ຣົຖເຖື່ອນ ທີ່ຍຶດໄດ້ ຢູ່ຫຼວງນ້ຳທາ ຖືກສົ່ງຕໍ່ໃຫ້ພາສີ
ເຈົ້າໜ້າທີ່ຕຳຣວດ ສືບສວນ-ສອບສວນ ຄະດີອາຍາ ແລະ ເສຖກິຈ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ມອບຣົຖໃຫຍ່ ຈຳນວນ 4 ຄັນ ທີ່ນຳເຂົ້າມາ ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ພາສີ ແຂວງຫຼວງນ້ຳທາ ເພື່ອໃຫ້ ດຳເນີນການຕາມກົດໝາຍຕໍ່ໄປ.
-
ພອນ ພູມມີທອນ
2023-06-13 -
-
-
Your browser doesn’t support HTML5 audio
ໃນວັນທີ 24 ພຶສພາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດສືບສວນ-ສອບສວນ ຄະດີອາຍາ ແລະ ເສຖກິຈ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ມອບຣົຖໃຫຍ່ ຈຳນວນ 4 ຄັນ ເຊິ່ງນຳເຂົ້າມາບໍ່ຖືກຕ້ອງຕາມກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ພາສີ ແຂວງຫຼວງນ້ຳທາ, ປະກອບມີ ຣົຖກະບະຍີ່ຫໍ້ Toyota Vigo 4 ປະຕູ ຈຳນວນ 3 ຄັນ ແລະ ຣົຖຈິບຍີ່ຫໍ້ Toyota All new Fortuner 1 ຄັນ, ເພື່ອໃຫ້ເຈົ້າໜ້າທີ່ພາສີ ດຳເນີນການຕາມກົດໝາຍຕໍ່ໄປ.
ນອກຈາກບັນຫາ ການລັກລອບນຳເຂົ້າຣົຖເຖື່ອນ ຫຼື ຣົຖດິບ ຢູ່ແຂວງຫຼວງນ້ຳທາແລ້ວ, ທາງເຈົ້າໜ້າທີ່ຕຳຣວດເມືອງສິງ ກໍໄດ້ກວດຈັບຣົຖຈັກທີ່ຖືກລັກ ລະຫວ່າງເດືອນຕຸລາ 2022 ຫາ ເດືອນກຸມພາ 2023 ຈຳນວນ 33 ຄັນ, ເຊິ່ງຜ່ານການກວດກາເອກະສານຢັ້ງຢືນ ສາມາດສົ່ງຣົຖຈັກ ໃຫ້ເຈົ້າຂອງຮຽບຮ້ອຍແລ້ວ ຈຳນວນ 15 ຄັນ.
ໃນໂອກາດດັ່ງກ່າວ, ທ່ານ ພັນໂທ ຄອນສະຫວ່າງ ວິລິຫວ່າງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ປົກປັກຮັກສາ ຊັພສົມບັດຂອງຕົນ ແລະ ຂອງສ່ວນລວມ, ເປັນຫູເປັນຕາ ຊ່ອຍເຈົ້າໜ້າທີ່ ໃນການແຈ້ງຂໍ້ມູນ ແລະ ເບາະແສ ຂອງກຸ່ມຄົນບໍ່ດີ ເພື່ອແກ້ໄຂບັນຫາ ຂອງສັງຄົມ ໃຫ້ຫຼຸດຖອຍລົງເທື່ອລະກ້າວ.
ຕໍ່ກັບເຣືື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມໄປຍັງ ຜູ້ຂາຍຣົຖມືສອງ ຜູ້ນຶ່ງ ຢູ່ແຂວງຫຼວງນ້ຳທາ ເຊິ່ງບໍ່ປະສົງອອກຊື່ ເວົ້າວ່າ ເຂົາເຈົ້ານຳເຂົ້າຣົຖຈາກຈີນ ມາຂາຍເລີຍ.
ດັ່ງທີ່ທ່ານ ກ່າວໃນມື້ວັນທີ 8 ມິຖຸນານີ້ວ່າ:
ທ່ານກ່າວວ່າ. “ຣົຖດິບຂ້ອຍນຳເຂົ້າທາງຈີນນ່າ, License ຍັງເປັນຂອງຈີນຢູ່ເລີຍ, ຍີ່ຫໍ້ Landfort ຈີນແດງ, ປະມານ 200,000 ບາທ (100 ລ້ານກີບ).”
ທ່ານກ່າວຕື່ມວ່າ, ຣົຖຈີນທີ່ບໍ່ມີເອກະສານ ສາມາດນຳໃຊ້ຢູ່ລາວໄດ້ເລີຍ ໂດຍບໍ່ຕ້ອງປ່ຽນທະບຽນຣົຖ ແລະ ບໍ່ຕ້ອງຢ້ານກົວ ຕໍ່ການກວດຄົ້ນຂອງເຈົ້າໜ້າທີ່.
ທ່ານກ່າວວ່າ. “ຄົງບໍ່ເປັນຫຍັງຫຼາຍ ເພາະວ່າມີຄົນຢູ່ໃນເຂດສາມຫຼ່ຽມຄຳ ເຂົາເຈົ້າກໍ່ສັ່ງຣົຖມາຄັນນຶ່ງເມື່ອເຊົ້ານີ້, ຂ້ອຍໄປຊື້ຢູ່ເມືອງຈີນ ແລະຂ້ອຍມາປ່ອຍເປັນຣົຖດິບ.”
ທາງດ້ານ ຜູ້ຂາຍຣົຖມືສອງ ອີກນາງນຶ່ງ ຢູ່ແຂວງອຸດົມໄຊ ກ່າວວ່າ ຣົຖຂອງນາງ ກໍ່ໄດ້ນຳເຂົ້າມາຈາກຈີນຄືກັນ ແຕ່ວ່າມີເອກະສານຄົບຖ້ວນ ເຊິ່ງມີລາຄາຂາຍສູງກວ່າ ຣົຖທີ່ບໍ່ມີເອກະສານ.
“Camry ຂອງຂ້ອຍຫວາ, ເອົາມາຂາຍ ສົນໃຈບໍ່? 18,000 (ໂດລ້າຣ໌ສະຫະຣັຖ) ຣົຖນຳເຂົ້າເຈົ້າ ນຳເຂົ້າມາແຕ່ຈີນ, ບໍ່! ບໍ່ຍ້າຍ (ພວງມະໄລ).”
ບັນຫາການລັກລອບ ນຳເຂົ້າຣົຖເຖື່ອນ ຈາກປະເທດເພື່ອນບ້ານ ຢ່າງຜິດກົດໝາຍ ຍັງເປັນບັນຫາຊຳເຮື້ອຢູ່ລາວ, ໂດຍປະເທດຕົ້ນທາງຂອງຣົຖ ສ່ວນຫຼາຍແມ່ນປະເທດໄທຍ ແລະ ປະເທດຈີນ.
ຫຼ້າສຸດ, ໃນວັນທີ 6 ມິຖຸນາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ທະຫານພານ ບ້ານອາຮີ ເມືອງທ່າລີ່ ແຂວງເລີຍ ຂອງໄທຍ ໄດ້ກວດຍຶດຣົຖກະບະ Toyota Vigo Champ 4 ປະຕູ ທີ່ກຳລັງລັກລອບ ນຳຂ້າມນ້ຳເຫືອງ ໄປຍັງເມືອງແກ່ນທ້າວ ແຂວງໄຊຍະບູຣີ ແຕ່ຄົນຂັບສາມາດຫຼົບໜີໄປໄດ້.
ໃນເດືອນມິຖຸນາ 2022 ທີ່ຜ່ານມາ, ທ່ານ ບຸນສອນ ເພັດດາວັນ ປະທານຄະນະ ສະມາຊິກສະພາແຫ່ງຊາຕ ແຂວງວຽງຈັນ ໄດ້ປະກອບຄຳເຫັນວ່າ ບັນຫາດັ່ງກ່າວ ແມ່ນມີຄວາມຫຍຸ້ງຍາກຫຼາຍ ຍ້ອນຣົຖເຖື່ອນຈຳນວນນຶ່ງແມ່ນເປັນຣົຖ ຂອງພະນັກງານຣັຖເອງ.
ນອກຈາກນີ້ແລ້ວ, ການລັກລອບຂົນຣົຖເຖື່ອນ ກໍ່ຍັງມີການໃຫ້ສິນບົນເຈົ້າໜ້າທີ່ ທັງເບື້ອງປະເທດຕົ້ນທາງ ແລະ ເບື້ອງລາວ, ໂດຍວິທຍຸ ເອເຊັຽ ເສຣີ ເຄີຍໄດ້ຕິດຕາມ ບັນຫາດັ່ງກ່າວ ໃນເດືອນກັນຍາ 2022 ທີ່ຜ່ານມາ, ເຊິ່ງຜູ້ທີ່ຮູ້ເຣື່ອງ ຜູ້ນຶ່ງ ລະບຸວ່າ ຜູ້ລັກຂ້າມຣົຖເຖື່ອນ ຈະຕ້ອງເສັຽເງິນໃຫ້ເຈົ້າໜ້າທີ່ໄທຍ ແລະ ລາວ ຄັນລະ 150,000 ບາທ.
ກ່ຽວກັບເຣື່ອງດັ່ງກ່າວ, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ການລັກລອບນຳເຂົ້າຣົຖເຖື່ອນ ກໍຍັງມີປະກົດຢູ່ຕລອດ, ເຖິງຢ່າງໃດກໍ່ຕາມ, ທາງການກໍໄດ້ຜ່ອນຜັນໃຫ້ ຜູ້ຄອບຄອງຣົຖເຖື່ອນ ສາມາດນຳໃຊ້ຣົຖດັ່ງກ່າວໄດ້ ແຕ່ຕ້ອງເອົາມາຂຶ້ນທະບຽນ ແລະ ເສັຽພາສີໃຫ້ຖືກຕ້ອງ ຕາມກົດໝາຍ.
“ຣົຖດິບກໍມີແຕ່ເສັຽພາສີເຈົ້າ, ໂອ້! ຣົຖເກັງເພິ່ນກໍຍັງບໍ່ເຄີຍເສັຽພາສີແນ່ເດີ, ມາຈາກເມືອງຈີນ ມັນກໍຍັງຍາກນ່າເຈົ້າ, ໂອ້! ເຈົ້າກໍຕ້ອງໄປເສັຽພາສີ ບໍ່ນ້ຳຮ້ອນນ້ຳຊາຫຼ້າ ຕ້ອງໄດ້ເສັຽພາສີຕໍ່ດ່ານພຸ້ນລະ.”
ແຂວງຫຼວງນ້ຳທາ ເປັນແຂວງທີ່ມີຊາຍແດນ ຕິດຈອດກັບປະເທດພະມ້າ ແລະ ປະເທດຈີນ, ຢູ່ບໍ່ຫ່າງໄກຈາກຊາຍແດນ ປະເທດໄທຍ ເຮັດໃຫ້ພື້ນທີ່ດັ່ງກ່າວ ເປັນຈຸດເຄື່ອນຍ້າຍສິນຄ້າ ລວມເຖິງການຂົນຍ້າຍຣົຖທີ່ຜິດກົດໝາຍ, ໂດຍໃນເດືອນກຸມພາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ພາສີ ຈຸດນາເຕີຍ ໄດ້ກວດຈັບການຂົນຣົຖຈັກ ມາແຕ່ແຂວງບໍ່ແກ້ວ ຈຳນວນ 2 ຄັນ, ແລະ ກວດຈັບຣົຖເກັງຍີ່ຫໍ້ BENZ ແລະ ຣົຖເກັງຍີ່ຫໍ້ Toyota Camry ຢ່າງລະ 1 ຄັນ ຢູ່ໃນເຂດເສຖກິຈ ພິເສດ ບໍ່ເຕັນແດນງາມ ເຊິ່ງຣົຖທັງໝົດ ບໍ່ມີເອກະສານນຳເຂົ້າ ຢ່າງຖືກຕ້ອງ, ເຈົ້າໜ້າທີ່ຈຶ່ງຍຶດຣົຖທັງໝົດໄວ້ ເພື່ອດຳເນີນການ ຕາມກົດໝາຍຕໍ່ໄປ.