ໄມ້ເຖື່ອນຖືກຍຶດຢູ່ດ່ານ ບ້ານມອມ

ອຸ່ນແກ້ວ ສຸກສະຫວັນ
2017.08.10
f-logs ໄມ້ທີ່ຕັດໄວ້ຢູ່ທາງ ແຂວງພາກເໜືອຂອງລາວ
RFA/VD

ໃນຕົ້ນເດືອນກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ຕຳຣວດ ດ່ານບ້ານມອມ ເມືອງສິງ ແຂວງຫລວງນ້ຳທາ ໄດ້ຢຶດໄມ້ ເກືອບ 4 ພັນແມັດກ້ອນ ແລະ ຈັບຜູ້ຕ້ອງ ສົງໃສໄດ້ 6 ຄົນ ທີ່  ເປັນຄົນລາວ 4 ຄົນ ແລະ ຄົນຈີນ 2 ຄົນ ໃນຂນະທີ່ກຳລັງ ລັກລອບ ຂົນໄມ້. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນ້ຳທາ ທ່ານນຶ່ງໄດ້ ກ່າວວ່າ:

ຕຳຣວດ ຕມ ສົມທົບກັບກອງກວດກາ ປະຈຳດ່ານບ້ານມອມ ອັນນີ້ ຂະເຈົ້າຢຶດໄດ້ເນາະ 3,934 ແມັດກ້ອນ ລະແມ່ນມອບໃຫ້ອັນ ຄນະ ສະເພາະກິດ ຂັ້ນແຂວງ ແລ້ວດຽວນີ້ ກຳລັງເກັບກຳ ຂໍ້ມູນ ດຳເນີນຄະດີ ຢູ່ນະ ເຈົ້າໆ ແມ່ນລະຈຳນວນ 6 ຄົນຖືກເອົາກັກຂັງ ຢູ່ຄ້າຍ ດັດສ້າງ".

ຜູ້ຖືກຈັບທີ່ເປັນຄົນລາວທັງໝົດ ອາໃສຢູ່ເມືອງສິງ ແລະ ຄົນຈີນອີກສອງຄົນ ອາໃສຢູ່ແຂວງຕິດກັນກັບ ຫຼວງນ້ຳທາ. ປັດຈຸບັນເຈົ້າໜ້າທີ່ ສືບສວນສອບສວນ ໄດ້ກັກຂັງ ຜູ້ຕ້ອງຫາ ເຫລົ່ານັ້ນ ຢູ່ຄ້າຍດັດສ້າງ ແຂວງຫລວນ້ຳທາ ເພື່ອສືບສວນ ສອບສວນ ອີກຫລາຍອາທິດ ເພາະຄົນຈີນ ອີກສອງຄົນ ເວົ້າພາສາລາວ ບໍ່ໄດ້.

ນອກຈາກນີ້ ໃນເດືອນມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ ດ່ານບໍ່ເຕັນ ໄດ້ຈັບຢຶດ ລົດໄມ້ 8 ຄັນ, ແຕ່ບໍ່ມີການເປີດເຜີຍ ຈຳນວນໄມ້ ແລະໃນ ເດືອນພືສພາ ເຈົ້າໜ້າທີ່ ອົງການກວດກາ ຣັຖບານ ກໍສາມາດຢຶດຣົດໄມ້ ທີ່ຜິດກົດໝາຍໄດ້ 27 ຄັນຢູ່ດ່ານພູເກືອ ເມືອງພູວົງ ແຂວງ ອັດຕະປື, ແຕ່ຈົນມາເຖີງ ປັດຈຸບັນ ກໍຍັງບໍ່ສາມາດ ສະຫລຸບຈຳນວນໄມ້ ທີ່ຢຶດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.