IFC ສົ່ງເສີມການພັທນາເຂື່ອນ ແບບຍືນຍົງ

ມະນີຈັນ
2014.05.29
F-IFC ອົງການ ການເງິນນານາຊາຕ ເຄື່ອຂ່າຍ ທະນາຄານ ໂລກ
IFC

 

ບໍຣິສັດ ການເງິນ ຣະຫວ່າງ ປະເທດ IFC ຊຶ່ງ ເປັນ ສະມາຊິກ ກຸ່ມ ທະນາຄານ ໂລກ ກໍາລັງ ດໍາເນີນ ວຽກງານ ຮ່ວມກັບ ຣັຖບານ ລາວ ແລະ ບໍຣິສັດ ກໍ່ສ້າງ ເຂື່ອນ ໄຟຟ້າ ເພື່ອ ພັທນາ ເຂື່ອນໄຟຟ້າ ພລັງນໍ້າ ຢ່າງຍືນຍົງ ຊຶ່ງ ຖືເປັນສິ່ງ ທີ່ຊຸກຍູ້ ການເຕີບໂຕ ທາງ ເສຖກິດ ຂອງລາວ. ຕາມຣາຍງານ ຂ່າວ ໃນ ວັນທີ 28 ພຶສພາ 2014.

ຫລາຍ ບໍຣິສັດ ພລັງງານ ໄດ້ເຂົ້າ ຮ່ວມ ກອງປະຊຸມ ໄຕຣມາຕ ຫລ້າສຸດ ທີ່ ທາງກຸ່ມ ຜູ້ ພັທນາ ເຂື່ອນ ໄຟຟ້າ ຊຶ່ງ ຖືກຕັ້ງຂຶ້ນ ໂດຍ IFC ແລະ ສະພາ ການຄ້າ ແລະ ອຸດສາຫະກັມ ແຫ່ງຊາດ ລາວ ຈັດຂຶ້ນ ເມື່ອ ວັນທີ 21 ພຶສພາ ຜ່ານມາ ທີ່ ນະຄອນ ຫລວງ ວຽງຈັນ ເພື່ອຫາຣື ກ່ຽວກັບ ຄວາມທ້າທາຍ ແລະ ບັນຫາ ບຸຣິມະສິດ ຕ່າງໆ ທີ່ ຄາດກັນວ່າ ຈະນໍາຂຶ້ນ ຫາຣື ກັບ ຣັຖບານ ລາວ.

ໃນນັ້ນ ກໍມີທັງ ບັນຫາ ການ ເສັຽພາສີ ແລະ ຄ່າທໍານຽມ ໃຫ້ ຣັຖບານ ຄວາມຈໍາເປັນ ໃນການ ປັບປຸງ ຣະບຽບ ຫລັກການ ແລະ ການເຂົ້າເຖິງ ການເງິນ ສໍາລັບ ໂຄງການ ເຂື່ອນ ຂນາດນ້ອຍ, ການມີ ແຮງງານ ທີ່ ມີສີມື ແລະ ການຄຸ້ມຄອງ ເຂື່ອນ ນໍ້າລົ້ນ ຫລາຍແຫ່ງ.

ທ່ານ Robert Allen ຫົວໜ້າ ຝ່າຍ ບໍຣິຫານ ບໍຣິສັດ ໄຟຟ້າ ເທີນຫີນບູນ ກ່າວວ່າ ໃນ ກອງປະຊຸມ ນັ້ນ ບໍຣິສັດ ກໍ່ສ້າງ ເຂື່ອນ ໄດ້ພົບວ່າ ພວກ ເຂົາເຈົ້າ ກໍາລັງ ປະເຊີນ ກັບ ບັນຫາ ທ້າທາຍ ທີ່ວ່ານັ້ນ ທີ່ຈໍາເປັນ ຕ້ອງນໍາຂຶ້ນ ຫາຣື ກັບ ຣັຖບານ ລາວ ເພື່ອການ ພັທນາ ເຂື່ອນ ໄຟຟ້າ ດີຂຶ້ນໃນລາວ.

ເລີ່ມແຕ່ ປີ 2011 ມາ IFC ໄດ້ ເຮັດວຽກ ກັບ ຣັຖບານ ລາວ ເພື່ອ ປັບປຸງ ມາຕຖານ ດ້ານ ສະພາບ ແວດລ້ອມ ແລະ ສັງຄົມ ໃນຂແນງການ ໄຟຟ້າ ນໍ້າຕົກ ໂດຍຜ່ານ ການເຮັດວຽກ ກັບ ສະຖາບັນ ການເງິນ ອົງການ ພາກຣັຖ ແລະ ບໍຣິສັດ ພະລັງງານ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.