ຣົດຂົນໄມ້ລຽນແຖວໄປ ວຽດນາມ

ແຂວງຄຳມ່ວນ ຍັງ ບໍ່ມີ ການປາບປາມ ແລະ ສະກັດກັ້ນ ການສົ່ງອອກ ໄມ້ ຢ່າງຈິງຈັງ.

ໄມ້ດີຣາຄາແພງ ໃນໂຮງເລື່ອຍ ແຂວງຄໍາມ່ວນ Citizen Journalist

ແຂວງ​ຄຳ​ມ່ວນ ​ຍັງ​ບໍ່​​ມີ ​ການ​ປາບ​ປາມ ແລະ ສະ​ກັດ​ກັ້ນ ການ​ເຄື່ອນ​ຍ້າຍ​ໄມ້ ແລະ ສົ່ງອອກ​ໄມ້ ໄປ ​ປະ​ເທດ​ ວຽດ​ນາມ ຢ່າງ​ຈິງ​ຈັງ. ເຈົ້າ​ໜ້າ​ທີ່ ​ແຂວງ​ຄຳ​ມ່ວນ ທ່ານນຶ່ງ ຜູ້​ທີ່ ບໍ່​ປະ​ສົງ ​ອອກ​ຊື່ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 5 ພຶ​ສ​ພາ ວ່າ: ປັດ​ຈຸ​ບັນ ຍັງ​ມີ​ຣົດ​ແກ່​ໄມ້ ກວ່າ 100 ຄັນ ທີ່​ຍັງ​ຈ​ອດ​ຢູ່ ​ຕາມ​ເສັ້ນ​ທາງ ​ເລ​ກທີ 12 ເຂດ​ເມືອງ ບົວ​ລະ​ພາ ແລະ ເມືອງ ​ຍົມ​ມະ​ລາດ.

ເຈົ້າ​ໜ້າ​ທີ່ ​ຍັງ​ກ່າວ ອີກ​ວ່າ: ມີ​ການເອົາ​ຣົດ​ໄມ້ ໄປ​ຈອດ​ໄວ້ ຢູ່​ຕາມ​ໂຮງ​ເລື່ອຍ ເຊັ່ນ ໂຮງເລື່ອຍ ສາຍພູຫລວງ, ໂຮງເລື່ອຍ ເຢີນລາວີ, ໂຮງເລື່ອຍ ບ້ານໂພນ, ໂຮງເລື່ອຍ ດອນເປືອຍ, ໂຮງເລື່ອຍ ສາຍນ້ຳຍົມ ແລະ ຕາມຂອບແຄມ ແຈຮົ້ວ ຕ່າງໆ ໃນເຂດເມືອງ ຍົມມະລາດ ແລະ ບົວລະພາ ເພື່ອລໍຖ້າ ນາຍ​ໜ້າ​ ຄົນວຽດ​ນາມ ຊື່ວ່າ ວັນລິ່ວ ມາ​ວິ້ງ​ເຕັ້ນ ເພື່ອ ທະຍອຍ ສົ່ງໄມ້ອອກໄປ ວຽດ​ນາມ.

ອີງ​ຕາມ​ການ ບອກ​ເລົ່າ ​ຂອງ ​ເຈົ້າ​ໜ້າ​ທີ່ ໄດ້​ຮູ້​ວ່າ ໃນ​ເບື້ອງ​ຕົ້ນ ຈະ​ມີ​ຣົດ​​ໄມ້ 170 ຄັນ ທີ່​ຈະ​ເອົາ​ໄມ້ ອອກ​ໄປ ​ວຽດ​ນາມ ໂດຍ ຜ່ານດ່ານ ນາເພົ້າ-ຈໍ່ຫລໍ່, ແຕ່ ເກີດ​ເຫດ​ການ ແບບ ບໍ່​ຄາດ​ຝັນ ຄື ລົດ​ແກ່​ໄມ້ ​ວຽດ​ນ​າມ ເກີດ​ລະ​ເບີດ ໃນ​ວັນ​ທີ 2 ມິ​ຖຸ​ນາ ເຮັດໃຫ້​ມີ​ ກັມ​ມະ​ກອນ ​ວຽດ​ນາມ ​ເສັຍ​ຊີ​ວິດ 9 ຄົນ ສະ​ນັ້ນ ຈຶ່ງ​ບໍ່​ມີ​ການ​ ຂົນ​ໄມ້​ອອກ ​ໃນ ​ວັນ ​ດັ່ງ​ກ່າວ ຍ້ອນ​ວ່າ ຄົນ​ຮູ້​ຫຼາຍ.

ເຈົ້າ​ໜ້າ​ທີ່ ກ່າວ​ຕື່ມ​ອີກວ່າ ການ​ທີ່​ ຮອງ​ ເຈົ້າ​ແຂວງ​ຄຳ​ມ່ວນ ແຕ່ງ​ຕັ້ງ​ ຄ​ນະ ​ສະ​ເພາະ​ກິຈ ເພື່ອ​ຄວບ​ຄຸມ, ກວດ​ກາ​ ການ​ເຄື່ອນ​ຍ້າຍ​ ແລະ ສົ່ງ​ອອກ​ໄມ້​ ນັ້ນ ເຮັດ​ເປັນ​ພຽງ ​ຮູບ​ການ​ ເທົ່າ​ນັ້ນ, ແຕ່ ຄວາມ​ເປັນ​ຈິງ ​ກໍ​ຄື ເຈົ້າໜ້າທີ່ ຜູ້​ທີ່​ລົງໄປ ອຳ​ນວຍ​ ຄວາມ​ສະດວກ ໃນ​ການ​ ຈັດ​ສົ່ງ​ໄມ້ ອອກ​ໃຫ້​ໝົດ ​ກ່ອນ​ ລະ​ດູ​ຝົນ.

ແລະ ນອກຈາກນີ້ ຊາວບ້ານ ຢູ່ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ກໍມີການ ເຊື່ອງຊ້ອນ ໄມ້ຫລາຍ 10 ພັນ ແມັດກ້ອນ ເພື່ອ ຫຼົບໜີ ການກວດສອບ. ອີງຕາມການ ບອກເລົ່າ ຂອງ ຊາວບ້ານ ຜູ້ທີ່ເຫັນ ເຫດການ. ການເພີ້ມທະວີ ຄວາມເຂັ້ມງວດ ໃນການ ຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິຈໄມ້ ສະບັບ ເລກທີ 15/ນຍ ລົງວັນທີ 13 ພຶສພາ 2016. ແລະ ອອກ ຂໍ້ຕົກລົງ ວ່າດ້ວຍການ ແຕ່ງຕັ້ງ ຄນະ ສະເພາະກິຈ ເລກທີ 40 ລົງວັນທີ 2 ມິຖຸນາ ເພື່ອ ອອກກວດກາ ແລະ ແນະນຳ ຈັດຕັ້ງ ປະຕິບັດ ຄຳສັ່ງ ເລກທີ 15/ນຍ ຂອງນາຍົກ ຣັຖມົນຕຼີ ໃນ ທົ່ວປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org