ໂຮງງານແປ້ງມັນຕົ້ນຍັງບໍ່ຈ່າຍ ຄ່າມັນຕົ້ນ


2014.02.16
F-casava ມັນຕົ້ນ
TravelAsia

 

ຊາວນະຄອນຫລວງ ວຽງຈັນ ທ່ານນຶ່ງເວົ້າວ່າ ໂຮງງານຜລິດແປ້ງມັນຕົ້ນ ລາວ-ອິນໂດຊາຍນາ ທີ່ຕັ້ງຢູ່ເມືອງປາກງື່ມ ຍັງຕິດໜີ້ຊາວກະສິກອນ ປູກມັນຕົ້ນ ນັ້ນຢູ່ ຍ້ອນທາງໂຮງງານ ຊື້ມັນຕົ້ນ ນໍາປະຊາຊົນໄປ ໂດຍເວົ້າວ່າ ຈະຈ່າຍເງິນໃຫ້ ຕາມພາຍຫລັງ ແຕ່ຈົນມາຮອດ ປັດຈຸບັນ ກໍຍັງ ບໍ່ທັນ ຈ່າຍໃຫ້. ທ່ານວ່າ ຕິດໜີ້ມາໄດ້ ນຶ່ງປີແລ້ວ:

"ຕິດເປັນປີແລ້ວ ເນາະ ແລ້ວນີ້ ມີງວດໃໝ່ມາ ແລ້ວກໍຍັງຕິດອີກ ບາງຄົນ ກະເປັນສີ່ຫ້າສິບໂຕນ ພຸ້ນກະມີນີ້ນະ ປົກກະຕິຫັ້ນໄດ້ຢູ່ ເງິນໄດ້ຈ່າຍ ສົດຢູ່ ດຽວນີ້ ຢາກຕິດແຫລະ".

ທ່ານເວົ້າຕໍ່ໄປວ່າ ດຽວນີ້ ຊາວກະສິກອນທີ່ວ່ານັ້ນ ຍັງຄາໃຈຢູ່ບ່ອນວ່າ ເປັນຫຍັງ ທາງໂຮງງານຈຶ່ງ ບໍ່ຈ່າຍຄ່າມັນຕົ້ນ ທີ່ເອົາໄປຈາກພວກເຂົາ ເຈົ້ານັ້ນ ທັ້ງໆທີ່ ເປັນໂຮງງານໃຫຍ່ ມີຊື່ສຽງ ແລະເງິນທຶນ. ທ່ານວ່າ ປະຊາຊົນ ບໍ່ຢາກເຕົ້າໂຮມກັນ ຮຽກຮ້ອງຫຍັງຫລາຍເພາະຮູ້ດີວ່າ ເຮັດ ໄປກໍບໍ່ມີ ປະໂຫຍດ ຍ້ອນໄດ້ເຄີຍໄດ້ເວົ້າມາ ຫລາຍເທື່ອແລ້ວ ກໍບໍ່ໄດ້ຜົລຫຍັງ ແລະຢ້ານຈະມີຜົນ ອັນບໍ່ດີຕາມມາ.

ທ່ານເວົ້າວ່າ ຢ່າງໃດກໍຕາມ ປັດຈຸບັນ ຊາວກະສິກອນ ທີ່ໄດ້ຮັບ ຜົລກະທົບ ອັນບໍ່ດີນັ້ນ ຕັດສິນໃຈບໍ່ຂາຍມັນຕົ້ນ ຂອງພວກຕົນ ໃຫ້ໂຮງງານ ດັ່ງກ່າວເຖິງ ທາງໂຮງງານ ຈະມາຕິດຕໍ່ ຂໍຊື້ກໍຕາມ. ພວກເຂົາເຈົ້າ ຂາຍຜົລຜລິດ ຂອງຕົນ ໃຫ້ຄົນອື່ນ ທີ່ຈ່າຍເງິນສົດ ໃຫ້ໂລດ.

ກ່ຽວກັບບັນຫານີ້ ເອເຊັຍເສຣີ ພຍາຍາມຕິດຕໍ່ໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ແຕ່ບໍ່ສາມາດ ຕິດຕໍ່ໄດ້ ຂະນະທີ່ຊາວບ້ານ ເວົ້າວ່າບັນຫານີ້ ສົ່ງຜົລ ກະທົບ ໂດຍກົງໃສ່ ປະຊາຊົນ ຍ້ອນຖືກທາງ ໂຮງງານສໍ້ໂກງ ຊຶ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຄວນຊ່ວຍແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.