ເງິນກີບເຟີ້ຕໍ່ເນື່ອງ ພະນັກງານຜູ້ນ້ອຍ, ປະຊາຊົນ ເດືອດຮ້ອນໜັກ
ພະນັກງານຣັຖ ຊັ້ນຜູ້ນ້ອຍ ແລະ ປະຊາຊົນໂດຍທົ່ວໄປ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຈາກອັຕຣາເງິນເຟີ້ເພີ່ມສູງຂຶ້ນ ແລະຮຽກຮ້ອງ ໃຫ້ຣັຖບານລາວ ແກ້ໄຂບັນຫາຢ່າງໄວວາ ຊຶ່ງກໍຍັງບໍ່ເຫັນຫົນທາງວ່າ ຣັຖບານ ຈະມີວິທີແກ້ໄຂໄດ້ແນວໃດ ນອກຈາກນັບມື້ຍິ່ງເຟີ້ສູງຂຶ້ນ.
-
ພອນ ພູມມີທອນ
2023-02-06 -
-
-
Your browser doesn’t support HTML5 audio
ອັຕຣາເງິນເຟີ້ ຢູ່ປະເທດລາວ ປະຈໍາເດືອນ ມົກຣາ 2023 ໄດ້ເພີ່ມຂຶ້ນມາຢູ່ໃນລະດັບ 40.30% ເຊິ່ງນັບເປັນການເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຈາກການທຽບໃສ່ ເດືອນດຽວກັນ ໃນປີ 2022 ທີ່ຢູ່ໃນລະດັບ 6.25% ຈົນສ້າງຄວາມຫຍຸ້ງຍາກ-ລໍາບາກ ໃນການດໍາເນີນຊີວິຕ ຕໍ່ກຸ່ມພນັກງານຣັຖ ໃນລະດັບຊັ້ນຜູ້ນ້ອຍ ເປັນວົງກ້ວາງ ແລະ ປະຊາຊົນທົ່ວໄປ.
ດັ່ງ ເຈົ້າໜ້າທີ່ຜູ້ນຶ່ງ ຢູ່ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 6 ມົກຣາ ນີ້ວ່າ:
“ທຽບກັບແຕ່ກີ້ເນາະ ມັນກະລໍາບາກໜ້ອຍນຶ່ງຫັ້ນແຫລະ ມາທຽບກັບເງິນບາທ ເງິນເດືອນມີແຕ່ ສອງພັນປາຍ ທຽບແຕ່ກີ້ ມັນກະ ໄດ້ພໍດີ ຫ້າ-ຫົກພັນ ມັນກະໂຕນກັນຫລາຍເຕີບ, ພນັກງານ ວິຊາການນີ້ແຫລະ ສ່ວນຫລາຍນ່າ.”
ປັດຈຸບັນ ອັຕຣາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຕຣາຕ່າງປະເທດ ຕາມຣາຍງານຂອງ ທະນາຄານແຫ່ງຊາຕລາວ ປະຈໍາວັນທີ 6 ກຸມພາ 2023 ລະບຸວ່າ ເງິນ 1 ໂດລ້າຣ໌ ສະຫະຣັຖ ເທົ່າກັບເງິນ 16,933 ກີບ, ສ່ວນເງິນ 1 ບາທ ເທົ່າກັບເງິນ 505.9 ກີບ .
ເຈົ້າໜ້າທີ່ອີກຜູ້ນຶ່ງ ຢູ່ໃນເມືອງບຸນເໜືອ ແຂວງຜົ້ງສາລີ ກ່າວວ່າ ຢາກໃຫ້ຣັຖບານລາວ ແກ້ໄຂບັນຫາ ອັຕຣາເງິນເຟີ້ ຢ່າງຈິງຈັງ ແລະ ເປັນຮູບປະທັມ ເພື່ອຫລຸດຜ່ອນ ຜົລກະທົບ ຕໍ່ພນັກງານຣັຖໃນລະດັບຊັ້ນຜູ້ນ້ອຍ ແລະຫາກເປັນໄປໄດ້ ກໍຢາກໃຫ້ຣັຖບານລາວ ປັບເງິນເດືອນຂຶ້ນ ໃຫ້ກັບພນັກງານພັກ-ຣັຖ ກໍຈະເປັນເຣຶ່ອງທີ່ດີ ເພື່ອສ້າງຂວັນກໍາລັງໃຈ ໃນການປຕິບັດໜ້າທີ່.
ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍຂ່ອນຂ້າງທີ່ລໍາບາກຫັ້ນແຫລະ ພັກງານເຮົາສ່ວນຫລາຍນີ້ ທຽວເອົາເປັນສ່ວນໃຫຍ່ ບາງຄົນກໍເອົາຂ້າວມາກິນຢູ່ຫ້ອງການກະມີ ແລ້ວບາດນີ້ຄ່າໃຊ້ຈ່າຍກໍສູງ ບວກກັບຄ່ານ້ໍາມັນ ອີ່ຫຍັງຫັ້ນນ່າ ກໍມີຄວາມຫຍຸ້ງຍາກ, ສ່ວນຫລາຍນີ້ (ພະນັກງານ ລະດັບຫົວໜ້າ) ຊິບໍ່ມີບັນຫາແລ້ວ ຂະເຈົ້ານີ້ມີພື້ນຖານຢູ່.”
ສໍາລັບ ລາຄາອາຫານ ທີ່ປັບລາຄາແພງຂຶ້ນໃນປັດຈຸບັນ ສ່ວນຫລາຍ ແມ່ນປະເພດຊີ້ນ ແລະ ອາຫານທະເລ ນຳເຂົ້າ ເປັນຕົ້ນສະໂພກໝູ ຈາກລາຄາ 67,000 ກີບ ຕໍ່ກິໂລ ຂຶ້ນມາເປັນ 69,000 ກີບ ຕໍ່ກິໂລ, ຊີ້ນໝູສົດ ຈາກລາຄາ 65,000 ກີບຕໍ່ກິໂລ ຂຶ້ນມາເປັນ 70,000 ກີບຕໍ່ກິໂລ ແລະ ຫອຍແຄງສົດ ຈາກລາຄາ 17,000 ກີບຕໍ່ກິໂລ ຂຶ້ນມາເປັນ 19,000 ກີບຕໍ່ກິໂລ ແລະ ສິນຄ້າພືດຜັກຕ່າງໆ ກໍປັບຂຶ້ນລາຄາເຊັ່ນດຽວກັນ.
ເຈົ້າໜ້າທີ່ອີກຜູ້ນຶ່ງ ໃນເມືອງເຊບັ້ງໄຟ ແຂວງຄໍາມ່ວນ ກ່າວວ່າ ໄດ້ຮັບຜົລກະທົບ ຢ່າງໜັກຫນ່ວງ ຍ້ອນ ຣາຍໄດ້ຕໍ່ເດືອນ ສວນທາງກັບຄ່າໃຊ້ຈ່າຍ ທີ່ນັບມື້ນັບເພີ່ມສູງຂຶ້ນເລື້ອຍໆ ເຮັດໃຫ້ການດໍາລົງຊີວິຕ ປະຈໍາວັນ ກໍໄດ້ຕ້ອງປັບໂຕກັນຫລາຍສົມຄວນ ຫາກເປັນໄປໄດ້ ກໍຢາກໃຫ້ຣັຖບານລາວ ເພີ່ມຂຶ້ນເງິນເດືອນ ເພື່ອໃຫ້ສອດຄ່ອງ ກັບສະພາບເສຖກິຈໃນປັດຈຸບັນ.
ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະຫຍຸ້ງຍາກຫັ້ນແຫລະ ຜູ້ບ້ານໄກເຂົາກະຫໍ່ເຂົ້າມາກິນ ຜູ້ບ້ານໃກ້ກະເມື່ອກິນເຮືອນ ຫັ້ນນ່າ, ເຮົາເຫັນດີ ປັບຊໍ່າໃດກະຕາມເສັຍສ່ວນຫລາຍ ເຮົາກະຜູ້ນ້ອຍ ກະແລ້ວແຕ່ເພິ່ນຫັ້ນແຫລະ.”
ແນວໃດກໍຕາມ ເຖິງວ່າອັຕຣາເງິນເຟີ້ໃນລາວ ຈະເພີ່ມຂຶ້ນສູງເລື້ອຍໆ ແຕ່ເຈົ້າໜ້າທີ່ພັກ-ຣັຖ ນັບແຕ່ຫົວໜ້າພະແນກ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ທີ່ມີຕໍາແໜ່ງສູງ ໃນໜ່ວຍງານຂອງພັກ-ຣັຖ ຖືວ່າບໍ່ໄດ້ຮັບຜົລກະທົບໜັກ ເນື່ອງຈາກໄດ້ຮັບເງິນເດືອນສູງ ແລະມີລາຍໄດ້ຫລາຍຊ່ອງທາງ.
ຊາວລາວຜູ້ນຶ່ງ ທີ່ປະກອບອາຊີບຄ້າຂາຍ ໃນນະຄອນຫລວງວຽງຈັນ ກ່າວວ່າ ຊາວລາວໄດ້ຮັບຜົລກະທົບໜັກຫລາຍ ຈາກສະພາບອັຕຣາເງິນເຟີ້ ທີ່ນັບມື້ຈະເພີ່ມສູງຂຶ້ນ ເຊິ່ງສົ່ງຜົລລາຄາສິນຄ້າທຸກປະເພດ ມີລາຄາແພງຂຶ້ນ ໂດຍສະເພາະ ປະເພດອາຫານ-ເຄື່ອງດື່ມ, ລາຄານ້ໍາມັນ, ເຄື່ອງໃຊ້ຈໍາເປັນວັນໃນຄົວເຮືອນ ແລະ ຊີວິຕປະຈໍາວັນ.
ຈາກສະພາບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ ໃນປັດຈຸບັນ ກໍຢາກໃຫ້ຣັຖບານລາວ ເອົາໃຈໃສ່ໃນການແກ້ໄຂບັນຫາ ຢ່າງເປັນຮູບປະທັມ ເພື່ອຫລຸດຜ່ອນຄວາມລໍາບາກ ໃຫ້ກັບຊາວລາວ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຂາຍເຄື່ອງຍາກ ຂ້ອຍບໍ່ຄ້ອຍເອົາເຄື່ອງ (ໄທຍ) ເຂົ້າມາແລ້ວ ຂ້ອຍກະຂາຍໜ້ອຍລົງ ຂາຍເຄື່ອງໜ່ອຍລົງດຽວນີ້ ເງິນຂຶ້ນຊື້ມາແລ້ວເຮົາຂາຍຍາກ ແຕ່ເງິນບ້ານຂ້ອຍຫັ້ນ ມັນດີດຫລາຍ ມັນດີດຂຶ້ນໂພດ ບໍ່ໄຫວ ມັນແພງຫລາຍເນາະ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ທະນາຄານ ພັທະນາເອເຊັຍ ຫລື ADB ປະຈໍາລາວ ກ່າວວ່າ ອັຕຣາເງິນເຟີ້ ທີ່ເພີ່ມສູງຂຶ້ນ ໃນປັດຈຸບັນ ຂ່ອນຂ້າງໜ້າເປັນຫ່ວງ ເພາະຜົລສະທ້ອນ ຈາກບັນຫາດັ່ງກ່າວ ຈະສົ່ງຜົລກະທົບຕໍ່ທຸກຄົນທີ່ມີຣາຍໄດ້ໜ້ອຍ ແລະ ກຸ່ມຊາວບ້ານທີ່ ຫາເຊົ້າ-ກິນຄ່ໍາ ຈະເກີດຄວາມທຸກຍາກຂຶ້ນຕື່ມ.
ຣັຖບານລາວ ຕ້ອງເລັ່ງແກ້ໄຂບັນຫາ ເຣື່ອງການຄຸ້ມຄອງເງິນຕຣາ ຕ່າງປະເທດ ບໍ່ໃຫ້ເກີດການຮົ່ວໄຫລ, ການເພີ່ມລາຍຮັບ, ຫລຸດຜ່ອນຣາຍຈ່າຍ, ການສົ່ງເສີມ ການຜລິຕສິນຄ້າ ເປັນສະບຽງອາຫານ, ສົ່ງອອກຕ່າງປະເທດ ແລະ ຫລຸດຜ່ອນການນໍາເຂົ້າ.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປັດຈັຍເງິນເຟີ້ເນາະ ມັນຊິມີຜົລກະທົບ ຕໍ່ການລົງທຶນພາຍໃນ ກັບການຈັບຈ່າຍຂອງສັງຄົມ ຍ້ອນສິນຄ້າມັນແພງຂຶ້ນ ແລະ ຜົລກະທົບກໍຄື ພວກຊີວິຕການເປັນຢູ່ ຂອງພວກຮາກຫຍ້າເນາະ ຄັນຊິເວົ້າເນາະ ໃນແງ່ຂອງນັກເສຖສາຕ ຖືວ່າໜັກແລ້ວ ເນາະ.”
ທະນາຄານແຫ່ງຊາຕລາວ ໄດ້ເປິດເຜີຍປັດຈັຍ ແລະ ສາເຫດຕົ້ນຕໍ ທີ່ເຮັດໃຫ້ອັຕຣາເງິນເຟີ້ ເພີ່ມສູງຂຶ້ນ ຍ້ອນ ການອ່ອນຄ່າຂອງເງິນກີບ ທຽບໃສ່ສະກຸນເງິນຕ່າງປະເທດ ເຊັ່ນ ເງິນໂດລ້າຣ໌ ສະຫະຣັຖ, ເງິນບາທ ແລະ ເງິນຢວນ ທີ່ກະທົບໃສ່ສິນຄ້າ ນໍາເຂົ້າ ລວມທັງສິນຄ້ານໍາເຂົ້າ ທີ່ເປັນປັດໄຈໃນການຜລິຕ ຈຶ່ງເຮັດໃຫ້ສິນຄ້າ ມີລາຄາສືບຕໍ່ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ, ພ້ອມກັນນັ້ນ ກໍແມ່ນການປ່ຽນແປງ ລາຄານ້ໍາມັນເຊື້ອເພີງ ແລະ ປັດໄຈການຜລິຕອື່ນໆ ໃນໄລຍະຜ່ານມາ ສົ່ງຜົລໃຫ້ຕົ້ນທຶນການຜລິຕ ແລະ ການບໍຣິການເພີ່ມຂຶ້ນ.
ໃນເດືອນ ມົກກະຣາ ປີ 2022 ທີ່ຜ່ານມານັ້ນ ອັຕຣາເງິນເຟີ້ຢູ່ໃນລາວ ຢູ່ໃນລະດັບ 6.25% ເທົ່ານັ້ນ ການເພີ່ມຂຶ້ນ ອັຕຣາເງິນເຟີ້ໃນລາວ ເຮັດໃຫ້ພນັກງານພັກ-ຣັຖ ໃນລະດັບຊັ້ນຜູ້ນ້ອຍ ທີ່ມີເງິນເດືອນໜ້ອຍ ແລະ ລາຍໄດ້ທາງດຽວ ໄດ້ຮັບຜົລກະທົບ ຢ່າງໜັກຫນ່ວງ ຍ້ອນຈະຕ້ອງແບກຮັບພາຣະ ໃຊ້ຈ່າຍ ທີ່ເພີ່ມສູງຂຶ້ນ ທັງອາຫານການກິນ, ເຄື່ອງໃຊ້ຂອງສອຍ ແລະ ລາຄານ້ໍາມັນ.