ເງິນຣັດຖືກຍັກຍອກ 17 ຕື້ກີບ


2013.06.21
F-Houaphanh ແຂວງຫົວພັນ
RFA

 

ຫ້ອງການ ກວດກາ ກວດພົບ ການສໍ້ໂກງ ເງິນ ງົບປະມານ ຂອງຣັຖ ຢູ່ ແຂວງ ຫົວພັນ ຖືກຍັກຍອກ ໄປ 17 ຕື້ກີບ.

ເມຶ່ອບໍ່ດົນ ຜ່ານມາ ແຂວງຫົວພັນ ໄດ້ເປີດ ກອງປະຊຸມ ເປີດເຜີຍ ຜົລການ ກວດກາ ການສໍ້ຣາສ ບັງຫລວງ ໃນຣະຍະ 5 ປີ ຣະຫວ່າງ 2005-2010 ພົບວ່າ ມີການ ສໍ້ຣາສ ບັງຫລວງ ຈາກ ງົບປະມານ ຂອງຣັຖ ໃນວຽກງານ ຕ່າງເຖິງ 17 ຕື້ ກີບ.

ຈາກການກວດຄົ້ນ ເຈົ້າຫນ້າທີ່ ສາມາດ ຍຶດຄືນໄດ້ 6 ຕື້ກີບ ສ່ວນເຫລືອ 11 ຕື້ກີບ ໄດ້ມອບໃຫ້ ຫນ່ວຍງານ ທີ່ກ່ຽວຂ້ອງ ສືບສວນ ຕິດຕາມ ເອົາເງິນ ດັ່ງກ່າວ ກັບຄືນ ໃຫ້ຣັຖ. ການຍັັກຍອກ ເງິນ ງົບປະມານ ຂອງ ຣັຖບານ ແມ່ນການຮ່ວມ ມືກັນ ຂອງ ເຈົ້າຫນ້າທີ່ ຈາກ ຫລາຍຫ້ອງການ ໃນການປອມແປງ ໂຕເລກ ໃນບັນຊີ ຫ້ອງການ ງົບປະມານ ຜແນກການ ເງິນ ຂອງ ແຂວງຫົວພັນ  ໃນຜແນກສຶກສາ ແລະ ການກິລາ ປະຈຳແຂວງ ແລະ ເມືອງຊຳເຫນືອ ຮ່ວມທັງ ຫ້ອງການ ແຮງງານ ແລະ ສວັດດີການ ສັງຄົມ ໃນແຂວງ ນຳອີກ.

ຈາກການສືບສວນ ຂອງຫນ່ວຍ ສະເພາະກິດ ປະຈຳແຂວງ ແລະ ຂັ້ນສູນກາງ ໄດ້ພົບບຸກຄົນ ທີ່ ກ່ຽວຂ້ອງ ກັບເຫດການ ດັ່ງກ່າວ ແລ້ວ 52 ຄົນ ໃນນັ້ນຖືກ ກັກໂຕ 12 ຄົນ ສ່ວນເຫລືອ ຍັງມີການ ສືບສວນ ເພີ້ມຕຶ່ມ ສ່ວນຜູ້ທີ່ຖືກ ກັກຕົວນັ້່ນ 5 ຄົນ ຖືກຄຸມຂັງ ແລະ ອີກ 5 ຄົນ ຖືກປ່ອຍໂຕ 2 ຄົນ ຖືກປະກັນ ໂຕໄປ.

ຕາມລາຍງານ ຂອງເຈົ້າຫນ້າທີ່ ສະເພາະກິດ ຜູ້ທີ່ສໍ້ໂກງ ຫລາຍກວ່າ ຫມູ່ນັ້ນ ແມ່ນຢູ່ໃນ ວົງເງິນ ປະມານ 2 ຕື້ 5 ຮ້ອຍ ລ້ານກີບ ແລະ ນ້ອຍກວ່າຫມູ່ ປະມານ 1 ລ້ານ ກີບ ກຸ່ມດັ່ງກ່າວ ກຳລັງ ຈະຖືກ ດຳເນີນຄະດີ ຕາມຣະບຽບ ກົດຫມາຍ ຂອງບ້ານເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.