ອັດຕຣາເງິນເຟີ້ ປະຈໍາເດືອນທັນວາ ປີ 2022 ສູງເຖິງ 39.27%
ກະຊວງແຜນການ ແລະການລົງທຶນ ອອກບົດຣາຍງານ ສະພາບອັດຕຣາເງິນເຟີ້ ປະຈໍາເດືອນທັນວາ ປີ 2022 ໂດຍລະບຸວ່າ ອັດຕຣາເງິນເຟີ້ລວມເດືອນໃນທັນວາ 2022 ຢູ່ທີ່ລະດັບ 39.27% ອັນເປັນລະດັບສູງສຸດ ໃນຮອບປີ 2022 ເທົ່າທີ່ມີການບັນທຶກມາ ຂະນະທີ່ ຊາວລາວຍັງສືບຕໍ່ໄດ້ຮັບຜົລກະທົບຈາກພາວະດັ່ງກ່າວ ຢ່າງໜັກໜ່ວງ.
-
ສຸພັດຕາ
2023-01-12 -
-
-
Your browser doesn’t support HTML5 audio
ສູນສະຖິຕິແຫ່ງຊາຕລາວ ກະຊວງແຜນການ ແລະການລົງທຶນ ໄດ້ອອກບົດຣາຍງານ ສະພາບອັດຕຣາເງິນເຟີ້ ປະຈໍາເດືອນທັນວາ ປີ 2022 ໂດຍລະບຸວ່າ ອັດຕຣາເງິນເຟີ້ລວມເດືອນໃນທັນວາ 2022 ຢູ່ທີ່ລະດັບ 39.27% ອັນເປັນລະດັບສູງສຸດ ໃນຮອບປີ 2022 ເທົ່າທີ່ມີການບັນທຶກມາ.
ຣາຍງານດັ່ງກ່າວຍັງລະບຸຕື່ມວ່າ ອັດຕຣາເງິນເຟີ້ ຂອງໝວດສິນຄ້າ ແລະບໍຣິການ ທີ່ສູງຂຶ້ນກວ່າໝູ່ ແມ່ນໝວດຄົມມະນາຄົມ ແລະຂົນສົ່ງ ເພີ່ມຂຶ້ນ 50.43%, ໝວດສະບຽງອາຫານ ແລະເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 45.89%, ໝວດຮັກສາສຸຂພາບ ແລະຢາ ເພີ່ມຂຶ້ນ 42.11%, ໝວດຮ້ານອາຫານ ແລະໂຮງແຮມ ເພີ່ມຂຶ້ນ 32.18% ແລະໝວດສິນຄ້າ ແລະບໍຣິການອື່ນໆ ເພີ່ມຂຶ້ນ 25.29% ຕາມລໍາດັບ. ໂດຍປັດຈັຍຂອງການເພີ່ມຂຶ້ນ ຂອງອັດຕຣາເງິນເຟີ້ ຍັງແມ່ນການອ່ອນຄ່າຂອງເງິນກີບ ເມື່ອທຽບໃສ່ສະກຸນເງິນຕ່າງປະເທດ ທີ່ກະທົບໃສ່ສິນຄ້ານໍາເຂົ້າ ຮວມທັງສິນຄ້ານໍາເຂົ້າ ທີ່ເປັນປັດຈັຍການຜລິຕ ພ້ອມທັງລາຄານໍ້າມັນເຊື້ອເພີງທີ່ຂຶ້ນລາຄາ ແລະປັດຈັຍການຜລິຕອື່ນໆ.
ຕໍ່ກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຜູ້ປະກອບການ ດ້ານການຂົນສົ່ງສິນຄ້າ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງທ່ານເວົ້າວ່າ ດຽວນີ້ ລາຄານໍ້າມັນເຊື້ອເພີງແພງຂຶ້ນຫຼາຍ ທັງນໍ້າມັນກາຊວນ ແລະແອັດຊັງ ສ່ວນອັດຕຣາແລກປ່ຽນ ກະສູງຂຶ້ນກວ່າ 503,000 ກີບ ຕໍ່ 1,000 ບາທແລ້ວ ໃນຂະນະທີ່ເມື່ອກ່ອນ ຢູ່ທີ່ 490,000 ກີບ.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 10 ມົກກະຣາ 2023 ທີ່ຜ່ານມາ ນັ້ນວ່າ:
“19,000 ປາຍກີບ ກາຊວນນັ້ນແຫຼະ ແອັດຊັງ ກະ 20,000, 20 ປາຍພັນ ຢູ່ນີ້ແຫຼະ ຖ້າເອົາບາທໄປແລກກີບເດ້ ກະ 503,000 ກີບບໍ ດຽວນີ້ ມັນສູງຂຶ້ນ ກ່ອນນີ້ມັນມີແຕ່ 49 ປາຍເດ້ ດຽວນີ້ມັນຂຶ້ນ ຫ້າປາຍແລ້ວເດ້ ບໍ່ໄດ້ຈະມາຊ່ອຍເຮົາ ເຮົາກະເປັນຄົນທັມມະດາ ຄ້າຂາຍທັມມະດາທົ່ວໄປເນາະ ເຮົາກະຈະບໍ່ໄດ້ອີ່ຫຍັງຫັ້ນນ່າ.”
ທາງດ້ານຜູ້ປະກອບການ ການຂົນສົ່ງສິນຄ້າອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າວ່າ ທ່ານເອງກໍໄດ້ຮັບຜົລກະທົບ ຍ້ອນລາຄານໍ້າມັນເຊື້ອເພີງແພງ ເຮັດໃຫ້ລູກຄ້າທີ່ຈະມາໃຊ້ບໍຣິການໜ້ອຍລົງ ແຕ່ລາຄາເຄື່ອງອຸປະໂພຄ-ບໍຣິໂພຄແພງຂຶ້ນຢ່າງຕໍ່ເນື່ອງ ໃນແຕ່ລະເດືອນ.
ດັ່ງທີ່ທ່ານກ່າວວ່າ:
“ກະມີຜົລກະທົບນັ້ນແຫຼະ ມັນຣົຖຂົນສົ່ງມັນກະຍາກ ລາຄາມັນກະຖືກ ນໍ້າມັນແພງ ກໍມີຜົລກະທົບຫຼາຍຢ່າງ ລູກຄ້າກະໜ້ອຍລົງ ຂຶ້ນໄປໝົດທຸກຢ່າງເລີຍ ເຄືຶ່ອງໃຊ້ເຄື່ອງອາຫານການກິນແພງ ຂຶ້ນໝົດທຸກຢ່າງເລີຍ ທັງຊີ້ນໝູ ຊີ້ນງົວ ທັງໝາກເຜັດແປ້ງນົວນໍ້າຕານ ເຂົ້າສານອາຫານແຫ້ງ ກະແພງ.”
ໃນຂະນະທີ່ ປະຊາຊົນຢູ່ແຂວງບໍຣິຄໍາໄຊ ນາງນຶ່ງໄດ້ກ່າວວ່າ ລາຄາຊີ້ນໝູໃນທ້ອງຕລາດທີ່ເຄີຍຊື້ ກໍຂຶ້ນລາຄາສູງຫຼາຍ ຈາກທີ່ເມື່ອກ່ອນ ເຄີຍຊື້ຊີ້ນໝູ ໃນລາຄາກິໂລກຣາມລະ 50,000 ກີບ ແຕ່ໃນປັດຈຸບັນ ຂຶ້ນລາຄາເປັນ ກິໂລກຣາມລະ 70,000 ກີບ ເຂົ້າສານ ເມື່ອກ່ອນລາຄາ 100,000 – 110,000 ກີບ ຕໍ່ນຶ່ງໝື່ນ ຫຼື 12 ກິໂລກຣາມ ແຕ່ປັດຈຸບັນ ຂຶ້ນລາຄາເປັນໝື່ນລະ 160,000 ກີບ ໂດຍມາສາເຫດມາຈາກປຸ໋ຍເຄມີ ມີລາຄາແພງຂຶ້ນ ຍ້ອນອັດຕຣາແລກປ່ຽນເງິນບາທ ຕໍ່ເງິນກີບສູງຂຶ້ນ.
ດັ່ງທີ່ທ່ານກ່າວວ່າ:
“ແຕ່ກີ້ເຄີຍຊື້ 50,000 (ກີບ) ດຽວນີ້ຊິໂລ 70,000 (ກີບ) ສິນຄ້າຢ່າງອື່ນຫວາ ເຂົ້າ (ສານ) ຕະກີ້ກໍໝື່ນ 100,000 ດຽວນີ້ກະ 160,000 ພຸ້ນແລ້ວ ເຂົາເຈົ້າວ່າ ປຸ໋ຍແພງ ປຸ໋ຍກະຕ້ອງໄດ້ໃຊ້ປຸ໋ຍໃຊ້ຫຍັງ ນໍາເຂົ້າມາຈາກເມືອງໄທຍຫັ້ນເດ້ ເງິນກະປັບຂຶ້ນເດ້.”
ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ໄດ້ໃຫ້ຂໍ້ມູນວ່າ ການແກ້ໄຂບັນຫາເງິນເຟີ້ໃນລາວ ໂດຍພາບລວມແລ້ວ ຍັງເປັນເຣື່ອງຍາກ ຍ້ອນການສົ່ງອອກຂອງປະເທດລາວຍັງບໍ່ຫຼາຍ ຖ້າຫາກຈະແກ້ບັນຫາ ກໍຕ້ອງສົ່ງເສີມໃຫ້ມີການສົ່ງອອກສິນຄ້າຂອງລາວ ໃຫ້ມີປະຣິມານເພີ່ມຂຶ້ນ.
ດັ່ງທີ່ທ່ານກ່າວວ່າ:
“ພາບລວມມັນກະບໍ່ແມ່ນເຣື່ອງງ່າຍ ເພາະວ່າ ການສົ່ງອອກ ມັນຕ້ອງຫຼາຍ ມັນຊິຫຼຸດຜ່ອນພັຍເງິນເຟີ້ໄດ້ ການສົ່ງອອກຂອງລາວ ກໍບໍ່ຫຼາຍຫັ້ນນ່າ ຄ້າຍໆກັບໄທຍຫັ້ນແຫຼະ ຄັນສົ່ງອອກຫຼາຍ ເງິນບາທກໍແຂງ ຄັນສົ່ງອອກໜ້ອຍເງິນບາທກໍອ່ອນລົງ.”
ຕໍ່ກັບການຕອບໂຕ້ບັນຫາພັຍເງິນເຟີ້ນີ້ ຣັຖບານລາວ ໂດຍທະນາຄານແຫ່ງ ສປປ ລາວ ຫຼື ທະນາຄານກາງ ໄດ້ຕັ້ງເປົ້າໝາຍໃນການຄວບຄຸມ ອັດຕຣາເງິນເຟີ້ສເລັ່ຽ ໃນປີ 2023 ໃຫ້ຢູ່ໃນລະດັບ ບໍ່ເກີນ 9%, ທັງຈະຄຸ້ມຄອງອັດຕຣາແລກປ່ຽນເໜັງຕີງ ໃຫ້ສອດຄ່ອງກັບລະດັບຄວາມສົມດຸນທາງດ້ານເສຖກິຈ-ເງິນຕຣາ ແລະບໍ່ສ້າງແຮງກົດດັນ ຕໍ່ອັດຕຣາເງິນເຟີ້ ຮວມທັງມາຕການທາງດ້ານການເງິນອື່ນໆ, ອີງຕາມຄວາມເວົ້າ ຂອງທ່ານ ດຣ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທີ່ໄດ້ຣາຍງານຕໍ່ກອງປະຊຸມສະພາແຫ່ງຊາຕລາວ ສໄມສາມັນທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 7 ທັນວາ 2022 ທີ່ຜ່ານມາ.
ເມື່ອເບິ່ງໝົດປີ ໃນປີ 2022 ທີ່ຜ່ານມານີ້ ຖືເປັນປີ ທີ່ອັດຕຣາເງິນເຟີ້ສເລັ່ຽຂອງປະເທດລາວ ເພີ່ມຂຶ້ນສູງສຸດ ໃນຮອບ 22 ປີ ຫຼືຕັ້ງແຕ່ວິກິຈການ ດ້ານການເງິນເອເຊັຽ ໃນປີ 1997 ເຊິ່ງເຄີຍມີສະພາບເງິນເຟີ້ ຢູ່ໃນລະດັບ 22,96% ທຽບໃສ່ປີ 2000 ຢູ່ທີ່ 25.1%. ຢ່າງໃດກໍຕາມ ຂໍ້ມູນສະຖິຕິກ່ຽວກັບອັດຕຣາເງິນເຟີ້ສເລັ່ຽ ຂອງປະເທດລາວ ລະຫວ່າງ ປີ 1989-2021 ໄດ້ຊີ້ໃຫ້ເຫັນວ່າ ປະເທດລາວ ມີອັດຕຣາເງິນເຟີ້ສເລັ່ຽສູງສຸດ ແມ່ນເກີດຂຶ້ນໃນປີ 1999 ໂດຍຢູ່ທີ່ລະດັບ 125.3% ຮອງລົງມາ ແມ່ນປີ 1998 ໃນລະດັບ 91% ແລະປີ 1989 ໃນລະດັບ 61,3%, ອີງຕາມຂໍ້ມູນ ຂອງທະນາຄານໂລກ.