ໄຂຂໍ້ຂ້ອງໃຈຕາດກວາງຊີ
ອຸ່ນແກ້ວ ສຸກສະຫວັນ
2015.06.25
2015.06.25
ທາງການ ແຂວງ ຫລວງພຣະບາງ ອອກມາ ຊີ້ແຈງ ຂໍ້ ຂ້ອງໃຈ ຂອງ ປະຊາຊົນ ກ່ຽວກັບ ການ ໃຫ້ ບໍຣິສັດ ຈີນ ສໍາປະທານ ເຂດ ອ້ອມຮອບ ຕາດ ກວາງຊີ.
ໃນ ອາທິດ ຜ່ານມາ ມີກະແສ ວິພາກ ວິຈານ ກ່ຽວກັບ ການ ໃຫ້ ສໍາປະທານ ເຂດ ທ່ອງທ່ຽວ ຕາດ ກວາງຊີ ຢູ່ ແຂວງ ຫລວງ ພຣະບາງ, ຊຶ່ງ ທ່ານ ຄໍາແພງ ໄຊສົມແພງ ຜູ້ເປັນ ເຈົ້າແຂວງ ໄດ້ ຕົກລົງ ໃຫ້ ບໍຣິສັດ ອາໂຈ ກຼຸບ ສໍາປະທານ. ຂ້າພະເຈົ້າ ໄດ້ມີ ໂອກາດ ສໍາພາດ ຍານາງ ສຸດາພອນ ຄົມທະວົງ ຮອງ ຫົວໜ້າ ຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງ ຫລວງ ພຣະບາງ.