ສະພາບເງິນເຟີ້ໃນລາວສູງຂຶ້ນ
2013.10.18
ສະພາບເງິນເຟີ້ ຣາຄາສິ່ງຂອງແພງໃນລາວເພີ້ມຂຶ້ນເລື້ອຍໆ ມີຜົນສະທ້ອນຕໍ່ຊີວິດການເປັນຢູ່ ຂອງປະຊາຊົນທໍາມະດາສາມັນ, ຄືວ່າອັຕຣາ ເງິນເຟີ້ໄດ້ຖີບສູງຂື້ນຈາກ 6.83% ໃນເດືອນສິງຫາ ຂຶ້ນເປັນ 6.87% ໃນເດືອນກັນຍາ. ຕາມລາຍ ງານໜັງສືພິມທາງການທີ່ອ້າງຕາມລາຍ ງານຂອງຫ້ອງການສະຖິຕິແຫ່ງຊາຕໃນອາທິດນີ້.
ນັກເສຖສາຕມີຄວາມເປັນຫ່ວງຢ້ານວ່າ ການເພີ້ມຂຶ້ນຂອງອັຕຣາເງິນເຟີ້ ຈະໄປລື່ນກາຍການເຕີບໃຫ່ຽ ຂອງຜົນຜລິດລວມຍອດເສຖກິດຂອງ ຊາຕ ຫລື GDP. ທະນາຄານໂລກພັຍກອນວ່າ ການເຕີບໃຫ່ຽເສຖກິດໃນລາວໃນປີ 2013 ນີ້ຈະເປັນ 8% ແລະໃນປີ 2014 ຈະຫລຸດລົງ ເປັນ 7.7% ແຕ່ວ່າໃນປີ 2015 ຈະເພີ້ມຂຶ້ນເປັນ 8.1% ອັຕຣາເງິນເຟີ້ທີ່ສູງທີ່ສຸດໃນປີ 2013 ນີ້ແມ່ນ 7.43% ໃນເດືອນກໍຣະກະດາ ແລະ ຕໍ່າທີ່ສຸດແມ່ນ 5.45% ໃນເດືອນເມສາ.
ລາຍງານວ່າອັຕຣາເງິນເຟີ້ໃນ ສປປລາວ ແມ່ນນຶ່ງໃນຈໍານວນທີ່ສູງທີ່ສຸດ ໃນກຸ່ມປະເທດອາຊຽນຍ້ອນວ່າ ການນໍາເຂົ້າສິນຄ້າຂອງລາວມີສູງ. ລາຍງານຂອງຣັຖບານເມື່ອບໍ່ດົນມານີ້ວ່າ ໃນ 6 ເດືອນສົກປີ 2012-2013 ມູນຄ່າ ການນໍາເຂົ້າສິນຄ້າຂອງລາວມີເຖິງ 1,160 ລ້ານໂດລາ ທຽບກັບມູນຄ່າ ການສົ່ງອອກສິນຄ້າ $880 ລ້ານໂດລາ.