ພະນັກງານຣັຖສວຍໂອກາດ ຈອງດິນ
2016.11.10
ມີເຈົ້າໜ້າທີ່ຣັຖ ບາງກຸ່ມ ສວຍໂອກາດຈັບຈອງ ທີ່ດິນຢູ່ເຂດ ອ່າງນ້ຳຊວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ ປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນ ຍ້ອນວ່າ ເປັນບ່ອນ ທໍາມາຫາກິນ ຂອງ ພວກເຂົາເຈົ້າ. ຍານາງ ຄຳຈັນ ພົມແສງສວັນ ຮອງ ປະທານ ອົງການ ແນວລາວ ສ້າງຊາດ ໄດ້ກ່າວກ່ຽວກັບ ເຣື່ອງນີ້ ຢູ່ໃນ ກອງປະຊຸມ ສະພາ ແຫ່ງຊາດ:
"ພິຈາຣະນາ ແກ້ໄຂດ່ວນ ຕໍ່ກັບບຸກຄົນ ທີ່ ມີສິທອຳນາດ ແລະ ໜ້າທີ່, ສວາຍໃຊ້ ໜ້າທີ່ ບໍ່ຖືກຕ້ອງ ຄື, ປ້ານຄັນຄູ ຕັນຮ່ອງ-ຫ້ວຍ ໃນເຂດ ບໍຣິເວນ ຫຼືແຄມ ອ່າງນ້ຳຊວງ, ເຊິ່ງເປັນບ່ອນ ທຳມາຫາກິນ ຂອງ ປະຊາຊົນ ຫຼາຍເຂດ ເປັນຕົ້ນແມ່ນ ປະຊາຊົນ ເມືອງ ນາຊາຍທອງ ປະຈຸບັນ, ເຂົາເຈົ້າ ບໍ່ສາມາດ ໄປທຳມາ ຫາກິນໄດ້ ຍ້ອນເຫຕຜົລ ເພິ່ນອ້າງເຂດ ດັ່ງກ່າວ ເປັນ ກັມມະສິທ".
ຊາວບ້ານ ບໍ່ກ້າເຂົ້າໄປ ຫາເຄື່ອງປ່າ ຂອງດົງ ເພາະວ່າ ມີຄົນອ້າງວ່າ ເປັນເຈົ້າຂອງ ທີ່ດິນ ແລະຂູ່ວ່າ ຈະຈັບກຸມ, ດັ່ງຊາວບ້ານ ຜູ້ນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 8 ພືສຈິກາ ວ່າ:
"ຈາກທີ່ຫາກິນສະບາຍ ກະຢາກຍາກເນາະ ເພາະວ່າ ເຂົ້າໄປຫາຢູ່ ຫາກິນ ຫັ້ນເຂົ້າໄປບໍ່ໄດ້, ເຂົ້າໄປເຂົາ ກະເວົ້າໃຫ້ ພວກເຝົ້າສວນ ຢູ່ຫັ້ນນ່າ. ຄັນໄປດຸຫຼາຍ ຄັນໄປຫາ ລະຊິ ເອົາຫຼອກ ເອົາເຣື້ອງ ຊິແຈ້ງຫ້ອງການ ບອກການບ້ານ. ຊາວບ້ານ ເຂົ້າໄປ ກະຖືກເວົ້າໃຫ້ ເຂົາກະຢ້ານ ເຂົາກະບໍ່ກ້າ ໄປຫາຢູ່ ຫາກິນເນາະ ກະຢ້ານຖືກ ປັບໄໝ ໃສ່ໂທສເນາະ".
ກ່ຽວກັບເຣື້ອງນີ້ ອຳນາດ ການປົກຄອງເມືອງ ກໍຮູ້ບັນຫາດີ ແລະກໍາລັງ ສະເໜີໄປຫາ ຂັ້ນສູນກາງ ເພື່ອແກ້ໄຂ ແລ້ວ ດັ່ງທ່ານ ວິຣະສັກ ນາມມຸນຕີ ເຈົ້າເມືອງ ນາຊາຍທອງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 09 ພຶສຈິກາ ວ່າ:
"ຈຳນວນນຶ່ງ ຫັ້ນ ກະບໍ່ຖືກ ຣະບຽບ ຫັ້ນແຫຼະ ໄປບຸກລຸກ ຈັບຈອງ ເຂດດິນດອນ ຕອນຫຍ້າ ຢູ່ໃນເຂດສງວນ ຂອງອ່າງໂຕ່ງ ຫັ້ນມີ ຈຳນວນນຶ່ງ ພວກເຮົາ ກະກຳລັງ ສເນີຫາ ສູນກາງ ເພື່ອພ້ອມກັນ ແກ້ໄຂ ບັນຫາ ດັ່ງກ່າວນີ້ຢູ່. ພວກເຮົາ ກະໄດ້ຍິນຢູ່ ບັນຫາ ດັ່ງກ່າວນີ້, ກະກຳລັງ ໃຫ້ຜູ້ຮັບ ຜິດຊອບ ທີ່ກ່ຽວຂ້ອງ ຫັ້ນ ກຳລັງ ລົງໄປຕິດຕາມ ບັນຫາຢູ່".
ແຕ່ ອຳນາດ ການປົກຄອງ ເມືອງ ນາຍຊາຍທອງ ຈະເຂົ້າກວດເບິ່ງວ່າ ເນື້ອທີ່ດິນ ທີ່ກຸ່ມຄົນ ຊຶ່ງສ່ວນນຶ່ງ ເປັນທະຫານ ເຂົ້າໄປຈັບຈອງ ມາໄດ້ 2 ປີ ແລ້ວນັ້ນ ມີຈຳນວນ ເທົ່າໃດກັນແທ້. ຕາມການບອກເລົ່າ ຂອງ ເຈົ້າເມືອງ. ຊາວບ້ານ ທີ່ອາສັຍຢູ່ ເຂດ ອ່າງນ້ຳຊວງ ມີທັງ ຊົນເຜົ່າຢ້າວ, ມົ້ງ, ລາວລຸ່ມ.