ສັມພາດ ຍານາງ ວັນແສງ ສີສົງຄາມ

ຊາວບ້ານ ຢູ່ ເມືອງສນາມໄຊ ແຂວງ ອັດຕະປື ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ກ່າວວ່າ ການກໍ່ສ້າງເຮືອນ ພັກຖາວອນ 700 ຫຼັງ ມີຄວາມຊັກຊ້າ ແລະ ຍັງບໍ່ຮູ້ວ່າ ຈະສາມາດເຂົ້າໄປຢູ່ ໄດ້ເມື່ອໃດ, ທາງຝ່າຍ ບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ກໍຊີ້ແຈງວ່າ ບໍ່ຊັກຊ້າ.

ເຮືອນຢູ່ຖາວອນ ຂອງຊາວບ້ານຜູ້ເຄາະຮ້າຍຈາກເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ກໍາລັງກໍ່ສ້າງ ຍັງບໍ່ທັນສຳເຣັດ. ພາບປະກອບ: ນັກຂ່າວພົລເມືອງ

ບັນດາ ທ່ານ ຊາວບ້ານເມືອງສນາມໄຊ ແຂວງອັດຕະປື ທີ່ປະສົບພັຍເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ສ່ວນຫຼາຍກໍຍັງບໍ່ມີເຮືອນ ຢູ່ຖາວອນ ຍ້ອນວ່າ ການກໍ່ສ້າງຍັງບໍ່ທັນສຳເຣັດ. ທີ່ ຜ່ານມາ ກໍມີຫາງສຽງວ່າ ການກໍ່ສ້າງເຮືອນຊັກຊ້າ, ຂະບວນການປະມູນມີ ຄວາມໂປ່ງໃສຂນາດໃດ ຍ້ອນວ່າ ບໍ່ມີການເປີດຊອງປະມູນ, ຜູ້ຮັບເໝົາກໍ່ສ້າງ ກັບ ເຈົ້າຂອງໂຄງການ ມີນອກມີໃນກັນ ຫຼືບໍ່, ກັມມະກອນ ທີ່ມາເຮັດວຽກກໍ່ສ້າງ ບາງຈຳນວນ ກໍບໍ່ໄດ້ເງິນ.

ວິທຍຸເອເຊັຽເສຣີ ໄດ້ຂໍສັມພາດ ຍານາງ ວັນແສງ ສີສົງຄາມ ຜູ້ອຳນວຍການ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ, ກ່ຽວກັບບັນຫາດັ່ງກ່າວ.

ນັກຂ່າວ: ຢ່າກຖາມທ່ານວ່າ ຄືວ່າ ມັນມີຄວາມຊັກຊ້າ ໃນການສ້າງເຮືອນນິ ໂຕນີ້ ທ່ານເຫັນວ່າ ຈັ່ງໃດ?

ຍານາງ ວັນແສງ: ໂຕ 700 ຫຼັງ ພວກເຮົາໄດ້ຮັບສິດຈາກຣັຖບານລະ ເຮົາຫາກໍເຂົ້າເດືອນ 7 ປີ 2020. ເຂົ້າມາເດືອນ 7 ປີ 2020, ເຂົ້າມາລະຝົນຕົກເຮັດບໍ່ໄດ້ ແຕ່ວຽກເຮົາເຮັດນີ້ ມັນເກີນຄາດ ເກີນຄາດທີ່ວ່າ ເພິ່ນວາງໄວ້. ເຮົາເຮັດນີ້ ເດືອນ 7 ເດືອນ 8, ແຕ່ເດືອນ 9,10,11 ນີ້ ຝົນລິນເລີຍ ຖືວ່າເຮັດບໍ່ໄດ້ ເຮົາຫາກໍ່ຊິມາເລັ່ງນີ້ຊື່ໆ ເວລາເຮັດແທ້ໆ ຍັງບໍ່ເກີນ 3 ເດືອນ ແຕ່ວ່າ ຜົນງານເຮົາເຮັດໄດ້ຊ່ຳນັ້ນ ຖືວ່າ ເກີນຄາດ ຣັຖບານກະຮັບຮູ້.

ອັນທີ່ວ່າຊັກຊ້ານັ້ນ ມັນບໍ່ແມ່ນພວກເຮົາ ມັນແມ່ນເງິນ [ໂຄງການອື່ນ] ພາກສ່ວນນຶ່ງອີກຕ່າງຫາກ, ແຕ່ເງິນຂອງເກົາຫຼີ [ເຈົ້າຂອງ ໂຄງການເຂື່ອນເຊປຽນ] ເຮົາຫາກໍ່ມາເລີ່ມວັນທີ 2 ເດືອນ 7 [ປີ 2020] ແລ້ວເວລາທີ່ເຮັດວຽກແທ້ ຍັງບໍ່ເກີນ 4 ເດືອນ ເທື່ອ.

ຖືວ່າ ເຂົາເຈົ້າໃຈຜິດວ່າ ມັນຊັກຊ້າ ບໍ່ແມ່ນບໍຣິສັດເຮົາຈັກໜ້ອຍເລີຍ ເຮົາເຊັນສັນຍາ ເດືອນ 6, ແຕ່ເດືອນ 7 ວັນທີ 2 ເຮົາລົງ. ເຮົາລົງ ກະເລີ່ມປັກເສົາຂວັນກ່ອນເຂົ້າພັນສາ 440 ຫຼັງ ກ່ອນເຂົ້າພັນສາໄດ້ 440 ຫຼັງແລ້ວ.

ຫຼັງຈາກເຂົ້າພັນສາແລ້ວ ເຮົາກະຖືວ່າໃຫ້ທີມງານດຳເນີນຕາມນັ້ນ ກະຄືເວົ້ານີ້ແຫຼະ ເຂົາ [ກັມມະກອນ] ກະຍາດເຮັດ ຍາກໄປ. ເດືອນ 9,10,11 ຝົນຕົກລິນຢູ່ຈົນເຮັດບໍ່ໄດ້ ບໍຣິສັດ ພວກເຮົານີ້ ບໍ່ໄດ້ຊ້າຈັກໜ້ອຍເລີຍ. ທີ່ເຮົາເຮັດກ່ອນຊ້ວງເຂົ້າພັນສາໄດ້ 70 ເປີເຊັນ ແລ້ວ.  ພາຍໃນເດືອນ 2 ນີ້ ພວກເຮົາຈະໄດ້ມອບຢູ່ 200 ກວ່າຫຼັງ.

ນັກຂ່າວ: ຄືວ່າ 700 ກວ່າຫຼັງ ແມ່ນບໍຣິສັດເຮົາຮັບຜິດຊອບເອງເລີຍເນາະ?

ວັນແສງ: ຖືກລະ ພວກເຮົາຜິດຊອບ.

ນັກຂ່າວ: ມູນຄ່ານີ້ ທີ່ວ່າສະເໜີໄປ 24.5 ລ້ານ ໂດລາ ແມ່ນບໍ່ແມ່ນ?

ວັນແສງ: ແມ່ນ. ຂອງຣັຖບານທີ່ສະເໜີໄປນີ້ ແມ່ນ 30 ລ້ານ ເນາະ ແຕ່ວ່າ ເກົາຫຼີ [ເຈົ້າຂອງໂຄງການເຂື່ອນເຊປຽນ] ຖືວ່າ ເຂົ້າໄປຊອກໂຄງການເອງ ຊອກລາຄາເອງ ລາຄາຕລາດ ລາຄາທັງໝົດ ລະລາວກະຊອກບໍຣິສັດເອງ. ລາວ ຮູ້ຂ້າພະເຈົ້າ ລະໃຫ້ຂ້າພະເຈົ້າມາເຮັດ.

ນັກຂ່າວ: ບາດນີ້ ຮູ້ຈັກກັນເປັນການສ່ວນຕົວຫວະ ຫຼືວ່າ ມີການປະມູນກັນ?

ວັນແສງ: ບໍ່ໆໆ ອັນນີ້ ລາວ [ເຈົ້າຂອງໂຄງການເຂື່ອນເຊປຽນ] ຊອກບໍຣິສັດເອງເລີຍນະ, ກະວ່າສ່ວນຕົວກະແມ່ນນີ້ແຫຼະ ເພາະວ່າ ເກົ່າຫຼີ ນີ້ ລາຄາ 24.5 ລ້ານໂດລາ ຖືວ່າເປັນຂອງ ເຂົາເຈົ້າເອງເລີຍ ເຂົາເຈົ້າຊອກລາຄາເອງ ຖືວ່າຄົບໜົດ ວ່າລາຄາເຮັດກະ ລາຄານີ້ຫັ້ນນ່າ.

ນັກຂ່າວ: ອັນນີ້ຫາງສຽງເນາະ, ເຂົາເຈົ້າວ່າ ມັນເປັນແປກໆຈັ່ງໃດ ຄືວ່າ ບໍຣິສັດເຮົານີ້ ໄປໄດ້ຜູ້ດຽວ ມັນມີນອກ-ມີໃນ ຫຍັງກັນ ບໍ່ອັນນີ້?

ວັນແສງ: ໂອຍບໍ່ມີດອກ ນອກໃນຫຍັງ ລາຄານີ້ແທບຈະບໍ່ເຫຼືອຫຍັງເລີຍ ມັນຫຼຸດລາຄາທີ່ຣັຖກຳນົດໃຫ້ຫັ້ນ 20 ປາຍ ເປີເຊັນ ລະເດ້.

ນັກຂ່າວ: ຣັຖກຳນົດໃຫ້ 30 ລ້ານ ເຮົາສະເໜີໄປແຕ່ 24.5 ລ້ານ, ບາດນີ້ ມັນເປັນຫຍັງຈຶ່ງບໍ່ມີຂັ້ນຕອນປະມູນກັນ ເພື່ອໃຫ້ມັນມີ ຄວາມໂປ່ງໃສ ໃຫ້ມັນມີຄວາມສະບາຍໃຈທຸກຝ່າຍ?

ວັນແສງ: ໂອ້ ອັນນີ້ ເຮົາກະບໍ່ຮູ້ ມັນເປັນເລື່ອງຂອງເກົາຫຼີ ເອງ ອັນນີ້ນະ. ຜູ້ໃດກະແຊກແຊງ ບໍ່ໄດ້ເພາະວ່າ ເຂົາເຈົ້າເປັນເຈົ້າທຶນ. ເຂົາກະ ຕໍ່ລອງກັບຣັຖບານ ລາຄາຕລາດມັນ ກະຕ້ອງລາຄານັ້ນ ມັນຈັ່ງເຮັດໄດ້ຫັ້ນນ່າ ບາດນີ້ ລາວ [ເຈົ້າຂອງໂຄງການ ເຂື່ອນ ເຊປຽນ] ຊອກລາຄາໄດ້ 24.5 ລ້ານ ລະ ລາວ ກະຕັດ ສິນໃຈເຮັດເລີຍ ເຂົາກະເບິ່ງວ່າ ທ່າແຮງຂອງ ບໍຣິສັດນີ້ ມັນມີບໍ.

ນັກຂ່າວ: ອັນນີ້ ເຂົາເວົ້າວ່າ ບໍຣິສັດເຮົານີ້ ມັນສະເໜີລາຄາຖືກ ຈຶ່ງຄ່ອຍບໍ່ມີ ບໍຣິສັດນ້ອຍໆ ມາຮັບຕໍ່ຊ້ວງ ຈຶ່ງເຮັດໃຫ້ວຽກງານການ ກໍ່ສ້າງ ມັນຊັກຊ້າ ມັນແມ່ນບໍ່?

ວັນແສງ: ກະມີ ບໍຣິສັດນ້ອຍ ມັນກະມີມາເຮັດນຳຢູ່ ບໍ່ຊັ້ນມັນຊິເກີດຫວະ ຕັ້ງ 400, 500 ຫຼັງບໍ້ ທ່ານ ກະຕ້ອງຄຶດເນາະ. ອັນນີ້ ມັນຫາງສຽງ ຄຳເວົ້າຄົນແບບອັນນັ້ນຫັ້ນແຫຼະ ແບບວ່າ ມັນກະບໍ່ມີດອກ ອັນຂະເຈົ້າຊິເວົ້າດີໃຫ້ເຮົາຫັ້ນ. ມັນກະມີ ເຮົາກະແບ່ງຕາມ ບໍຣິສັດນີ້ແຫຼະ. ບໍ່ຊັ້ນຫັ້ນນ່າ ພາຍໃນ 4 ເດືອນ ມັນຖືກຢູ່ 496 ຫຼັງ ສ່ວນໂຕທີ່ເຫຼືອຫັ້ນນ່າ ຣັຖມັນຍັງ ເຄັຽດິນໃຫ້ເຮົາບໍ່ທັນໄດ້ເທື່ອ ມັນຄາຜົລປູກ ຂອງປະຊາຊົນ ດຽວນີ້ ມັນຕົ້ນເຂົາຍັງເກັບກູ້ຢູ່ ເພິ່ນກະວ່າ ຊິສົ່ງພື້ນທີ່ໄວໆນີ້ແຫຼະ.

ນັກຂ່າວ: ມັນມີຈັກບໍຣິສັດ ທີ່ມາຮັບຕໍ່ຊ້ວງເຮົາ?

ວັນແສງ: ຫຼາຍໆໆ ເປັນ 100, 200 ບໍຣິສັດ ພຸ້ນແຫຼະ.

ນັກຂ່າວ: 100-200 ບໍຣິສັດ ຄືວ່າ ເບື້ອງຕົ້ນເຮົາຮັບຜູ້ດຽວເລີຍ ບໍ່ມີບໍຣິສັດໃດມາຮັບຕໍ່ຊ້ວງ?

ວັນແສງ: ບໍ່ເຮັດຜູ້ດຽວ ກະຖືວ່າ ຂຶ້ນຊື່ຜູ້ດຽວຊື່ໆ ແລະ ນອກນັ້ນ ມັນກະມີບໍຣິສັດນ້ອຍຮັບຈອບ ຫັ້ນແຫຼ ມັນກະຜູ້ລະ 5 ຫຼັງ 10 ຫຼັງ ໄປຫັ້ນແຫຼະ ເປັນ 100 ບໍຣິສັດ 200 ບໍຣິສັດ ພຸ້ນແຫຼະ ທ່ານ ບໍ່ຕ້ອງຫ່ວງ.

ນັກຂ່າວ: ຄືວ່າ ບັນດາ ກັມມະກອກ ກັມມະກອນ ອີ່ຫຍັງຂອງບາງບໍຣິສັດ ຫຼາຍຄົນກໍພາກັນກັບບ້ານໝົດ ດຽວນີ້ເຫຼືອບໍ່ຫຼາຍວ່າຊັ້ນ ໂຕນີ້ນະ ວ່າເຂົາເຈົ້າບໍ່ມີເງິນ ໂຕນີ້ ມັນເປັນຈັ່ງໃດ ອະທິບາຍເບິ່ງດຸທ່ານ?.

ວັນແສງ: ບໍ່ມີດອກ ບໍ່ມີດອກ ອັນທີ່ວ່າ ບັນຫາຊ່ວງນຶ່ງຫັ້ນ ແມ່ນ ນາຍໜ້າມາຮັບ ບໍຣິສັດ ຍ້ອນມາຮັບແຫຼະ ບໍຣິສັດ ນ້ອຍມາຮັບ ແຕ່ຮັບໄປ ມັນຮັບຫຼາຍຫຼັງ ສົມມົນມຸດວ່າ 15 ຫຼັງ 10 ຫຼັງຈັ່ງຊີ້ ບາດນີ້ ໃນໄລຍະກໍ່ສ້າງຫັ້ນ ພວກນາຍໜ້າຫັ້ນ ກະມາເບີກເອົາເງິນ ແຕ່ລະຊ້ວງໄປ ແຕ່ບໍ່ຈ່າຍໃຫ້ກັມມະກອນ.

ແຕ່ວ່າ ມັນກະມີໜ້ອຍດຽວ ເຮົາແກ້ໝົດແລ້ວ ຫຼັງຈາກນັ້ນ ກະເອີ້ນພວກກັມມະກອນ ເຂົາມາວ່າ ເຂົາເຈົ້າໄດ້ເງິນເທົ່າໃດແທ້ ຫຼັງຈາກ ນາຍໜ້າມາເອົາໄປ ເຮົາກະໄດ້ຈ່າຍເງິນ ໃຫ້ ກັມມະກອນໝົດ ແຕ່ວ່າ ເຮົາກະພຍາຍາມ ດຶງເອົາພວກກັມມະກອນ ທີ່ເຮັດວຽກເຂົ້າ ມາຂຶ້ນກັບບໍຣິສັດເລີຍ ເຂົ້າມາເບີກເງິນ ໂດຍຕົງນຳບໍຣິສັດເລີຍ ອັນນີ້ ມັນມີໜ້ອຍດຽວຊື່ໆ ເຮົາແກ້ໄປແລ້ວ.

ນັກຂ່າວ: ເຮົາຊິສ້າງຄວາມໝັ້ນໃຈ ໃຫ້ແກ່ປະຊາຊົນ ໄດ້ແນວໃດ ເພື່ອວ່າ ເຮືອນຊິແລ້ວຕາມກຳນົດເວລາ?

ວັນແສງ: ອ້າວບໍ່ໝັ້ນໃຈແນວໃດ ມັນກະເຫັນຜົນງານ ຄົນເຂົ້າຢູ່ເຮືອນກະເຂົ້າຢູ່ລາວ ເຮົາວັດຄວາມຈິງເລີຍ ຂີ້ຕົວະບໍ່ໄດ້ເນາະ ທ່ານ ວັດຄວາມຈິງ ມັນກະຊິແລ້ວຢູ່ຫັ້ນແຫຼວ.

ນັກຂ່າວ: 400 ກວ່າຫຼັງ ເຮົາປຸກຂຶ້ນນີ້ ແລ້ວຮອດ 70 ເປີເຊັນລະຫວະ ແຕ່ວ່າ ປະຊາຊົນ ຄືວ່າ ມັນບໍ່ຮອດພຸ້ນ?

ວັນແສງ: ມັນຈັ່ງຊີ້ ຄືຂ້າພະເຈົ້າເວົ້າ 440 ຫຼັງ ທີ່ເຮັດຂຶ້ນແຕ່ເດືອນ 7 ນິນ່າ. ກ່ອນເຂົ້າພັນສາ ຮັບປາກກັບຮອງນາຍົກ ເນາະ 440 ຫຼັງ ເພາະວ່າ ມັນຂຶ້ນແຕ່ເດືອນ 7 ຫັ້ນ ກ່ອນຊິເຂົ້າ ພັນສາ. ແລ້ວ ທ່ານຮອງນາຍົກ ເພິ່ນກະລົງມາກວດ ເພິ່ນກະຖາມວ່າປານໃດ ຊິແລ້ວ ຫາກກະໄດ້ຮັບປາກເພິ່ນວ່າ ຖ້າບໍ່ມີຫຍັງ ກ່ອນກຸດສົງການ 440 ຫຼັງເຮົາຈະມອບໃຫ້ໝົດ. ໂຕອື່ນຫັ້ນເຮົາກະຍັງບໍ່ທັນ ໄດ້ຂຶ້ນ ຍ້ອນເພິ່ນເຄັຽດິນໃຫ້ເຮົາບໍ່ໄດ້.

ນັກຂ່າວ: ຄັນຊັ້ນມັນຊິແລ້ວທັນປີ 2021 ໄດ້ແນວໃດ ຂັ້ນວ່າການບຸກເບີກເນື້ອທີ່ດິນ ຍັງບໍ່ທັນໄດ້?

ວັນແສງ: ໂຕທີ່ຂຶ້ນກັບບໍຣິສັດນີ້ ມັນແລ້ວ ແຕ່ໂຕທີ່ເພິ່ນເຄັຽດິນ ໃຫ້ເຮົາບໍ່ແລ້ວ ທ່ານ ສອນໄຊ [ຮອງນາຍົກຣັຖມົນຕຼີ] ເພິ່ນກະເວົ້າ ມັນກະ ບໍ່ໄດ້ກ່ຽວກັບບໍຣິສັດ ພັກ-ຣັຖ ເຮົາເຄັຽໃຫ້ ເພິ່ນບໍ່ໄດ້ ຍັງອີກ 200 ເທົ່າໃດຫຼັງ ຫັ້ນນ່າ ເພາະວ່າ ບໍ່ຍັງທັນສົ່ງພື້ນທີ່ ໃຫ້ເຮົາ ເພິ່ນກຳລັງເຄັຽຢູ່. ຖ້າປະຊາຊົນ ເກັບກູ້ຜົລປຸກ ດຽວນີ້ ເຂົາກຳລັງເກັບກູ້ຢູ່ ຫຼັງຈາກເກັບກູ້ແລ້ວ ເພິ່ນກະຊິມາຕັດຕາຜ້າ ມາເຮັດ ເປັນລ໊ອກ ເປັນລ໊ອກ ໃຫ້ເຮົາ.

ນັກຂ່າວ: ຄືໂຕນີ້ ເລື່ອງເງິນເລື່ອງຫຍັງຫັ້ນ ແກ້ໄຂໃຫ້ກັມມະກອນໄດ້ລະເນາະ?

ວັນແສງ: ບໍ່ແມ່ນແກ້ໄຂ ເຮົາຍັງບໍ່ທັນຂາດເງິນ ນັບແຕ່ຍ່າງເຂົາມານີ້ ອັນນີ້ ຣັຖເພິ່ນກະຮູ້ນຳ ເຮົາບໍ່ເຄີຍຂາດເງິນ, ອັນທີ່ວ່າເລື່ອງ ກັມມະກອນ ອັນທີ່ແລກ ທີ່ວ່າ ນາຍໜ້າໂກງຫັ້ນ ອັນນີ້ເຮົາແກ້ໝົດແລ້ວ ບໍ່ມີບັນຫາ ເຮົາຊ່ວຍແກ້ ມາດຶງເອົາມາແຕ່ລະທີມ ມາຂຶ້ນນຳບໍຣິສັດ ໃຫ້ເຂົາເຈົ້າມີສິດມາເບີກເງິນ ກັບບໍຣິສັດ ແຕ່ເກົ່າເຮົາບໍ່ຮູ້ເນາະ ປະສົບປະການເຮົາກະບໍ່ມີ ຄືເຂົາເຈົ້າມາຈັ່ງຊິ ກະໃຫ້ເຈົ້າບໍຣິຫານຄົນງານເຈົ້າເອງ.

ແລ້ວບາດນີ້ ຄືເອົາເງິນໄປກະບໍ່ຫຼາຍ ປະມານ 200 ລ້ານ ບາດ ນີ້ເພິ່ນຮັບ 14 ຫຼັງ ເນາະ ບາດນີ້ ຄົນງານລະໄດ້ແຕ່ 10 ລ້ານ 20 ລ້ານ ທີ່ຈິງລະຄົນງານຕ້ອງໄດ້ຫຼາຍກ່ອນນັ້ນ ແຕ່ອັນນີ້ ເຮົາກະແກ້ໝົດແລ້ວ ເອີ້ນມາ ເອົາເງິນຂອງບໍຣິສັດ ຈ່າຍໃຫ້ຄົນງານ ທີ່ມັນບໍ່ໄດ້ຫັ້ນ ແຕ່ວ່າເງິນທີ່ນາຍໜ້າ ເອົາໄປກິນ ກະຖືວ່າ ບໍຣິສັດຫຼຸບ ອັນນີ້ ເຮົາຕ້ອງໄດ້ແກ້ເດ້ ແຕ່ບາດນີ້ ເຮົາຕ້ອງໄດ້ແກ້ດ່ວນ ທີ່ສຸດ.

ນັກຂ່າວ: ໂຕທີ່ວ່າ ໄດ້ຮັບສຳປະທານນີ້ ຄົນມັນກະຍັງສົງໃສຢູ່ຫັ້ນນ່າ ເຮົາໄດ້ຮັບຈັ່ງໃດ ຫຼືວ່າ ເຮົາໄດ້ໄປເຈຣະຈາ ກັບ ຄົນທີ່ວ່າເປັນ ເຈົ້າຂອງໂຄງການຄືເກົາຫຼີເອງ ເຈຣະຈາກັນ ແລ້ວລະ ຕົກລົງກັນເລີຍເບາະ?

ວັນແສງ: ໂອຍ! ຂະເຈ້າກະຖາມເນາະ ວ່າ ທ່ານຮັບໄດ້ບໍ່ ລາຄານີ້ຫັ້ນນ່າ ກະວ່າຮັບໄດ້ ເພິ່ນກະຂຽນໃບມອບສິດໃຫ້ເລີຍວ່າ ຂ້ອຍ ຕົກລົງໃຫ້ບໍຣິສັດນີ້ເຮັດ. ກະຖືວ່າ ຂ້າພະເຈົ້າ ເອົາໃບມອບສິດນີ້ ມາຫາແຂວງເລີຍ ຄ່ອຍໄດ້ເອີ້ນກັນມາປະຊຸມ. ກະບໍ່ແມ່ນວ່າ ຂ້າພະເຈົ້າ ຈະຮັບຜູ້ດຽວ, ແຕ່ຂ້າພະເຈົ້າເປັນ Main [ເປັນຫຼັກ].

ນັກຂ່າວ: ມັນອັນໜ້າ ໂຄງການລະດັບນີ້ ມັນຄືລົມກັນງ່າຍແທ້ ຫັ້ນນ່າ?

ວັນແສງ: ໂອ້ຍ ອັນນີ້ ມັນບໍ່ແມ່ນວ່າ ລົມກັນງ່າຍເນາະ ເພາະວ່າ ຂະເຈົ້າເປັນເຈົ້າທຶນ ບາດນີ້ເກົາຫຼີໄປເອົາລາຄາເອງເລີຍ. ຕ້ອງລາຄາ ຕລາດທັງໝົດທີ່ວ່າລາວເຮັດໄດ້ ລາຄາຂອງ ເກົາຫຼີ ທີ່ວ່າມັນຊ່ຳນີ້.

ນັກຂ່າວ: ມັນບໍ່ມີເບາະ ອັນທີ່ຮູ້ກັນແດ່ ວັດເຄິ່ງນຶ່ງ ກຳມະການເຄິ່ງນຶ່ງ?

ວັນແສງ: ບໍ່ມີ ບໍ່ມີ ບໍ່ມີ ອັນນີ້ ຂ້າພະເຈົ້າຂໍສາບານ ກີບນຶ່ງກະບໍ່ໄດ້ຊື້ໃຜ ຕັ້ງແຕ່ອັດນຶ່ງ ແດງນຶ່ງ ເວົ້າແທ້ໆເລີຍ ບໍ່ມີວັດເຄິ່ງນຶ່ງ ກັມມະການເຄິ່ງນຶ່ງ ກັບເກົາຫຼີ ເພາວ່າ ເຂົາສັດຊື່ແທ້ໆ ພວກເກົາຫຼີ.

ນັກຂ່າວ: ເພາະວ່າຫຼາຍຄົນຢູແຂວງອັດຕະປື ເຂົາເຈົ້າກະຍັງສົງໃສວ່າ ໄດ້ກັນຈັ່ງໃດ ມັນມີການຮົ້ວກັນເບາະ ໃນການຮັບປະມູນ ໃນຄັ້ງນີ້ ຫັ້ນນະ?

ວັນແສງ: ບໍ່ໆໆ ບໍ່ມີ ບໍ່ມີ ບໍ່ມີ.

ນັກຂ່າວ: ເຮົາຢືນຢັນເນາະວ່າ ມັນຈະບໍ່ຊັກຊ້າ ໂຕ 400 ຫຼັງທຳອິດ ນີ້ເນາະ?

ວັນແສງ: ບໍ່ ບໍ່ບໍ່ບໍ່ ພາຍໃນເດືອນ 2 ເຮົາຊິມອບຢູ່ 200 ກວ່າຫຼັງ ຫຼັງຈາກນັ້ນອີກ 200 ກວ່າຫຼັງ ຄືຂ້າພະເຈົ້າເວົ້ານີ້ແຫຼະຕັ້ງແຕ່ ນີ້ຖືກກຸດສົງການເດືອນ 4 ເດືອນ 5, 400 ກວ່າ ຫຼັງຊິໃຫ້ແລ້ວ ເພາະວ່າ 400 ກວ່າຫຼັງ ຄືຂ້າພະເຈົ້າຮັບປາກແລ້ວເດ້ ຕ້ອງໃຫ້ແລ້ວໝົດ.

ນັກຂ່າວ: ຄືວ່າ ຊິໄວແທ້ ມັນຊິໄດ້ມາຕຖານຢູ່ເບາະ?

ວັນແສງ: ອັນນີ້ນິ ໃຫ້ທ່ານວາງໃຈເລີຍ ບໍ່ໄດ້ມາຕຖານຈັ່ງໃດ ຄົນຂອງຣັຖ ທີ່ວ່າມາຄຸມນຳກະ 2 ຄົນ ມາໃສ່ກັບບໍຣິສັດເຮົາທີ່ ເກັ່ງໆ ກະ 8 ຄົນ ເປັນ 20 ຄົນ ແລະ ຂ້າພະເຈົ້າຍັງຈ້າງ ບໍຣິສັດທີ່ປຶກສາ ບໍຣິສັດ ອັນນັ້ນ ມາຕື່ມ ອັນນັ້ນເຮົາເຮັດໂລເລບໍ່ໄດ້.

ນັກຂ່າວ: ອັນນ່າ 400 ຫຼັງທຳອິດຈະໃຫ້ແລ້ວກ່ອນສົງການ ນີ້ເນາະ ຈະມີຂໍ້ແກ້ໂຕບໍ່ ຖ້າສົມມຸດວ່າ ມັນບໍ່ແລ້ວ?

ວັນແສງ: ໂຕນີ້ ແຕ່ວ່າ ສ່ວນຫຼາຍມັນແລ້ວຫັ້ນແຫຼະ ໂຕທີ່ວ່າຂຶ້ນກ່ອນເຂົ້າພັນສາ ຄືຂ້າພະເຈົ້າໄດ້ເວົ້າຫັ້ນ ດຽວນີ້ມັນແລ້ວໝົດ ແລ້ວ ໂຄງສ້າງ ໂບກອີ່ຫຍັງກະແລ້ວວຽກຕົບແຕ່ງ. ທ່ານຄິດວ່າ ເດືອນນີ້ ເດືອນ 1 ຢູ່ເນາະ ເດືອນ 2, ເດືອນ 3, ເດືອຮນ 4 ຍັງຢູ່ອີກ 3 ເດືອນ.

ບັນດາ ທ່ານ ອັນນັ້ນ ເປັນຄຳໃຫ້ ສຳພາດຂອງ ຍານາງ ວັນແສງ ສີສົງຄາມ ຜູ້ອຳນວຍການ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງ ເຄຫະສະຖານ, ກ່ຽວກັບຫາງສຽງ ຕ່າງໆ ທີ່ພົວພັນກັບການກໍ່ສ້າງ ເຮືອນພັກຖາວອນ ໃຫ້ແກ່ຜູ້ປະສົບພັຍ ເຂື່ອນ ເຊປຽນ-ເຊນ້ຳນນ້ອຍ ແຕກ.

ສັງຄົມກໍກຳລັງຕິດຕາມເບິ່ງວ່າ ການກໍ່ສ້າງ ເຮືອນປະຊາຊົນ 700 ຫຼັງຈະສຳເຣັດ ຕາມກຳນົດເວລາ ພາຍໃນປີ 2021 ແລະ ເຮືອນ ດັ່ງກ່າວ ຈະໄດ້ມາຕຖານຕາມທີ່ ຊາວບ້ານ ຕ້ອງການ ຫຼື ບໍ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org