ສານສາກົນສັ່ງຫ້າມຣັຖບານລາວ ຍຶດຊັພສິນ Sanum

ບໍຣິສັດ Lao Holding ຊຶ່ງເປັນ ບໍຣິສັດ ແມ່ ຂອງ ບໍຣິສັດ ສະນໍາ ເຈົ້າຂອງ ກາສິໂນ ສວັນ-ເວກັສ ອອກ ຖແລງການ ແຈ້ງວ່າ ສານແກ້ໄຂ ຂໍ້ຂັດແຍ່ງ ຣະຫວ່າງຊາດ ໄດ້ສັ່ງຫ້າມ ຣັຖບານ ລາວ ຍຶດຊັພສິນ ຂອງ ບໍຣິສັດ ສະນໍາ.

ກາຊີໂນ ສວັນເວກັສ ກໍ່ເປັນສ່ວນນຶ່ງ ໃນການລົງທຶນ ຂອງບໍຣິສັດ Sanum Savanh-Vegas

 

ບໍຣິສັດ Lao Holding ເປັນບໍຣິສັດແມ່ຂອງບໍຣິສັດສະນໍາເຈົ້າຂອງ ກາສິໂນ ສວັນ-ເວກັສ ອອກຖແລງການ ແຈ້ງວ່າສານແກ້ໄຂ ຂໍ້ຂັດ ແຍ່ງ ຣະຫວ່າງຊາດໄດ້ສັ່ງຫ້າມຣັຖບານລາວຍຶດຊັພສິນຂອງບໍຣິສັດ ສະນໍາ ຈົນກວ່າທັງສອງຝ່າຍ ຈະສາມາດແກ້ໄຂ ຂໍ້ຂັດແຍ້ງກັນໄດ້.

ຖແລງການນັ້ນແຈ້ງຣາຍລະອຽດວ່າ ສານຣະຫວ່າງຊາດໄດ້ຕັດສິນ ເມື່ອວັນທີ່ 2 ເດືອນກັນຍາ ທີ່ຜ່ານມາອີກວ່າ ຫ້າມຣັຖບານລາວຍຶດ ໂຮງກາສິໂນ ສວັນ-ເວກັສ ແລະ ຫ້າມເກັບພາສີອາກອນ ເຖິງ 80 ສ່ວນຮ້ອຍຂອງຣາຍຮັບທັງໝົດ ຂອງບໍຣິສັດສະນໍາຊຶ່ງເປັນການເກັບ ພາສີອາກອນ ທີ່ສຸງເກີນໄປ ແລະທີ່ເປັນຂໍ້ຍັດແຍ້ງໃຫຍ່ ອີກຢ່າງນຶ່ງ ຣະຫວ່າງຣັຖບານລາວ ແລະ ບໍຣິສັດສະນໍາ.

ໃນເດືອນສິງຫາ ປີກາຍບໍຣິສັດ Lao Holding ແລະບໍຣິສັດສະນໍາ ສົ່ງຟ້ອງຣັຖບານລາວ ຂຶ້ນສານຣະຫວ່າງຊາດ ໃນຂໍ້ຫາບໍ່ ປະຕິບັດ ຕາມກົດໝາຍສາກົນ ກ່ຽວກັບການປົກປັກຮັກສາ ການລົງທຶນຂອງ ຕ່າງປະເທດ. ໃນການຍື່ນຟ້ອງນັ້ນ ບໍຣິສັດສະນໍາໄດ້ຕູ່ຫາ ຣັຖບານລາວເປັນຜູ້ຍຶດເອົາໂຮງກາສິໂນ ຂອງບໍຣິສັດສະນໍາທີ່ທ່ານາແລ້ງເຂດນະ ຄອນຫລວງວຽງຈັນ ແລະຣັຖບານລາວໄດ້ບັງຄັບໃຫ້ ບໍຣິສັດສະນໍາເສັຍພາສີອາກອນເປັນເງິນຫລາຍລ້ານດອນລ່າສະຫະຣັຖ. ຮ້າຍໄປກວ່າ ນັ້ນ ເມື່ອບໍ່ດົນຜ່ານມາ ຣັຖບານລາວກໍມີທ່າທີ ວ່າຈະຍຶດເອົາໂຮງກາສິໂນ ສວັນ-ເວກັສ ທີ່ແຂວງສວັນນະເຂດ ນັ້ນນໍາ.

ທ່ານ Jody Jordahl ປະທານ ບໍຣິສັດສະນໍາ ກ່າວວ່າ ການຍຶດເອົາໂຮງກາສິໂນ ສວັນ-ເວກັສ ຈະທໍາຣາຍອະນາຄົດ ຂອງບໍຣິສັດ Lao Holding ແລະບໍຣິສັດສະນໍາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org