ຊາວວຽດນາມຊາວຈີນຕັ້ງຮ້ານຄ້າ ຕາມໃຈ

ສິດນີ
2014.05.18
F-merchant ຮ້ານຄ້າຂາຍ ຂອງຊາວລາວ ທ້ອງຖິ່ນ ໃນແຂວງ ຈໍາປາສັກ
RFA

 

ເຈົ້າຫນ້າທີ່ ຈາກ ກະຊວງ ອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ກ່າວວ່າ ໃນ ປັດຈຸບັນ ເຈົ້າຫນ້າທີ່ ແຂວງ ຈຳປາສັກ ກຳລັງ ດຳເນີນ ມາຕການ ປິດ ຮ້ານຄ້າ ຊາວ ຕ່າງຊາດ ທີ່ ບໍ່ຖືກ ຣະບຽບ ສ່ວນໃຫຍ່ ເປັນຮ້ານ ຂາຍຂອງ ຍ່ອຍ ຊຶ່ງ ເປັນອາຊີບ ທີ່ ສງວນໄວ້ ໃຫ້ ແກ່ຄົນລາວ ໂດຍສະເພາະ ຊາວຈີນ ແລະ ຊາວ ວຽດນາມ ຫລາຍຂຶ້ນ ກວ່າເກົ່າ ໃນທຸກ ມື້ນີ້:

"ດຽວນີ້ ເຮົາກຳລັງ ປະຕິບັດ ບົດ ແນະນຳ ຂອງ ກະຊວງ ອຸດສາຫະກັມ ແລະ ການຄ້າ ທີ່ ເພີ່ນ ກຳນົດວ່າ ທິດທາງ ໃນການ ແກ້ໄຂ ຊາວຕ່າງຊາດ ທີ່ ທຳມາ ຄ້າຂາຍ ຫາກິນ ຢູ່ ສປປລາວ ທີ່ເປັນ ອາຊີບ ສງວນ ແກ່ ປະຊາຊົນ ລາວ ດຽວນີ້ ເຮົາ ກຳລັງ ແກ້ໄຂ ສ່ວນໃຫຍ່ ມີຊາວ ວຽດນາມ ກັບ ຊາວຈີນ ທີ່ ຂາຍພວກນີ້ ຄົນໄທ ນີ້ ສ່ວນຫລາຍ ຈະຢູ່ ເບື້ອງຫລັງ".

ທ່ານກ່າວ ຕື່ມວ່າ ຈາກ ການກວດສອບ ໃນ ແຂວງ ຈຳປາສັກ ພົບວ່າ ຍັງມີ ຮ້ານຄ້າ ທີ່ ບໍ່ ປະຕິດຕາມ ເງື່ອນໄຂ ຂອງ ກະຊວງ ອຸດສາຫະກັມ ເຖິງ 229 ຮ້ານ ເປັນ ຂອງຄົນ ວຽດນາມ ຫລາຍກວ່າ ຫມູ່ ຄື ປະມານ 210 ຮ້ານ ຂອງ ຊາວຈີນ 16 ຮ້ານ ແລະ ກຳພູຊາ 3 ຮ້ານ ຊື່ງຮ້ານຄ້າ ເຫລົ່ານີ້ ບາງຮ້ານ ທາງການ ແຂວງ ຈະສັ່ງໃຫ້ ຢຸດ ຂາຍ ຍ້ອນ ບໍ່ໄດ້ຮັບ ອະນຸຍາດ ສ່ວນເຫລືອ ໃນ ຈຳນວນ 123 ຮ້ານ ທີ່ໄດ້ຮັບ ອະນຸຍາດ ສາມາດ ຢູ່ໄດ້ ຊົ່ວຄາວ ແຕ່ ທາງການ ແຂວງ ຈະກວດສອບ ຢູ່ຕຣອດ ຖ້າຫາກ ພົບວ່າ ຍັງລ່ວງ ຣະເມີດ ກົດຣະບຽບ ຢູ່ ກໍຈະສັ່ງ ໃຫ້ປິດ.

ຫລັງຈາກ ການສັ່ງປິດ ຮ້ານຄ້າ ຊາວຈີນ ແລະ ຊາວວຽດນາມ ແລ້ວ ທາງການ ແຂວງ ກໍຈະທຳ ການ ກວດກາ ຮ້ານຄ້າ ຂອງ ຄົນໄທ ທີ່ ຢູ່ ເບື້ອງຫລັງ ໃຫ້ ຄົນລາວ ດຳເນີນ ກິຈການ ແທນ ນຳອີກ ກຸ່ມ ດັ່ງກ່າວ ກໍຈະ ຖືກສັ່ງ ໃຫ້ປິດ ຖ້າພົບ ເຫັນວ່າ ຜິດຣະບຽບ ຂໍ້ຫ້າມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.