ຄົນງານລາວກັບບ້ານ ຕໍາຣວດໄທ ໄຖເງິນ

ໄມຊູລີ
2017.07.12
F-workers ຄົນງານລາວທີ່ພາກັນ ໄປເຮັດບັດເຫຼືອງ ຢູ່ ສະຖານທູດລາວ ທີ່ ບາງກອກ ກ່ອນກັບຄືນເມືອ ສປປ ລາວ
RFA/PN

ຄົນງານລາວທີ່ໄປເຮັດວຽກຢູ່ໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຈໍານວນນຶ່ງ ຖຶກເຈົ້າໜ້າທີ່ ຕໍາຣວດໄທ ເກັບເງິນ ໃນເວລາເດີນທາງ ກັບປະເທດ ທັ້ງໆທີ່ ຣັຖບານໄທ ປະກາດແລ້ວວ່າ ຫ້າມເກັບເງິນ ຫຼື ປັບໄໝ ຄົນງານຕ່າງດ້າວ ທຸກຊົນຊາດ ທີ່ເຂົ້າມາ ເຮັດວຽກຢູ່ໄທ ທີ່ເດີນທາງ ກັບປະເທດ ຂອງເຂົາເຈົ້າ ຍ້ອນວ່າທາງການໄທ ພຍາຍາມ ຈະພັກດັນ ກຸ່ມແຮງງານ ດັ່ງກ່າວ. ດັ່ງຄົນງານລາວ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວໃນວັນທີ່ 11 ມິຖຸນາ ນີ້ວ່າ:

“ຊ່ວງລະຍະນີ້ ເດັກນ້ອຍພວກທີ່ມາບໍ່ຖຶກຕ້ອງ ຕາມກົດໝາຍ ຈໍານວນນຶ່ງ ຕ້ອງທະຍອຍກັບບ້ານ ພໍກັບບ້ານປຸບ ເຂົາຈະໄປຂໍບັດເຫລືອງ ຢູ່ສະຖານທູດ ໄດ້ແລ້ວເຂົາ ກໍໄປນັ່ງຣົຖມື້ ຮອດດ່ານຍະໂສ ເຂົາເລີຍຖຶກກັກຕົວໄວ້ ບໍ່ແມ່ຈັບ ແຕ່ແບບກັກຕົວ ຊົ່ວຄາວ ກັກແລ້ວກໍຮິດໄຖ ມີໜ້ອຍ ເອົາໜ້ອຍ ມີຫລາຍເອົາຫລາຍ ໝູ່ຫລານນະ 3 ຄົນ ເພິ່ນເອົາໝື່ນນຶ່ງ”.

ຄົນງານລາວຜູ້ນີ້ເວົ້າອີກວ່າ ຕໍາຣວດໄທ ທີ່ກັກຕົວຄົນລາວ ແລະເກັບເງິນນັ້ນ ແມ່ນຢູ່ ແຂວງຍະໂສທອນ ເປັນດ່ານກວດຣົຖ ແລະກວດກາ ຄົນງານຕ່າງດ້າວ ທີ່ກໍາລັງທະຍອຍ ເດິນທາງກັບ ລາວ ໂດຍຜ່ານ ແຂວງຍະໂສທອນ ໄປແຂວງ ມຸກດາຫານ ເພື່ອລົງເຮືອ ຫຼືທາງຣົຖ ກັບຄືນ ແຂວງສວັນນະເຂດ.

ຄົນງານລາວເວົ້າວ່າ ການເກັບເງີນ ຈາກແຮງງານລາວ ບໍ່ພຽງແຕ່ ຢູ່ດ່ານຍະໂສທອນ ເທົ່ານັ້ນ ຢູ່ດ່ານອື່ນໆ ກໍມີຄືກັນ ຕົວຢ່າງ ເມື່ອວັນທີ່ 10 ມິຖຸນາ ຜ່ານມາ ມີຄົນງານລາວ ຫລາຍຄົນຖຶກ ເຈົ້າໜ້າທີ່ຕໍາຣວດ ເກັບເງິນ ຢູ່ດ່ານກ່ອນຮອດ ເມືອງທ່າລີ່ ຂ້າມໄປ ລາວ  ຜູ້ລະ 500-1000 ບາດ ຍົກເວັ້ນ ຄົນງານລາວ ທີ່ມີບັດເຫລືອງ ຈາກ ສະຖານທູດລາວ ເທົ່ານັ້ນ ບໍ່ຖືກເກັບເງິນ.

ກ່ຽວກັບເຣື້ອງນີ້ ທ່ານ ປະຕິມາ ຕັ້ງພູຊະຍະກຸນ ຮອງ ມຸລນິທິເຄືອຂ່າຍ ສົ່ງເສິມຄຸນນະພາບ ແຮງງານ ແລະຄຸນນະພາບ ຊີວິດແຮງງານ ຂ້າມຊາດ ເວົ້າວ່າໃນຊ່ວງນີ້ ເຈົ້າໜ້າທີ່ຕໍາຣວດ ບໍ່ມີສິດເກັບເງິນຄ່າ ແຮງງານຂ້າມຊາດ ຈະແມ່ນຊາດໃດ ກໍຕາມ ຜູ້ທີ່ເດີນທາງ ກັບບ້ານ  ເພາະ ຣັຖບານໄທ ໄດ້ປະກາດແລ້ວວ່າ ໃຫ້ເວລາ ຜູ້ທີ່ເຂົ້າມາ ແບບບໍ່ຖຶກຕ້ອງ ຕາມກົດໝາຍ ເດີນທາງກັບ ປະເທດໄດ້ ໂດຍບໍ່ເກັບຄ່າ ທໍານຽມໃດໆ ຖ້າມີການເກັບ ກໍຖືວ່າ ຕໍາຣວດຜູ້ນັ້ນ ສໍ້ຣາດບັງຫລວງ:

“ທ່ານວ່າ ເຂົາມາຮຽກຮັບເງິນສະແດງວ່າຜິດ ສະແດງວ່າ ຮຽກຮັບຊ່ວຍ ຄືຕ້ອງບອກ ຄົນລາວວ່າ ຕອນນີ້ຄັນບໍ່ມີ ໃບອະນຸຍາດ ເຮັດວຽກ ກໍຄືຣະຫວ່າງ ວັນທີ 24 ເຖິງວັນທີ 7 ສິງຫາ ກໍໃຫ້ໄປຫາ ນາຍຈ້າງ ແລ້ວໄປຢືນຢັນ ຕົວຕົນ ແລະ ເຮັດເອກສານໄດ້ ແຕ່ຕອນນີ້ ແຕ່ຖ້າ ຕອນນີ້ ຖ້າຈະເດີນທາງ ກັບບ້ານຍ້ອນຄິດວ່າ ເອກສານເຂົາ ບໍ່ຖຶກຕ້ອງ ເຂົາກໍກັບປົກຕິໄດ້ ໂດຍບໍ່ຕ້ອງເສັຍເງິນ ໃຫ້ຜູ້ໃດ ເສັຍຄ່າຣົຖກັບ ບ້ານເທົ່ານັ້ນ".

ເມື່ອສັປດາ ຜ່ານມາຣັຖບານໄທ ໄດ້ປະກາດ ຫ້າມເຈົ້າໜ້າທີ່ ທຸກຂະແໜງ ເກັບເງິນກັບຄົນງານຕ່າງດ້າວ ທີ່ເດິນທາງ ກັບປະເທດ ໃນຣະຍະນີ້ ແລະວ່າ ຖ້າຫາກກວດພົບວ່າ ມີການເກັບເງິນ ເຈົ້າໜ້າທີ່ ຜູ້ນັ້ນຈະຖຶກ ດໍາເນີນຄະດີ ຕາມກົດໝາຍ ຕົວຢ່າງ ເຈົ້າໜ້າທີ່ ຕໍາຣວດ ເມືອງແມ່ສອດ ແຂວງຕາດຂອງໄທ ທ່ານນຶ່ງ ກໍຖຶກປົດໜ້າທີ່ ຍ້ອນເກັບເງິນ ຈາກແຮງງານ ພະມ້າ ທີ່ເດີນທາງ ກັບບ້ານ ໃນລັກສນະດຽວກັນ ກັບຄົນງານລາວ ຈໍານວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.