ຊາວບ້ານເຕົ້າກັງວົນເຣື້ອງ ເຂື່ອນ
2016.06.20
ປະຊາຊົນ ບ້ານເຕົ້າ ເມືອງຊໍາໃຕ້ ແຂວງຫົວພັນ ກັງວົນນໍາ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ 3 ແຫ່ງ ທີ່ກໍາລັງ ຢູ່ໃນຣະຫວ່າງ ການສຶກສາ ຜົລກະທົບ, ຄື: ມີເຂື່ອນ ນໍ້າຊໍາ, ເຂື່ອນນໍ້າດິກ ແລະ ເຂື່ອນນໍ້າລາ ໂດຍສະເພາະ ເຂື່ອນນໍ້າຊໍາ ຊຶ່ງເປັນເຂື່ອນ ຂນາດ ໃຫຍ່ ທີ່ອາຈເຮັດ ໃຫ້ ນໍ້າຖ້ວມ ທີ່ດິນ ຂອງປະຊາຊົນ ຫຼາຍ. ຕາມຄໍາເວົ້າ ຂອງ ຊາວບ້ານ ຕໍ່ RFA ໃນ ວັນທີ 17 ມິຖຸນາ ວ່າ:
"ເຂົາມາສໍາຣວດ ຈຸດນຶ່ງ ກໍແມ່ນ ຢູ່ນໍ້າຊໍາ ຕອນລຸ່ມນີ້ ຈຸດນຶ່ງແມ່ນ ຢູ່ນໍ້າດິກ ຢູ່ ແຕ່ບ້ານເຕົ້ານີ້ ຈຸດທີສາມ ອີກກໍຢູ່ ນໍ້າລາ ເປັນສາມຈຸດ ເຂົາຈະເຂັນສ້າງ ສໍາລັບ ບັນຫານີ້ ຄັ້ນຖ້າວ່າ ເຂື່ອນນໍ້າຊໍາ ເຂົາເຮັດສູງ ແລ້ວ ມັນຈະຖ້ວມ ດິນດອນ ການປູກຝັງ ຂອງ ປະຊາຊົນ ແລະ ປະຊາຊົນ ຈະໄດ້ຍ້າຍ ກະທົບເຖິງ ຊີວິດ ການເປັນຢູ່ ຂອງປະຊາຊົນ ເນາະ".
ເຖິງຢ່າງໃດ ກໍດີ ສໍາລັບ ເຂື່ອນນໍ້າລາ ແລະ ນໍ້າດິກ, ຕາມ ການສໍາຣວດ ເບື້ອງຕົ້ນ ອາຈບໍ່ສົ່ງ ຜົລກະທົບ ຕໍ່ທີ່ດິນ ຂອງ ປະຊາຊົນ. ຈົນ ເຖິງປັດຈຸບັນ ກໍຍັງບໍ່ມີ ຣາຍງານວ່າ ເຂື່ອນທັງສອງ ແຫ່ງນີ້ ຈະມີຜົລກະທົບ ຕໍ່ ສິ່ງແວດລ້ອມ ແນວໃດ ເທື່ອ.
ຊາວບ້ານ ເວົ້າຕື່ມວ່າ ປະຊາຊົນ ບ້ານເຕົ້າ ກັງວົນນໍາ ຄ່າຊົດເຊີຍ ທີ່ ທາງໂຄງການ ຈະຈ່າຍໃຫ້ ແລະ ຕໍ່ໄປຈະໃຫ້ ຊາວບ້ານ ເຮັດຫຍັງ:
"ກໍມີເນາະ ຄັນວ່າເຂົາກັງວົນ ແລ້ວສິເຈິນີ້ ຄັນຖ້ວມຂຶ້ນມາແລ້ວ ຈະບໍ່ມີ ດິນປູກຝັງ ເນາະ ຈະເຮັດໃຫ້ ໄປຕັ້ງ ອາຊີບໃໝ່ແລ້ວ ຄັນວ່າ ຂ້ອນຂ້າງ ບໍ່ຢາກແນ່ນອນ ວ່າຊັ້ນເດ ອັນນີ້ ແນ່ນອນແລ້ວ ຊີວິດ ຄວາມເປັນຢູ່ ຜ່ານມາ".
ຊາວບ້ານເຕົ້າ ຕ້ອງການ ພັທນາ ທາງດ້ານ ກະສິກັມ ໂດຍຢາກໃຫ້ ພວກນັກລົງທຶນ ເຂົ້າມາ ສົ່ງເສີມ ຄວາມຮູ້ ທາງດ້ານ ການປູກຝັງໃຫ້. ປັດຈຸບັນ ປະຊາຊົນ ປູກສາລີ ໃນ ລະດູແລ້ງ ຂາຍຢູ່ພາຍໃນ ແຂວງ, ຈໍານວນນຶ່ງ ຖືກນໍາໄປຂາຍ ຕໍ່ໃຫ້ ວຽດນາມ ໃນຣາຄາ ກິໂລ ລະ 1 ພັນ ກີບ.