ກອງທຶນສາກົນ IMF ຈະຊ່ອຍລາວ
ກອງທຶນ ສາກົນ IMF ຈະຊ່ອຍລາວ ປັບປຸງ ມາຕຖານ ສີ່ງແວດລ້ອມ ໃນໂຄງການ ສ້າງເຂື່ອນ.
-
2013-12-19 -
-
-
Your browser doesn’t support HTML5 audio
ຫ້ອງການ ການເງິນສາກົນ ຊື່ງເປັນສາຂາ ຂອງທະນາຄານໂລກຈະຮ່ວມງານກັບຫໍການຄ້າແລະອຸດສາຫະກັມລາວໃນການສົ່ງເສີມມາຕຖານ ສິ່ງແວດລ້ອມ ແລະການບໍຣິຫານຈັດການຄວາມສ່ຽງຕໍ່ສັງຄົມໃຫ້ແກ່ຜແນກການສ້າງເຂື່ອນ ໃນລາວປະຕິບັດ ເພື່ອໃຫ້ເປັນການພັທນາ ທີ່ຍືນ ຍົງໃນຂແນງດັ່ງກ່າວ.
ຕາມຂໍ້ຕົກລົງໃນບົດບັນທຶກຄວາມເຂົ້າໃຈທີ່ລົງນາມກັນໃນວັນທີ 17 ທັນວາ 2013 ຜ່ານມາຣະຫວ່າງບໍຣິສັດເງິນທຶນສາກົນກັບຫໍການຄ້າລາວ ທັງສອງຝ່າຍມີຈຸດປະສົງຈະຮ່າງກົດຣະບຽບຣະຫວ່າງຣັຖບານລາວກັບນັກລົງທຶນສ້າງເຂື່ອນ ເພື່ອຄໍ້າປະກັນໃຫ້ໂຄງການສ້າງເຂື່ອນເປັນໂຄງ ການ ພັທນາທີ່ຍືນຍົງໃນການປົກປ້ອງ ສີ່ງແວດລ້ອມ ແລະວິຖິຊິວິດ ຂອງປະຊາຊົນໃນທ້ອງຖີ່ນ.
ທ່ານ ສີສວັດ ທິລາວົງ ປະທານຫໍການຄ້າແລະອຸດສາຫະກັມລາວ ກ່າວວ່າ ການຮ່ວມມືກັບອົງການທຶນສາກົນ ຈະເຮັດໃຫ້ຫນ່ວຍງານ ຂອງ ຣັຖບານລາວ ສາມາດແກ້ໄຂບັນຫາທີ່ກຳລັງທ້າທາຍຣັຖບານລາວ ຢູ່ໃນປັດຈຸບັນ ໃນການສ້າງ ເຂຶື່ອນໃນລາວ.
ມາຕຖານການປົກປ້ອງສີ່ງແວດລ້ອມແລະສັງຄົມໃນການສ້າງເຂື່ອນສາກົນ ອົງການທຶນສາກົນຈະເປັນຜູ້ອອກແບບໃຫ້ກຸ່ມນັກລົງທຶນຜູ້ທີ່ຈະມາ ສ້າງເຂື່ອນໃນລາວປະຕິບັດດ້ວຍຄວາມຮູ້ແລະຄວາມສາມາດແລະການບັງຄັບໃຊ້ ຢ່າງມີປະສິດທິພາບໃນການຫລຸດຜ່ອນຄວາມສ່ຽງຕໍ່ການ ສ້າງເຂື່ອນ ໃນລາວໃຫ້ໄດ້ດີຂື້ນ.