ກອງທຶນສາກົລ ຫຼື International Monetary Fund (IMF) ຄາດຄະເນ ວ່າ ເສຖກິຈຂອງລາວ ຈະຂຍາຍໂຕ 4% ໃນປີ 2023 ນີ້, ສ່ວນທາງການລາວ ຄາດວ່າ ເສຖກິຈຂອງລາວ ຈະຂຍາຍໂຕ 4.5% ເນື່ອງຈາກຂແນງການທ່ອງທ່ຽວ, ຂແນງພະລັງງານ ແລະບໍ່ແຮ່ ໄດ້ຮັບແຮງກະຕຸ້ນ ຈາກການລົງທຶນທີ່ເພີ່ມຂຶ້ນ, ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ເມສາ ນີ້ວ່າ:
“ເພິ່ນປະເມີນວ່າ ເສຖກິຈດີຂຶ້ນເນາະ ເພາະວ່າອັນນ່າ ມັນໜ້າຈະບໍ່ຫວິດເຂື່ອນເນາະ ທີ່ສ້າງຜົນກໍາໄຣ ໜ້າຈະແມ່ນເຂື່ອນ ແມ່ນບໍ່ແຮ່ ພວກນັ້ນແຫຼະ.”
ຍານາງກ່າວຕື່ມອີກວ່າ ຂແນງານອື່ນໆ ເປັນຕົ້ນ: ຂແນງການຜລິດດ້ານອຸດສາຫະກັມ, ການກະເສດ ແລະທຸຣະກິຈຂນາດນ້ອຍ ຫຼື SME ແມ່ນຍັງບໍ່ທັນຟື້ນໂຕໄດ້ດີ້ ຍ້ອນໄດ້ຮັບຜົລກະທົບ ຈາກອັດຕຣາແລກປ່ຽນ ບວກກັບເງິນກີບອ່ອນຄ່າລົງ ແລະພາວະເງິນເຟີ້ ທີ່ຍັງຢູ່ໃນລະດັບສູງ.
ຜູ້ປະກອບການຮ້ານອາຫານ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຍັງບໍ່ເຊື່ອໝັ້ນປານໃດ ວ່າເສຖກິຈຂອງລາວ ຈະຂຍາຍໂຕຮອດ 4% ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າ ທ່ອງທ່ຽວຢູ່ປະເທດລາວ ຍັງມີໜ້ອຍກ່ອນໄລຍະທີ່ມີ ການແຜ່ຣະບາດຂອງໂຄວິດ-19 ເຮັດໃຫ້ສະພາບການຄ້າ-ຂາຍ, ຮ້ານອາຫານ ຍັງບໍ່ສາມາດຟື້ນໂຕໄດ້ດີ.
ສ່ວນນັກທ່ອງທ່ຽວຄົນລາວ ກໍພາກັນຈັບຈ່າຍສິນຄ້າ ແລະອອກໄປກິນເຂົ້າ ຕາມຮ້ານອາຫານໜ້ອຍລົງ ຍ້ອນຕ້ອງການປະຢັດຣາຍຈ່າຍ, ດັ່ງຜູ້ປະກອບການຮ້ານອາຫານ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊ່ວງນີ້ ກະບັນຫາວິກິຈ ອັນນີ້ແຫຼະ ວິກິຈເສຖກິຈກະທົບໄປໝົດ ກະທົບກັນຫຼາຍສົມຄວນ ເສຖກິຈໂດຍຫຼັກ ກະອີງໃສ່ການທ່ອງທ່ຽວ ອັນຕລາຍສົມຄວນເນາະ ເຣື່ອງເສຖກິຈ.”
ຄົນລາວຜູ້ນຶ່ງ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຈົ່ມວ່າ ພາຍຫຼັງທີ່ການຣະບາດຂອງໂຄວິດ-19 ເຣີ່ມຜ່ອນຄາຍລົງ ຣັຖບານລາວ ກະກູ້ຢືມເງິນຈາກທະນາຄານໂລກ ແລະທະນາຄານຕ່າງປະເທດ ເພື່ອນໍາມາປ່ອຍກູ້ໃຫ້ກັບຜູ້ປະກອບການ ແລະຄົນລາວທົ່ວໄປ ສ່ວນນຶ່ງ ກະນໍາໄປພັທນາໂຄງຮ່າງພື້ນຖານຈໍາເປັນ ເພື່ອເຮັດໃຫ້ເສຖກິຈຂອງລາວ ແລະປາຊາຊົນ ກັບມາຟືຶ້ນໂຕໄດ້ໄວຂຶ້ນ.
ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຍັງບໍ່ເຊື່ອໝັ້ນຄືກັນ ວ່າ ເສຖກິຈຂອງລາວ ຈະຂຍາຍໂຕຮອດ 4% ເນື່ອງຈາກຣັຖບານລາວ ມີບັນຫາເຣື່ອງໜີ້ສິນສາທາຣະນະສູງຈົນເກີນໄປ ແລະຫາກຣັຖບານລາວ ແກ້ໄຂບັນຫາໜີ້ສິນບໍ່ໄດ້ ກໍຈະເຮັດໃຫ້ປະເທດລາວ ສູນເສັຍໂອກາດ ແລະສູນເສັຍຊັພຍາກອນທັມມະຊາຕຫຼາຍຂຶ້ນ ເພື່ອຕ້ອງນໍາໄປຄໍ້າປະກັນ, ດັ່ງຊາວລາວ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກັງວົນຫຼາຍຢູ່ ໄດ້ແຕ່ຈົ່ມ ເພາະວ່າ ໜີ້ສິນທີ່ເຮົາແບກຮັບເນາະ ອະນາຄົດພາຍໜ້າ ເຮົາຕ້ອງສູນເສັຍຫຍັງ ແລ້ວປະຊາຊົນມັນກະ ການຫາຢູ່ຫາກິນຫັ້ນແຫຼະ ມີໄດ້ ກະມີເສັຍຫຼາຍຢ່າງ.”
ແຕ່ສະພາບຄວາມເປັນຈິງແລ້ວ ປະຊາຊົນລາວທົ່ວໄປ ໂດຍສະເພາະ ຜູ້ທີ່ອາສັຍຢູ່ຕາມເມືອງທຸກຍາກ ຫຼື ເຂດຫ່າງໄກສອກຫຼີກ ແມ່ນຍັງດໍາຣົງຊີວິດດ້ວຍຄວາມທຸກຍາກຄືເກົ່າ ບໍ່ເຫັນມີການປ່ຽນແປງໃນທິດທາງທີ່ດີຂຶ້ນ.
ຂະນະທີ ຊາວບ້ານສ່ວນໃຫຍ່ ກໍຍັງບໍ່ມີວຽກເຮັດງານທໍາ ກໍບໍ່ເຫັນຣັຖບານລາວ ມາສົ່ງເສີມອາຊີບ ເພື່ອຂັບເຄື່ອນເສຖກິຈຂອງລາວ ໃຫ້ເກີດການຂຍາຍໂຕຂຶ້ນ ຄືຕາມນະໂຍບາຍ ທີ່ໃຫ້ປະກາດໄວ້ກ່ອນໜ້ານີ້, ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຸຍເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຈົ້າເອົາເງິນຕ່າງປະເທດມາພັທນາເນາະ ມາຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເມື່ອໄດ້ເງິນແລ້ວລະ ປະຊາຊົນບໍ່ໄດ້ຮັບຫຍັງ ປະເທດມັນມີຈະເຣີນຈັກເທື່ອດອກ ເຮົາຢູ່ເຂດນີ້ ຄືກັນຫັ້ນແຫຼະ ພໍກິນເຊົ້າກິນແລງ.”
ທາງດ້ານເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫຼື ADB ປະຈໍາລາວ ກ່າວວ່າ ເຖິງວ່າກອງທຶນ IMF ຈະປະເມີນໃຫ້ເສຖກິຈຂອງລາວ ຂຍາຍໂຕ 4% ໃນປີ 2023 ນີ້ ແຕ່ບໍ່ໝາຍຄວາມວ່າ ເສຖກິຈໂດຍລວມຂອງປະເທດລາວຈະດີຂຶ້ນ ເພາະຍັງມີຫຼາຍຂແນງານການ ບໍ່ທັນຟື້ນໂຕໄດ້ດີ ແລະຍັງພະເຊີນກັບຄວາມທ້າທາຍຫຼາຍສົມຄວນ ເປັນຕົ້ນ: ການຜລິດສິນຄ້າເພື່ອເປັນສະບຽງອາຫານ, ການສົ່ງອອກ ແລະການກະເສດ ເຊິ່ງຕິດພັນກັບຕົ້ນທຶນໃນການຜລິດ, ການຂົນສົ່ງ ແລະນໍ້າມັນເຊື້ອເພີງ.
ສ່ວນຂແນງການ ທີ່ມີການຂຍາຍໂຕນັ້ນ ກໍມາຈາກຂແນງການທ່ອງທ່ຽວ ແລະບໍຣິການ, ຂແນງການພະລັງງານ ກໍແມ່ນການສ້າງເຂື່ອນໄຟຟ້າ, ພະລັງງານລົມ ຮວມເຖິງ ການສັມປະທານຂຸດຄົ້ນບໍ່ແຮ່ ທີ່ປັດຈຸບັນ ຣັຖບານລາວ ມີການອະນຸຍາດໃຫ້ບໍຣິສັດເອກກະຊົນ ທັງພາຍໃນແລະຕ່າງປະເທດ ເຂົ້າມາສັມປະທານຂຸດຄົ້ນຈໍານວນຫຼາຍ, ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂະເຈົ້າມາເບິ່ງໃນເຣື່ອງເສຖກິຈ ພາບລວມແລ້ວຫັ້ນນ່າ GDP ນີ້ ຄິດວ່າ ມັນຈະດີກວ່າ ຜ່ານມາທີ່ເຂົາປະເມີນ ໂດຍປັດຈັຍຫຼັກໆ ກະແມ່ນການທ່ອງທ່ຽວນີ້, ຄວາມສ່ຽງຫຼັກໆ ທີ່ມີການປະເມີນ ມັນກໍຈະເຫັນວ່າ ການອ່ອນຄ່າຂອງອັດຕຣາແລກປ່ຽນຫັ້ນ ມັນມີຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນພໍສົມຄວນ ແລ້ວກະເຮັດໃຫ້ເງິນເຟີ້ນີ້ ມັນສູງຂຶ້ນ ແຕ່ກະຍ້ອນ Deb Effects (ຜົລກະທົບຈາກໜີ້ສາທາຣະນະ).”
ອີງຕາມຣາຍງານ ສະພາບເສຖກິຈໂລກ ຂອງ IMF ໃນເດືອນເມສາ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ລະບຸວ່າ ທ່າມກາງຄວາມບໍ່ໝັ້ນຄົງທາງເສຖກິຈໂລກ, ເສຖກິຈຂອງລາວ ມີທ່າທີຈະເຕີບໂຕຂຶ້ນ ພາຍຫຼັງການຍົກເລີກຂໍ້ຈໍາກັດໃນການເດີນທາງ ແລະການເປີດປະເທດຂອງຈີນ ເຊິ່ງເປັນຄູ່ຮ່ວມມືຣາຍສໍາຄັນຂອງປະເທດລາວ ທີ່ຈະຊ່ອຍຊຸກຍູ້ ແລະປະກອບສ່ວນ ເຂົ້າໃນການເຕີບໂຕທາງເສຖກິຈ ທັງໃນພາກພື້ນ ແລະປະເທດລາວ.
ເມື່ອຕົ້ນເດືອນເມສາ 2023 ທີ່ຜ່ານມານີ້ ທະນາຄານ ADB ປະຈໍາລາວ ກໍໄດ້ຣາຍງານໃຫ້ຮູ້ວ່າ ເສຖກຈຂອງລາວ ຈະຂຍາຍໂຕຂຶ້ນ ແຕ່ຍັງຢູ່ໃນລະດັບປານກາງເທົ່ານັ້ນ ເນື່ອງຈາກປະເທດລາວ ຍັງຕ້ອງພະເຊີນກັບສິ່ງທ້າທາຍຢູ່ ເປັນຕົ້ນ: ຄວາມກົດດັນຂອງອັດຕຣາເງິນເຟີ້ ເຊິ່ງຈະຍັງຄົງຢູ່ໃນລະດັບສູງ ໃນປີ 2023 ນີ້.