ຄົນງານຈີນຢູ່ ຂ.ອຸດົມໄຊ

ໄມຊູລີ
2016.07.19
F-Oudomxay ແຜນທີ່ ແຂວງ ອຸດົມໄຊ ສປປ ລາວ
RFA

ທາງການແຂວງອຸດົມໄຊ ກວດພົບ ຄົນງານຈີນ ເຂົ້າມາເຮັດວຽກ ແບບຜິດກົດໝາຍ ຫຼື ບໍ່ໄດ້ ຈົດທະບຽນ ກັບຜແນກ ແຮງງານແຂວງ ຫຼາຍກວ່າ 1 ພັນຄົນ, ການກວດພົບ  ມີຂຶ້ນເມື່ອ ທາງການລາວ ເປິດໃຫ້ມີການ ຈົດທະບຽນ ແຮງງານ ຕ່າງປະເທດ ທີ່ເຮັດວຽກແບບ ອິສຣະ ສິ້ນສຸດລົງ ເມື່ອ ວັນທີ່ 30 ມິນາ ທີ່ຜ່ານມາ. ດັ່ງເຈົ້າໜ້າທີ່ ພະແນກແຮງງານ ແລະ ສວັດດິການແລະ ສັງຄົມ ກ່າວ ໃນວັນທີ 18 ກໍຣະກະດາ ນີ້ ວ່າ:

“ກວດຊ່ວງແລ້ວນີ້ ປະມານ 1 ພັນກວ່າຄົນ ນີ້ແຫຼະ ເປັນແຮງງານຈີນ ຄັນຊ່ວງໃດ ທີ່ມີ ເຈົ້າໜ້າທີ່ ກວດ ຄັນວ່າພົບ ແຮງງານ ບໍ່ຖືກ ຕ້ອງແລ້ວ ຈະໄດ້ ປະຕິບັດ ຕາມຣະບຽບ ແລ້ວກໍ ແນາະນໍາ ໃຫ້ໄປ ເຮັດແນວໃດໆ ເນາະ ແລ່ນເອກສານ ແນະນໍາ ວິທີແລ່ນ ເອກສານ ໃຫ້ມັນຖືກຕ້ອງ ເທົ່ານັ້ນແຫຼະ”.

ທ່ານກ່າວ ຕໍ່ໄປວ່າ ແຂວງ ອຸດົມໄຊ ເປັນແຂວງນື່ງ ທີ່ມີ ກາຍລົງທຶນ ຂອງ ບໍຣິສັດ ຈີນ ຫຼາຍກວ່າໝູ່ ຈຶ່ງມີການ ນໍາຄົນງານ ຈີນ ເຂົ້າ ເກິນກໍານົດ. ທັ້ງນີ້ຍ້ອນການ ເກັບສະຖິຕິ ຄົນງານ ຕ່າງປະເທດ ທີ່ເຮັດວຽກ ຢູ່ລາວ ກໍຍັງ ມີບັນຫາ ຫຼາຍດ້ານ ເຮັດໃຫ້ ຂໍ້ມູນ ຄົນງານ ຕ່າງປະເທດ ທີ່ມີຢູ່ ໃນປັຈຈຸບັນ ບໍ່ຊັດເຈນ.

ຕາມກົດໝາຍ ແຮງງານລາວ ອະນຸຍາດ ໃຫ້ ບໍຣິສັດ ຕ່າງປະເທດ ທີ່ເຂົ້າມາ ລົງທຶນ ຢູ່ລາວ ສາມາດ ນໍາເອົາ ຄົນງານ ຕ່າງປະເທດ, ກ່ອນນໍາເຂົ້າມາ ຕ້ອງມີ ບໍຣິສັດ ມາຂໍໂຄຕ້າ ນໍາໃຊ້ ໂດຍ ແຮງງານ ທີ່ໃຊ້ ຄວາມຮູ້ຈະ ບໍ່ໃຫເກີນ 25% ສ່ວນຮ້ອຍ ແລະ ແຮງງານ ປະເພດ ກັມມະກອນ ບໍ່ໃຫ້ເກີນ 15% ສ່ວນຮ້ອຍ, ທັງນີ້ ເພື່ອ ສະຫງວນ ວຽກໄວ້ ສໍາລັບ ຄົນງານລາວ.

ຣາຍງານຂ່າວ ຂອງ ທາງການລາວ  ຣະບຸວ່າ ໃນຣະຍະ ຜ່ານມາ ບັນດາ ບໍຣິສັດ ຕ່າງຊາດ ທີ່ເຂົ້າມາ ລົງທຶນ ໃນລາວ ໄດ້ນໍາເອົາ ແຮງານ ທີ່ ມີສີມື ຈາກ ຕ່າງປະເທດ ແລ້ວ 5 ໝື່ນກວ່າຄົນ ແລະ ຍັງຕ້ອງການ ນໍາເຂົ້າຕື່ມ ອີກປະມານ 5 ໝື່ນຄົນ ຈຶ່ງຈະພຽງ ພໍກັບ ຄວາມຕ້ອງການ ເນື່ອງຈາກ ວ່າແຮງງານລາວ ຍັງຂາດ ປະສົພການ ຈຶ່ງ ເປັນເງື່ອນໄຂ ທີ່ເຮັດໃຫ້ ຖືກເອົາລັດ ເອົາປຽບ ຈາກ ນາຍຈ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.