ຄົນຕ່າງດ້າວລັກເຮັດວຽກ ຢູ່ລາວ ເພີ້ມຂຶ້ນ

ສິດນີ
2017.11.03
f-chinese ຊາວຈີນ ຊາວວຽດນາມ ມີຫລາກຫລາຍ ຢູ່ທຸກແຂວງ ໃນລາວ
public domain

ຄົນຕ່າງດ້າວ ເປັນຕົ້ນຄົນວຽດນາມ ແລະຄົນຈີນ ເຂົ້າມາລັກເຮັດວຽກ ຫາຢູ່ຫາກິນ ຫລາຍຂື້ນ ຢູ່ໃນແຂວງຕ່າງໆຂອງລາວ. ເມື່ອເຈົ້າໜ້າທີ່ ອອກໄປກວດ ພວກເຂົາກໍຫລົບລີ້ ເວລາເຈົ້າໜ້າທີ່ ໜີໄປ ກໍກັບມາຄືນຄືເກົ່າ. ທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີ ກະຊວງແຮງງານ ແລະສວັດດີ ການສັງຄົມ ຂອງລາວ ກ່າວຕອບຄໍາຖາມ ຂອງບັນດາ ສະມາຊິກ ສະພາແຫ່ງຊາດ ໃນກອງປະຊຸມສະພາ ທີ່ກໍາລັງ ດໍາເນີນ ກັນຢູ່ນີ້ວ່າ ນັ້ນເປັນບັນຫາ ທີ່ເຈັບຫົວສົມຄວນ ຕ້ອງປະຕິບັດ ຣະບຽບກົດໝາຍໃຫ້ເຂັ້ມງວດ:

"ແຕ່ເນື່ອງຈາກວ່່າພວກເຮົາ ເປັນຄົນໃຈດີ ຫລາຍຄົນເຮົານີ້ ກະໃຫ້ເພິ່ນເຮັດໄປແນວນັ້ນລະ ຮອດມື້ຮອດວັນກະປະເພິ່ນ ຍາມເຮົາມາກວດ ເພິ່ນກະໄປລີ້ ຍາມເຮົາໄປລະ ເພິ່ນກໍອອກມາຄືເກົ່າ ຕ້ອງ ເປັນຫູເປັນຕານໍ ທາງກະຊວງແຮງງານ ສິໄປທຸກມື້ ກໍບໍ່ມີລະນໍ ສະນັ້ນຕ້ອງເອົາ ຣະບຽບກົດໝາຍ ພວກເຮົາມາເວົ້າ".

ທ່ານຍັງໄດ້ເວົ້າເຖິງຕອນທີ່ທ່ານ ເປັນເຈົ້າແຂວງ ຫຼວງພຣະບາງ ກໍເຈັບຫົວສົມຄວນ ຈັບສົ່ງໄປແລ້ວ ກໍກັບມາຄືເກົ່າ ແຂວງອື່ນກໍເປັນຄືກັນ. ອັນນີ້ຕ້ອງໄດ້ເວົ້າກັນ ເພື່ອແກ້ໄຂ ທ່ານວ່າ ທ່ານໄດ້ໄປ ຫລາຍປະເທດ ເພື່ອຖອດຖອນບົດຮຽນ ດັ່ງກ່າວ:

"ດຽວນີ້ບໍ່ແມ່ນຈະເອົາ ປະເທດນັ້ນນີ້ ເພື່ອມາເປັນຕົວຢ່າງ ແຕ່ວ່າຂ້າພະເຈົ້າ ກະໄປແລກປ່ຽນ ໄປຫລາຍປະເທດ ໄທ ນີ້ເພິ່ນຢູ່ໃນກົດໝາຍ ເລີຍໃດ໊ ບໍ່ໃຫ້ຄົນຕ່າງປະເທດ ໄປນັ່ງຂາຍ ເຄື່ອງຢູ່ໜ້າ ຮ້ານ ຫລືຢູ່ຕລາດ ເພິ່ນສງວນໃຫ້ຄົນໄທ".

ຄົນງານຕ່າງປະເທດຢູ່ລາວ ທີ່ວ່ານັ້ນ ມີທັງມາຕັ້ງຮ້ານຂາຍເຄື່ອງ ຢູ່ຕລາດ ໜ້າຮ້ານ ຢູ່ຕາມສະຖານທີ່ຕ່າງໆ ເຮັດເສີມສວຍ ເຮັດເລັບ ເຄື່ອນທີ່ເລາະຕາມບ້ານ ຕັ້ງຮ້ານບໍຣິການຕ່າງໆ ຮວມທັງ ຮ້ານເສີມສວຍ.

ໃນແກ້ໄຂບັນຫາດັ່ງກ່າວ ຂ່າວທາງການລາວ ເມື່ອບໍ່ດົນມານີ້ ຣະບຸວ່າ, ນັບແຕ່ເດືອນກັນຍາ ຫາເດືອນ ພຶສຈິກາ 2017  ຄົນຕ່າງດ້າວ ທີ່ເຂົ້າມາ ທຳມາຫາກິນ ແບບບໍ່ຖືກຕ້ອງຢູ່ໃນລາວ ຈະຕ້ອງ ໄປຂຶ້ນທະບຽນ ແລະເຮັດບັດອະນຸຍາດ ເຮັດວຽກຊົ່ວຄາວ ບໍ່ດັ່ງນັ້ນກໍຈະຖືກ ປະຕິບັດຕາມ ຣະບຽບກົດໝາຍ ຫລືຈະຖືກໃຫ້ອອກນອກ ປະເທດ ຊຶ່ງກໍເປັນສ່ວນນຶ່ງ ຂອງຄວາມພຍາຍາມ ຂອງ ຣັຖບານລາວ ໃນການ ຄຸ້ມຄອງ ຄົນງານຕ່າງດ້າວ ຢ່າງເຄັ່ງຄັດ.

ການຂຶ້ນທະບຽນຄົນງານຕ່າງດ້າວ ຄັ້ງນີ້ ຖືວ່າເປັນຄັ້ງທີ 2 ທີ່ດໍາເນີນກັນແບບ ເປັນຂະບວນ ໃນທົ່ວປະເທດ ແລະກໍມີຂຶ້ນພາຍຫລັງ ທີ່ມີສຽງຈົ່ມ ຈາກປະຊາຊົນ ທີ່ວ່າມີຄົນງານ ຕ່າງດ້າວ ໂດຍສະເພາະ ຄົນຈີນ ຄົນວຽດນາມ ເຂົ້າມາຍາດແຍ່ງ ວຽກງານຂອງ ຄົນລາວ ເຮັດໃຫ້ຄົນລາວ ຫລາຍຄົນ ໃນທຸກມື້ນີ້ ແຮ່ງຫາເຮັດວຽກຍາກຂຶ້ນ ແລະຫລາຍຄົນຫລັ່ງໄປ ເຮັດວຽຢູ່ໄທ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ແຮງງານໃນແຂວງ ພາກໃຕ້ທ່ານນຶ່ງ ເມື່ອໄວໆມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.