ການຕັດໄມ້ນອກໂຄຕ້າຍັງແກ້ ບໍ່ໄດ້

ເຈົ້າໜ້າທີ່ ປ່າໄມ້ ຍັງ ບໍ່ສາມາດ ແກ້ໄຂ ບັນຫາ ການ ຕັດໄມ້ ນອກ ໂຄຕ້າ ຢູ່ ແຂວງ ບໍຣິຄໍາໄຊ ແລະ ຍັງຖິ້ມ ຄວາມ ຮັບ ຜິດຊອບ ໃນການ ແກ້ໄຂ ບັນຫາ ດັ່ງກ່າວ.

ການຂົນໄມ້ ມີທຸກຮູປແບບ Citizen Journalist

ມີຣາຍງານ ຂ່າວ ການ ຕັດໄມ້ ຢູ່ເຂດ ເມືອງທວຍ, ຊຶ່ງ ເປັນ ເມືອງ ຕັ້ງໃໝ່ ຂຶ້ນ ກັບ ແຂວງ ບໍຣິຄໍາໄຊ. ການ ຕັດໄມ້ ນອກ ໂຄຕ້າ ໝາຍເຖິງ ບໍ່ຖືກ ກົດໝາຍ, ແຕ່ເມື່ອ ນັກຂ່າວ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ປ່າໄມ້ ແຂວງ ເຈົ້າໜ້າທີ່ ທ່ານ ນັ້ນ ກໍ ປະຕິເສດ ວ່າ ບໍ່ແມ່ນ ແຂວງ ເປັນ ຜູ້ສັ່ງ ໃຫ້ຕັດ, ແລະ ນອກຈາກ ນີ້ ຫົວໜ້າ ກົມ ກວດກາ ໄມ້ ຂອງ ກະຊວງ ກະສິກັມ ແລະ ປ່າໄມ້ ກໍ ປະຕິເສດ ທີ່ ຈະຕອບ ຄໍາຖາມ ເຊັ່ນ ດຽວກັນ. ໃຫ້ ທ່ານ ໄປຟັງ ບົດ ສໍາພາດ ເຈົ້າໜ້າທີ່ ປ່າໄມ້ ແຂວງ ບໍຣິຄໍາໄຊ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org