີ່ ເມືອງທ່າແຂກ ມີເນື້ອທີ່ 1,023 ເຮັກຕາ. ສ່ວນເຂດ ເສຖກິດ ພິເສດ ພູຂຽວ ມີເນື້ອທີ່ ເຖິງ 4,850 ເຮັກຕາ ທັງ 2 ເຂດ ນີ້ ໄດ້ເລີ່ມ ມີການ ກໍ່ສ້າງ ມາຕັ້ງແຕ່ ປີ 2010 ແລະ 2011 ຊຶ່ງ ທາງການລາວ ຕັ້ງຄວາມ ຫວັງໄວ້ວ່າ 2 ເຂດນີ້ ຈະສ້າງ ຄວາມຈະເຣີນ ໃຫ້ ແຂວງ ຄໍາມ່ວນ ໃນ ອະນຄົດ.