ຂ.ສວັນນະເຂດສັ່ງປິດ ໂຮງເລື່ອຍ

ອຸ່ນແກ້ວ ສຸກສະຫວັນ
2017.08.06
f-lumber ໂຮງເລື່ອຍໄມ້ ຢູ່ທາງແຂວງພາກເໜືອ ຂອງລາວ
RFA/VD

ທາງການແຂວງສວັນນະເຂດ ໄດ້ສັ່ງປິດໂຮງງານ ປຸງແຕ່ງໄມ້ ຈຳນວນ 74 ແຫ່ງ ຍ້ອນເປັນໂຮງງານ ທີ່ເປີດບໍ່ຖືກຕ້ອງ ຕາມກົດໝາຍ ພ້ອມທັງສັ່ງໂຈະ ໂຮງງານ ອີກ 38 ແຫ່ງ ເປັນການຊົ່ວຄາວ, ເພື່ອເປັນການ ປະຕິບັດ ຄຳສັ່ງເລກທີ 15 ຂອງນາຍົກ ຣັຖມົນຕຣີ ຢ່າງ ເຄັ່ງຄັດ. ສໍາລັບໂຮງງານ ທີ່ຍັງເຫລືອຢູ່ນັ້ນ ກໍໃຫ້ໃຊ້ໄມ້ ທີ່ຕົກຄ້າງຢູ່ ໃນໂຮງງານ, ດັ່ງເຈົ້າໜ້າທີ່ ແຂວງສວັນນະເຂດ ທ່ານນຶ່ງໄດ້ກ່າວ ໃນວັນທີ 3 ສິງຫາ ນີ້ວ່າ:

"ເພິ່ນປິດແລ້ວໄດ໋ ແຕ່ລະໂຮງງານ ເພິ່ນບໍ່ໃຫ້ເລື່ອຍໄມ້ຂາຍ ຫັ້ນແຫລະ ມັນມີໂຮງງານເລື່ອຍໂຕ ເຂົາເຈົ້າເລື່ອຍ ບໍ່ໝົດຫັ້ນ ພວກເຂົາມີ ໄມ້ໄວ້ ແຕ່ກີ້ພຸ້ນ ເລື່ອຍໄມ້ເກົ່າ ບໍ່ໃຫ້ມີໄມ້ໃໝ່ນະ".

ທ່ານກ່າວຕື່ມວ່າ ເຈົ້າຂອງໂຮງເລື່ອຍໄມ້ ທີ່ຖືກປິດ ສ່ວນນຶ່ງໄດ້ເລີ້ມຫັນໄປເຮັດ ໂຮງງານແນວອື່ນ ເປັນຕົ້ນໂຮງງານເຫຼັກ, ໂຮງງານຜລິດ ນ້ຳຫວານ ແລະ ອື່ນໆ ແຕ່ອີກຫລາຍຄົນ ຍັງບໍ່ທັນໄດ້ປ່ຽນ ໂຮງງານ ເປັນຮູບແບບອື່ນ.

ເຈົ້າໜ້າທີ່ກ່າວອີກວ່າ ໃນອະນາຄົດ ຈະມີການສັ່ງປິດໂຮງງານໄມ້ ເພິ່ມຕື່ມ ຍ້ອນວ່າທຸກມື້ນີ້ ໄມ້ທ່ອນ ເຫລືອໜ້ອຍລົງເລື້ອຍໆ ຍ້ອນວ່າ ທາງການ ໄດ້ປະກາດປິດປ່າ ບໍ່ໃຫ້ຂຸດຄົ້ນໄມ້ ເພີ້ມຕື່ມ.

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນະນະເຂດ ໄດ້ລາຍງານ ຢູ່ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງ ສະພາປະຊາຊົນ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ວ່າ: ຜ່ານມາ ທາງການແຂວງ ໄດ້ຢຶດໄມ້ຄ້າງຈາກ ສະໜາມທີ 2 ຫລາຍກວ່າ 6,000 ແມັດກ້ອນ, ໄດ້ສົ່ງໃຫ້ຜແນກອຸດສາຫະກັມ ແລະການຄ້າແຂວງ ເກືອບ 5,000 ແມັດກ້ອນ ແລະ ໄດ້ຂາຍໄປແລ້ວ 2,600 ແມັດກ້ອນ ມູນຄ່າປະມານ 3 ຕື້ ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.