ໄມ້ດູ່ຈາກລາວຖືກຍຶດ ຢູ່ໄທ

ຈໍາປາທອງ
2017.11.30
F-Timbers ທາງການໄທ ຍຶດໄມ້ດູ່ເຖື່ອນເກືອບ 1 ແສນແຜ່ນແລະ 254 ທ່ອນ ທີ່ຂົນຈາກລາວ ເຂົ້າໄທ ເພື່ອກຽມສົ່ງໄປຈີນ
Photo from Hmong update/facebook page

ເຈົ້າໜ້າທີ່ ແຂວງນ່ານຂອງໄທ ຍຶດໄມ້ດູ່ແປຮູບເຖື່ອນ ທີ່ຂົນໄປຈາກ ສປປລາວ ຜ່ານດ່ານສາກົນລາວ-ໄທ ເກືອບແສນແຜ່ນ ແລະ 254 ທ່ອນ ຊຶ່ງກວດພົບ ຢູ່ຕູ້ຄອນເທນເນີ 12 ຕູ້ ທີ່ບໍຣິເວນສາງສິນຄ້າ ເມືອງທົ່ງຊ້າງ ໃນມື້ວັນທີ 24 ພຶສຈິກາ 2017. ໄມ້ດູ່ ຈໍານວນດັ່ງກ່າວ ແມ່ນຈະຖືກ ລັກລອບສົ່ງໄປປະເທສຈີນ.

ພາຍຫຼັງການກວດສອບຂອງເຈົ້າໜ້າທີ່ໄທ ພົບວ່າມີການປອມແປງເອກສານສິນຄ້າຜ່ານແດນ ເພື່ອຫລີກລ້ຽງຂໍ້ຈໍາກັດ ຕາມການປະກາດ ຂອງກະຊວງການຄ້າໄທ. ໄມ້ຈໍານວນນີ້ ຢູ່ໄທມີມູນຄ່າ ປະມານ 12 ລ້ານບາດ, ຖ້າສົ່ງໄປເຖິງຈີນ ຈະມີມູນຄ່າ ສູງເຖິງ 30 ລ້ານບາດ, ດັ່ງເຈົ້າເມືອງນ່ານເວົ້າວ່າ:

"ທ່ານກ່າວວ່າ ໄດ້ກວດ 12 ຕູ້ ຄອນເທນເນີ ພົບໄມ້ທີ່ຖືກນໍາມາຈາກ ລາວ ຜ່ານເຂົ້າໄທ ເພື່ອສົ່ງຕໍ່ໄປຈີນ ເປັນໄມ້ແປຮູບ ເພື່ອເຮັດ ເຟີນີເຈີ. ພົບມີພິຣຸດວ່າ ໄມ້ນີ້ອາຈມີໃບນໍາເຂົ້າມາ ບໍ່ຖືກຕ້ອງ ພາສີຕີຣາຄາວ່າ ໄມ້ຈໍານວນນີ້ ມີມູນຄ່າປະມານ 12 ລ້ານປາຍບາດ."

ກ່ຽວກັບໄມ້ທີ່ວ່ານີ້ ເຈົ້າໜ້າທີ່ດູແລ ບໍຣິເວນຈຸດຜ່ານແດນໄທ ເວົ້າວ່າ ຣົດແຕ່ລະຄັນ ທີ່ຜ່ານດ່ານຊາຍແດນຫ້ວຍໂກນ ຖືກກວດກາຕາມ ປົກກະຕິ, ຣົດສ່ວນຫລາຍ ທີ່ຜ່ານດ່ານນີ້ ເປັນຣົດທີ່ໃຊ້ເຂົ້າ-ອອກ ໄປເຮັດວຽກ:

"ທ່ານເວົ້າວ່າ ທາງເຮົາກວດຣົດກໍປົກກະຕິໝົດ ແລະຣົດຜ່ານດ່ານນີ້ ກໍບໍ່ຫຼາຍ ຄືກັນກັບດ່ານໃຫຍ່ໆເພິ່ນ ຣົດສ່ວນຫລາຍແມ່ນຂ້າມໄປ ເຮັດວຽກ."

ການຍຶດໄມ້ດູ່ ທີ່ຂົນຂ້າມຊາຍແດນລາວ ເຂົ້າໄປໄທຄັ້ງນີ້ ເຮັດໃຫ້ດ່ານເມືອງເງິນ ແຂວງໄຊຍະບູລີ ຂອງ ສປປລາວ ກວດກາຣົດຂົນສົ່ງ ເຂັ້ມງວດຂຶ້ນ ແລະທັງກໍາລັງກະກຽມ ການຮ່ວມມືກັບທາງ ດ່ານຊາຍແດນໄທ ຂະນະນີ້ດ່ານກໍເປີດ ເປັນປົກກະຕິຢູ່, ດັ່ງເຈົ້າໜ້າທີ່ດ່ານ ເມືອງເງິນ ເວົ້າວ່າ:

"ເຈົ້າແມ່ນແລ້ວກໍຍັງຄືເກົ່າ ຕອນນີ້ກໍຍັງບໍ່ຮູ້ຫລາຍປານໃດນໍ ກໍມີບາງສ່ວນເຈົ້າ ທີ່ເພີ່ນຍັງກະກຽມເຈົ້າ."

ດ່ານຊາຍແດນຫ້ວຍໂກນ-ເມືອງເງິນ ຣະຫວ່າງ ໄທ-ລາວ ຢູ່ຫ່າງຈາກເມືອງນ່ານ ຂອງໄທ ປະມານ 140 ກິໂລແມັດ ແລະຫ່າງຈາກ ເມືອງເງິນ ຂອງລາວ 3 ກິໂລແມັດ. ດ່ານແຫ່ງນີ້ ຖືກຍົກຂຶ້ນ ເປັນດ່ານສາກົນ ໃນມື້ວັນທີ 21 ທັນວາ 2008.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.