ທະນາຄານວ່າຈະແກ້ ບັນຫາ ພີເອັສ
2017.07.23
ສະບາຍ ບັນດາທ່ານ ທີ່ຜ່ານມາ ທ່ານ ປໍເຮີ ປະທານບໍຣິສັດ PS ໄດ້ເວົ້າໃຫ້ ທະນາຄານແຫ່ງ ສປປລາວ ວ່າໄດ້ໃສ່ຮ້າຍປ້າຍສີ ບໍຣິສັດ PS ແລະ ເຮັດໃຫ້ບໍຣິສັດ ເສັຽຫາຍ. ນອກຈາກນີ້ ບໍຣິສັດ PS ຍັງແອບອ້າງເອົາ ຫ້ອງວ່າການຣັຖບານ ຫລື ສຳນັກງານ ນາຍົກຣັຖມົນຕຼີ ໃນການລະດົມທຶນ ກັບ ປະຊາຊົນ ຢູ່ແຂວງຫລວງນ້ຳທາ ໃນວັນທີ 19 ມິຖຸນາ.
ເຫດການຜ່ານໄປກວ່ານຶ່ງເດືອນ ທີ່ທະນາຄານ ໃຫ້ເສັ້ນຕາຍບໍຣິສັດ PS ຄືນເງິນໃຫ້ ປະຊາຊົນ ບໍ່ເກີນວັນທີ 6 ກໍຣະກະດາ, ແຕ່ບໍຣິສັດ ກໍຍັງບໍ່ສົ່ງເງິນ ໃຫ້ປະຊາຊົນ.
ເພື່ອຂໍຄວາມກະຈ່າງແຈ້ງ ຂ້າພະເຈົ້າ ໄດ້ມີໂອກາດ ສຳພາດ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທະນາຄານ ແຫ່ງ ສປປລາວ ໃນວັນທີ 20 ກໍຣະກະດາ ທີ່ຜ່ານມານີ້. ໃຫ້ທ່ານໄປຟັງ ຣາຍລະອຽດ ເບິ່ງ. ສຽງສຳພາດ…
ບັນດາທ່ານ ອັນນີ້ກໍຄື ຄຳໃຫ້ສຳພາດ ຂອງ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທະນາຄານ ແຫ່ງ ສປປ ລາວ. ເນື້ອໃນ ທີ່ທ່ານໄດ້ໃຫ້ສຳພາດ ກໍຄື:
• ທ່ານ ໄດ້ຕອບໂຕ້ ຄຳເວົ້າ ຂອງປະທານບໍຣິສັດ ທີ່ວ່າ ທະນາຄານແຫ່ງ ສປປ ລາວ ຈົງໃຈໃສ່ຮ້າຍປ້າຍສີ ບໍຣິສັດ ນັ້ນ ເປັນຄຳເວົ້າ ທີ່ບໍ່ຖືກຕ້ອງ ເພາະວ່າ ເຈົ້າໜ້າທີ່ ຂອງ ທະນາຄານ ຕ້ອງແຈ້ງໃຫ້ ປະຊາຊົນ ຮັບຮູ້.
• ການດຳເນີນການ ຂອງບໍຣິສັດ ແມ່ນບໍ່ໄດ້ຮັບ ອະນຸຍາດ ໃຫ້ໄປລະດົມທຶນ ຊຶ່ງມັນຜິດຕໍ່ລະບຽບກົດໝາຍ.
• ທະນາຄານ ແລະ ພາກສ່ວນກ່ຽວຂ້ອງ ຈະປະເມີນ ສະຖານະການ ແລະ ຫາມາດຕະການ ແກ້ໄຂຢ່າງເໝາະສົມ.
ສິ່ງທີ່ໜ້າຕິດຕາມ ກໍຄືວ່າ ມາດຕະການ ທີ່ເໝາະສົມ ທີ່ທະນາຄານ ຈະໃຊ້ໃນການແກ້ໄຂບັນຫາ ນັ້ນແມ່ນຫຍັງ, ແລະ ຈະໃຊ້ມາຕະການ ດັ່ງກ່າວ ເມື່ອໃດ.