ສັ່ງຮື້ຖອນ ປ້າຍໂຄ​ສະ​ນາ ທີ່ບໍ່ຖືກຕ້ອງ

ສິດນີ
2018.03.26
f-signs ປ້າຍໂຄສະນາ ທີ່ຕິດຕັ້ງຕາມແຄມທາງ ຢູ່ນະຄອນຫຼວງວຽງຈັນ.
Screen captured from Tholakhong

ຄນະກັມການ ຈັດສັນ ຄວາມເປັນຣະບຽບຮຽບຮ້ອຍ ນະຄອນຫລວງວຽງຈັນ ຈະປົດປ້າຍໂຄສະນາ ທີ່ຕິດຕັ້ງ ແບບບໍ່ຖືກຕ້ອງ ຕາມຣະບຽບການ ຢູ່ແຄມທາງ ແລະ ຫ້າງຮ້ານ ໃນ 4 ເມືອງ ຄື ເມືອງໄຊເສດຖາ, ຈັນທະບູລີ, ສີສັດຕະນາກ ແລະ ເມືອງ ສີໂຄດຕະບອງ ໃຫ້ໝົດໄປ ພາຍໃນ ເດືອນພືສພາ 2018 ນີ້. ປະຊາຊົນ ເມືອງໄຊທານີ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັທີ 23 ມິນານີ້ວ່າ ມາເຖິງປັດຈຸບັນ ດີຂຶ້ນແລ້ວ ແລະ ຢູ່ເມືອງສີໂຄດຕະບອງ ກໍຄືກັນ ເຮັດໃຫ້ ການສັນຈອນໄປມາ ສະດວກສະບາຍຂຶ້ນ:

"ກະຄືວ່າ ດີຂຶ້ນແລ້ວເກາະ ເລາະໄປ ກະບໍ່ເຫັນແລ້ວເກາະ ນໍາທາງນໍາຫຍັງກະດາຍ ຖືວ່າດີຂຶ້ນຫລາຍ ໃນເມືອງກະດາຍ ແຖວເມືອງສີໂຄດ ແຖວເມືອງ ນັ້ນ."

ເຈົ້າໜ້າທີ່ ຜແນກສ້ອມແປງທາງ ນະຄອນຫລວງວຽງຈັນ ໄດ້ແຈ້ງ ກ່ຽວກັບເຣຶ່ອງດັ່ງກ່າວ ໃຫ້ປະຊາຊົນຮູ້ ລ່ວງໜ້າ ມາແຕ່ເດືອນກໍຣະກະດາ ປີກາຍ.

"ປ້າຍໂຄສະນາ ທີ່ວ່າ ຕິດບໍ່ຖືກຈຸດຖືກບ່ອນ ອັນທີສອງ ໂຕບະນັ້ນເທີບ ເງີບອີ່ຫຍັງຫັ້ນນະ ຕົວນີ້ ເພີ່ນກໍເຮັດຢູ່ ເພີ່ນກໍໄດ້ລົງໄປຢູ່ ໄປພົບປະ ກັບພໍ່ແມ່ ປະຊາຊົນ ທີ່ມີບັນຫາ ຂະເຈົ້າ ລົງໄປໄກ່ເກັ່ຍ ເຮັດບົດບັນທຶກ ສ່ວນຫລາຍ ລົງບັນທຶກແລ້ວ ກໍຕ້ອງປະຕິບັດ ຕາມຣະບຽບ ຕ້ອງເຮັດ ນໍາເຂົາ ຈັກສອງສາມເທື່ອ ສ່ວນຫລາຍ ມັນກໍຢາກຍາກ ເຂົາບໍ່ຢາກມ້າງ ຕົວຢ່າງ ຄັນວ່າ ຜູ້ມັນເທີບນ້ອຍໆນີ້ ມັນກະມ້າງງ່າຍຢູ່ ຜູ້ທີ່ມັນ ປຸກເຮືອນ ແລ້ວມາກວມ ເຮົາກໍໄດ້ເວົ້າ ເພີ່ນກໍໄດ້ລົງໄປໄກ່ເກັ່ຍຢູ່ໃດ໋."

ຜ່ານການຈັດຕັ້ງ ປະຕິບັດ ແຈ້ງການທີ່ວ່ານັ້ນ ມາຮອດ ມື້ວັນທີ 31 ມົກກະຣາ 2018 ແຕ່ຖນົນ ສຸພານຸວົງ ຫາ ສວນເຈົ້າຟ້າງຸ່ມ ແລະ 3 ແຍກສີໄຄ ແກ້ໄຂໄດ້ແລ້ວ 14 ແຫ່ງ ໃນຈໍານວນ 145 ແຫ່ງ. ໃນຈໍານວນ 21 ເສັ້ນທາງ ສໍາຄັນ ໃນນະຄອນຫຼວງວຽງຈັນ ແມ່ນຖືເອົາ ຖນົນ ເຈົ້າສຸພານຸວົງ ເປັນຕົວແບບໃນການຮື້ຖອນ ສິ່ງກີດຂວາງ ທີ່ຕິດຕັ້ງ ຢູ່ໃນເຂດສງວນ ທາງຫລວງ 30 ແມັດ ຂ້າງລະ 15 ແມັດ.

ຕາມຣະບຽບ ແມ່ນບໍ່ໃຫ້ມີເທີບ, ບໍ່ໃຫ້ມີເງີບ ຖ້າປ້າຍໂຄສະນາ ຫລື ຫຼັກກໍ່ສ້າງ ທີ່ຕິດຕັ້ງ ແບບບໍ່ຖືກຕ້ອງຕາມຣະບຽບ ຕ້ອງຖືກຮື້ຖອນ, ທາງການ ຈະແກ້ໄຂ ສິ່ງຮົກເຮື້ອ ຕາມຖນົນຫລວງ ແລະ ສິ່ງກີດຂວາງ ຄົນຍ່າງ ເພື່ອເຮັດໃຫ້ ມີຄວາມເປັນຣະບຽບ ແລະ ສວຍງາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.