ທາງຣົດໄຟລາວ-ຈີນ ຫຼວງນ້ຳທາ ຈະຊົດເຊີຍ

ມະນີຈັນ
2020.07.21
F-Train ຂະບວນຣົດໄຟຈີນ ທີ່ພວມຂົນອຸປກອນ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ເຂດບ້ານຫ້ວຍນ້ຳເຢັນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
RFA/TS

ຄະນະໄກ່ເກັ່ຽຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ ຈະແກ້ໄຂເຣື່ອງການຊົດເຊີຍ ຜົລກະທົບໃຫ້ຊາວບ້ານ ຈໍານວນ 34 ຄອບຄົວພາຍໃນເດືອນ ກໍຣະກະດາ ນີ້ ຫລັງຈາກພາກສ່ວນ ທີ່ກ່ຽວຂ້ອງ ໄດ້ປະຊຸມຫາລືກັນຢູ່ແຂວງນີ້ ໃນມື້ວັນທີ 17 ກໍຣະກະດາ ກ່ຽວກັບການ ຊົດເຊີຍ ແລະ ການຫາທີ່ດິນຈັດສັນ ໃຫ້ແກ່ຊາວບ້ານ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ຕໍ່ RFA ໃນມື້ວັນທີ 21 ກໍຣະກະດານີ້.

“ໄດ້ຍິນຢູ່ ເອີ ບໍ່ຮູ້ເດ໋ ແມ່ນຂະເຈົ້າໄດ້ມາໂອ້ລົມ ກັບປະຊາຊົນຢູ່ ແຕ່ວ່າຂ້ອຍບໍ່ໄດ້ໄປຮ່ວມ ຂ້ອຍບໍ່ເຂົ້າໃຈ.”

ແລະຊາວເມືອງຫຼວງນໍ້າທາ ຄົນນຶ່ງ ທີ່ຈະຖືກໃຫ້ ໂຍກຍ້າຍບ່ອນຢູ່ອາສັຍ ຍ້ອນຖືກໂຄງ ການ ກໍ່ສ້າງທາງຣົດໄຟ ແຕ່ຍັງບໍ່ທັນໂຍກຍ້າຍ ເທື່ອນັ້ນ ເວົ້າວ່າ ເມື່ອບໍ່ດົນຜ່ານມາ ເຈົ້າໜ້າທີ່ໄດ້ແຈ້ງມາໃຫ້ຄອບຄົວ ຕົນຊາບວ່າ ທາງໂຄງການ ຈະໃຫ້ແຕ່ເງິນຄ່າຊົດເຊີຍ, ສ່ວນທີ່ດິນຈັດສັນ ຈະບໍ່ໄດ້ ຍ້ອນທາງໂຄງການ ບໍ່ສາມາດຫາທີ່ດິນໃຫ້ໄດ້

“ເອີ ຍັງບໍ່ທັນໄດ້ ຍັງບໍ່ທັນຮູ້ ເຂົາສິໄລ່ເປັນເງິນໃຫ້ ດິນນີ້ເຂົາບໍ່ມີປັນຍາ ຊອກໃຫ້ແລ້ວ ຈະໃຫ້ກະຈັກສິໄດ້ຕອນໃດ ກະບໍ່ຮູ້ ຊົດເຊີຍວ່າສິຊົດເຊີຍ ແຕ່ວ່າເດືອນໃດ ປີໃດ ບໍ່ຮູ້ນະ.”

ທ່ານເວົ້າຕື່ມວ່າ ສໍາລັບອັດຕຣາ ການຄິດໄລ່ຄ່າຊົດເຊີຍຄວາມເສັຽຫາຍໃນເບື້ອງຕົ້ນ ທີ່ທາງໂຄງການ ສເນີໃຫ້ຄອບຄົວຕົນ ແມ່ນ 5 ແສນກີບ ຕໍ່ຕາຕະລາງແມັຕ ຊຶ່ງເປັນລາຄາທີ່ຕົນ ພໍໃຈຮັບເອົາ. ສ່ວນເຣື່ອງທີ່ທາງ ໂຄງການ ບອກວ່າ ຈະບໍ່ໃຫ້ດິນຈັດສັນນັ້ນ ຖ້າພໍເປັນໄປໄດ້ ຕົນກໍຢາກໃຫ້ເພິ່ນເພີ່ມ ຄ່າຊົດເຊີຍໃຫ້ຕື່ມ ເພື່ອຈະໄດ້ເອົາເງິນນັ້ນ ໄປຊອກຊື້ທີ່ດິນ  ໃໝ່ແທນທີ່ດິນ ຈັດສັນທີ່ວ່າຈະບໍ່ໄດ້ນັ້ນ.

ແລະຊາວແຂວງຫຼວງນໍ້າທາ ອີກຜູ້ນຶ່ງ ທີ່ຍັງບໍ່ທັນໄດ້ຖືກ ໂຍກຍ້າຍເຮືອນອອກ ແລະ ຍັງບໍ່ທັນໄດ້ຮັບຄ່າ ຊົດເຊີຍເທື່ອນັ້ນ ກໍມີຄວາມຫວັງ ທີ່ຈະໄດ້ຮັບຄ່າຊົດເຊີຍ ພາຍໃນປີນີ້ ຫລັງຈາກ ຮູ້ຂ່າວວ່າ ທາງການ ມີການປຶກສາຫາລືກັນ ໃນຂະນະທີ່ກ່ອນໜ້ານີ້ ປະຊາຊົນໄດ້ໝົດຄວາມຫວັງໄປແລ້ວ

“ຍັງບໍ່ທັນໄດ້ຍ້າຍເທື່ອເດ໋ ດຽວນີ້ ຍັງບໍ່ທັນໄດ້ນະ ຍັງບໍ່ທັນຮູ້ນະ ຂອງເຮົາມັນເປັນເຮືອນ ຕັ້ງໃສ່ດິນລາວເປັນດິນ ຂອງອ້າຍຮັກ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ RFA ກໍໄດ້ຕິດຕໍ່ໄປຫາ ຄະນະໄກ່ເກັ່ຽຜົລກະທົບ ໂຄງການທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ ແລະ ບໍຣິສັດຣົດໄຟ ລາວ-ຈີນຈໍາກັດ ເພື່ອຂໍຮູ້ຣາຍລະອຽດ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກ ທີ່ຈະໃຫ້ຄວາມເຫັນ.

ອີງຕາມຣາຍງານ ຂອງໜັງສືພິມ ເສຖກິຈ-ການຄ້າ, ການປະຊຸມຫາລື ເຣື່ອງການແກ້ໄຂຄ່າຊົດເຊີຍຜົລກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາໃນມື້ວັນທີ 17 ກໍຣະກະດາ 2020 ໂດຍມີທ່ານ ບຸນຈັນ ສິນທະວົງ ຣັຖມົນຕຣີກະຊວງ ໂຍທາທິການແລະຂົນສົ່ງ ຊຶ່ງເປັນທັງຮອງ ຫົວໜ້າຄະນະຊີ້ນໍາລວມ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ພ້ອມດ້ວຍທ່ານ ຄໍາໄຫລ ສີປະເສີດ ຮອງເຈົ້າແຂວງຫລວງນໍ້າທາ, ທ່ານ ຊຽວຊານ ເຫວິນ, ຜູ້ອໍານວຍການໃຫຍ່ບໍຣິສັດ ທາງຣົດໄຟລາວ-ຈີນ ຈໍາກັດ ແລະ ຄະນະກັມການຂັ້ນແຂວງ ເຂົ້າຮ່ວມ. ໃນກອງປະຊຸມນັ້ນ ໄດ້ມີການຫາລື ກ່ຽວກັບການກໍານົດ ປັກຫລັກດິນຈັດສັນ ໃນເນື້ອທີ່ 80 ເຮັກຕາ ທີ່ຣັຖບານໄດ້ອະນຸມັດ ເພື່ອຈັດສັນໃຫ້ປະຊາຊົນ, ການແກ້ໄຂຄ່າຊົດເຊີຍ ໃຫ້ປະຊາຊົນແຂວງຫຼວງນໍ້າທາ 34 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກການສ້າງທາງ ຣົດໄຟ ໂດຍຈະເລັ່ງແກ້ໄຂພາຍໃນເດືອນ ກໍຣະກະດາ ນີ້ ແລະ ການແກ້ໄຂດ້ານອື່ນໆ ທີ່ກ່ຽວຂ້ອງກັບ ໂຄງການນັ້ນ.

ເມື່ອເດືອນທັນວາ ປີກາຍ, ປະຊາຊົນ ຢູ່ແຂວງຫຼວງນໍ້າທາ ທີ່ຖືກຜົລກະທົບ ຈາກໂຄງການທາງຣົດໄຟ  ລາວ-ຈີນ ໄດ້ຮັບຄ່າຊົດເຊີຍໄປແລ້ວ 208 ຄອບຄົວ ເປັນເງິນທັງໝົດ ປະມານ 118 ຕື້ກີບ. ທົ່ວແຂວງຫຼວງນໍ້າທາ ມີຜູ້ຖືກຜົລກະທົບ ຈາກໂຄງການນີ້ທັງໝົດ 436 ຄອບຄົວ, ມູລຄ່າຊົດເຊີຍທັງໝົດ ປະມານ 254 ຕື້ກີບ. ມາຮອດປັດຈຸບັນ ການຊົດເຊີຍຢູ່ແຂວງ ຫລວງນໍ້າທາ ຍັງບໍ່ທັນແລ້ວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.